ອິດສະລາແອນຂໍໃຫ້ຊາວກາຊາ 100.000 ຄົນ ອົບພະຍົບອອກຈາກພາກຕາເວັນອອກເມືອງຣາຟາ
ຊາວປາແລັສຕິນປະມານ 100.000 ຄົນ ເລີ່ມອົບພະຍົບອອກຈາກພາກຕາເວັນອອກຂອງເມືອງຣາຟາ ຢູ່ເຂດກາຊາ ຕາມຄໍາສັ່ງຂອງກອງທັບອິດສະລາແອນ ຖືເປັນສັນຍານຊັດເຈນຂຶ້ນ ວ່າການໂຈມຕີພາກພື້ນດິນກໍາລັງຈະເກີດຂຶ້ນໃນອີກບໍ່ດົນ. ວັນທີ 6 ພຶດສະພາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກອງທັບອິດສະລາແອນອອກຖະແຫລງການ ກ່ຽວກັບການເລີ່ມຂັ້ນຕອນອົບພະຍົບປະຊາຊົນອອກຈາກພາກຕາເວັນອອກຂອງເມືອງຣາຟາ ເຊິ່ງເປັນເມືອງໃຫຍ່ທາງຕອນໃຕ້ຂອງເຂດກາຊາ. ເບື້ອງຕົ້ນມີການປະເມີນວ່າ ປະຊາຊົນປະມານ 100.000…










