ວັດຟອດ ແຕ່ງຕັ້ງ ຊິລວາ ຄຸມທີມ 2 ປີ

ສະໂມສອນ ວັດຟອດ ປະ ກາດແຕ່ງຕັ້ງ ມາໂກ ຊິລວາ ເປັນ ຜູ້ຈັດການທີມຄົນໃໝ່ຮຽບຮ້ອຍ ແລ້ວ ໂດຍເຊັນສັນຍາຄຸມທີມເປັນ ເວລາ 2 ປີ.

ຊິລວາ ອາຍຸ 39 ປີ ມາຄຸມ ທີມ ຮັນ ຊິຕີ  ແທນ ໄມ ຟີແລນ ໃນເດືອນມັງກອນຜ່ານມາ ກ່ອນ ທີ່ອຳລາທີມ ຫຼັງ ຮັນ ຊິຕີ ຕົກຊັ້ນ ລົງໄປຫຼິ້້ນໃນ ເດິ ແຊ໊ມປຽນຊິບ ລະດູການໜ້າ ກ່ອນທີ ວັດຟອດ ຈະດຶງ ຊິລວາ ມາເຮັດວຽກແທນ ວອລເຕີ ມາສຊາຣີ ໃນທີ່ສຸດ.

ສະກອດ ດັ໊ກບິວຣີ ປະທານ ແລະ ຫົວໜ້າໃຫຍ່ຂອງ ວັດຟອດ ເຜີຍວ່າ: “ພວກເຮົາດີໃຈຫຼາຍທີ່ ສາມາດດຶງລາວມາຄຸມທີມ ຜົນ ງານ ແລະ ຄຸນນະພາບຂອງລາວ ດີເດັ່ນ ແລະ ບົ່ງບອກໃນໂຕຢູ່ ແລ້ວ ຫຼັງເຄີຍຄຸມທີມຊັ້ນນຳໃນ ເອີຣົບລວມທັງເຮັດວຽກກັບ ຮັນ ຊິຕີ ໃນລະດູການຜ່ານມາ”.