ຊາຍໜຸ່ມອາເມລິກາຊ່ວຍຍິງສາວມຸສລິມຖືກຄຸກຄາມຈົນຕົນເອງຕາຍ

ປະຊາຊົນທົ່ວອາເມລິກາຕ່າງສະແດງຄວາມເສຍໃຈ ແລະ ຍ້ອງຍໍພົນລະເມືອງດີສອງຄົນ ເຊິ່ງຖືກທຳຮ້າຍຈົນເສຍຊີວິດ, ພາຍຫລັງພະຍາຍາມຊ່ວຍເຫລືອຍິງສາວສອງຄົນທີ່ຖືກຄົນຮ້າຍຄຸກຄາມຢູ່ລົດໄຟ ໃນເມືອງພອດແລນ ຂອງລັດອໍຣິກອນ ໂດຍໜຶ່ງໃນຍິງສາວສອງຄົນຖືກຄົນຮ້າຍໝາຍໄວ້ເພາະໃສ່ຜ້າຄຸມຫົວຂອງມຸສລິມ.
ເຫດເກີດຂຶ້ນໃນຕອນບ່າຍວັນທີ 27 ພຶດສະພາ ຢູ່ຂະບວນລົດໄຟໂດຍສານທີ່ຈອດຢູ່ສະຖານີຮອລລີວູດທຣານຊິດ (Hollywood Transit) ໂດຍເຈົ້າໜ້າທີ່ຕຳຫລວດເປີດເຜີຍວ່າ: ຄົນຮ້າຍເຊິ່ງເປັນຜູ້ຊາຍຜິວຂາວໄດ້ຍ່າງເຂົ້າໄປຮ້ອງດ່າ ແລະ ສະແດງທ່າທີຄຸກຄາມຍິງສາວສອງຄົນ ເຊິ່ງຄົນໜຶ່ງເປັນຍິງສາວຜິວສີ ແລະ ອີກຄົນໜຶ່ງເປັນມຸສລິມ ໂດຍຄົນຮ້າຍໃຊ້ຄຳເວົ້າສະແດງຄວາມກຽດຊັງ ແລະ ຢຽດເຊື້ອຊາດສາສະໜາ ເຊິ່ງຕໍ່ມາແມ່ຂອງຍິງສາວຄົນໜຶ່ງໃນສອງຄົນເປີດເຜີຍວ່າ: ຄົນຮ້າຍກ່າວສາບແຊ່ງໃຫ້ຊາວມຸສລິມຕາຍໄປໃຫ້ໝົດ ເພາະໄດ້ຂ້າຊາວຄຣິສມາຫລາຍແລ້ວ.

ຜູ້ຊາຍພົນລະເມືອງດີສາມຄົນໄດ້ພະຍາຍາມຊ່ວຍເຫລືອຍິງສາວທັງສອງ, ແຕ່ຄົນຮ້າຍໄດ້ຫັນມາດ່າຊາຍທັງສາມ ແລະ ໃຊ້ມີດແທງພວກເຂົາ ເຮັດໃຫ້ມີຜູ້ເສຍຊີວິດສອງຄົນ ແລະ ໄດ້ຮັບບາດເຈັບອີກໜຶ່ງຄົນ. ຂະນະທີ່ຍິງສາວທັງສອງທີ່ພວມຢ້ານກົວໄດ້ແລ່ນໜີອອກຈາກຂະບວນລົດໄຟ, ຄົນຮ້າຍຖືກຕຳຫລວດຈັບກຸມໄດ້ທັນທີຫລັງລົງຈາກລົດໄຟ.
ພົນລະເມືອງດີທີ່ເສຍຊີວິດສອງຄົນຄືທ້າວ ຣິກກີ ຈອນ ເບສ ອາຍຸ 53 ປີ ເຊິ່ງເຄີຍເປັນທະຫານໃນກອງທັບອາເມລິກາເຖິງ 23 ປີ ແລະ ທ້າວ ທາລີຊິນ ມຣິດດິນ ນຳໄກ-ເມເຊ ບັນດິດໜຸ່ມ ເຊິ່ງຫາກໍຈົບການສຶກສາໃນສາຂາເສດຖະສາດ ໂດຍຂະນະທີ່ເກີດເຫດ ທ້າວ ນຳໄກ-ເມເຊ ໄດ້ໂທລະສັບເລົ່າເຫດການທີ່ເກີດຂຶ້ນໃຫ້ຟ້າຂອງລາວຟັງ ເຊິ່ງປ້າກໍໄດ້ບອກໃຫ້ລາວຖ່າຍຄລິບເຫດການໄວ້.

ແມ່ຂອງທ້າວ ນຳໄກ-ເມເຊ ລົງຂໍ້ຄວາມໄວ້ອາໄລທາງໜ້າເຟສບຸກວ່າ: “ລາວຄືວິລະບູລຸດ ແລະ ຈະເປັນວິລະບູລຸດຕໍ່ໄປໃນໂລກໜ້າ, ແມ່ຮັກລູກສະເໝີ”.
ສ່ວນຄົນຮ້າຍຜູ້ກໍ່ເຫດຄືທ້າວ ເຈເຣມີ ໂຈເຊຟ ຄຣິສຕຽນ ອາຍຸ 35 ປີ ມີປະຫວັດເປັນສະມາຊິກກຸ່ມຜູ້ຢຽດເຊື້ອຊາດສາສະໜາ ແລະ ມີແນວຄິດຮຸນແຮງ ເຊິ່ງສະໜັບສະໜູນໃຫ້ຄົນຜິວຂາວເປັນໃຫຍ່, ລາວເຄີຍເຂົ້າຮ່ວມການເດີນຂະບວນສະແດງພະລັງຂອງກຸ່ມຂວາຈັດ. ປັດຈຸບັນນີ້ລາວຖືກຕຳຫລວດຕັ້ງຂໍ້ຫາຂ້າຜູ້ອື່ນໂດຍໄຕ່ຕອງໄວ້ກ່ອນ ລວມທັງຂໍ້ຫາພະຍາຍາມຂ້າ, ຂົ່ມຂູ່ ແລະ ພົກພາອາວຸດຕ້ອງຫ້າມ.
ສະພາສົ່ງເສີມການພົວພັນ ອາເມລິກາ-ອິສລາມ ຮຽກຮ້ອງໃຫ້ປະທານາທິບໍດີ ໂດນັນ ທຣຳ ຖະແຫລງຕໍ່ຕ້ານທ່າອ່ຽງຄວາມກຽດຊັງອິສລາມທີ່ພວມເພີ່ມຂຶ້ນຢູ່ອາເມລິກາ ເນື່ອງຈາກປະທານາທິບໍດີ ທຣຳ ເອງມີສ່ວນແຜ່ຂະຫຍາຍທ່າອ່ຽງດັ່ງກ່າວໃຫ້ມີຄວາມຮຸນແຮງຂຶ້ນ ໂດຍການໃຊ້ຄຳເວົ້າ ແລະ ນະໂຍບາຍຕໍ່ຕ້ານອິສລາມໃນດ້ານຕ່າງໆ.

