ສານໄທ ຈຳຄຸກ ອະດີດຕຳຫລວດ 4 ຄົນ ຄົນລະ 5 ປີ ໃນຂໍ້ຫາຕັ້ງດ່ານຮຽກເກັບເງິນດາຣາສາວໄຕ້ຫວັນ

ສຳນັກຂ່າວຊ່ອງ3ໄທລາຍງານ ວັນທີ 8 ພະຈິກ 2023 ນີ້ວ່າ: ສານອາຍາຄະດີທຸຈະລິດ ອ່ານຄຳພິພາກສາ ຄະດີຕຳຫລວດຮ້ອຍເອກພ້ອມພັກພວກອີກ 6 ຄົນ ຍັດຢາສູບໄຟຟ້າຮຽກເງິນ ນາງ ອັນ ວີ່ຊິງ ຫລື ຊາລິນ ອັນ ດາຣາສາວໄຕ້ຫວັນ ທີ່ເກີດຂຶ້ນວັນທີ 5 ມັງກອນ 2023 ຜ່ານມາ, ຖານຄວາມຜິດໃນຖານະເປັນເຈົ້າໜ້າທີ່ພະນັກງານ ຮ່ວມກັນ ຮັບ ຫລື ຍອມຈະຮັບຊັບສິນ ຫລື ປະໂຫຍດອື່ນສຳລັບຕົນເອງ ແລະ ເປັນເຈົ້າພະນັກງານຂອງລັດປະຕິບັດ ຫລື ລະເວັ້ນການປະຕິບັດໜ້າທີ່ໂດຍທຸຈະລິດ.
ສານໄດ້ຕັດສິນວ່າ: ໃນ 6 ຄົນນັ້ນ ມີ 4 ຄົນມີຄວາມຜິດຕາມປະມວນກົດໝາຍອາຍາມາດຕາ 149 ວ່າດ້ວຍການປ້ອງກັນ ແລະ ປາບປາມການທຸຈະລິດ ຈຳຄຸກ 5 ປີ ແລະ ຍົກຟ້ອງ ອີກ 2 ຄົນ. ສ່ວນເງິນທີ່ຮຽກມາຈາກການກະທຳຜິດຕໍ່ຕຳແໜ່ງໜ້າທີ່ ຫລື ຕຳແໜ່ງໜ້າທີ່ຣາຊະການຄະດີນີ້ໃຫ້ຕົກເປັນຂອງແຜ່ນດິນ.

