ເຄນ ຄວ້າລາງວັນນັກເຕະດີເດັ່ນພຣີເມຍລີກ

ແຮຣີ ເຄນ ດາວຍິງສູງສຸດ ຂອງ ທັອດແນມ ຮັອດສະເປີ ຄວ້າລາງວັນນັກເຕະດີເດັ່ນພຣີ ເມຍລີກ ປະຈຳລະດູການ 2016-17 ຂອງ PFA ຫຼື ສະມາ ຄົມບານເຕະອາຊີບ ອັງກິດ.

ດາວຍິງສູງສຸດພຣີເມຍລີກດ້ວຍຜົນງານ 29 ປະຕູ ສະແດງ ຜົນງານໄດ້ຢ່າງດີເດັ່ນຕະຫຼອດ ລະດູການ ແລະ ເປັນສ່ວນສຳ ຄັນກັບການພາທີມຈົບອັນດັບ 2 ເປັນປີທີສອງຕິດຕໍ່ກັນ ໂດຍ ເຄນ ໄດ້ຮັບຜົນໂຫວດຈາກກອງເຊຍ ຜານທາງສະກາຍສະປອດເຂົ້າ ມາເຖິງ 16.378 ຈາກ 49.000 ໂຫວດເຂົ້າເປັນອັນດັບ 1.

ຂະນະທີ່ອັນດັບ 2 ຕົກເປັນ ຂອງ ອັນໂກໂລ ກ໊ອງເຕ ກອງ ກາງໂຕເກັ່ງຂອງ ເຊລຊີ ໄດ້ຜົນ ໂຫວດ 13.515. ຕາມມາດ້ວຍ ເອເດນ ອາຊາ ປິກໂຕເກັ່ງຂອງ  ເຊລຊີ ເຊັ່ນດຽວກັນໄດ້ອັນດັບ 3 ມີ 8.412 ສຽງ.