ນັກຂ່າວທົ່ວໂລກຖືກສັງຫານຢ່າງໜ້ອຍ 104 ຄົນໃນປີນີ້ ຫລາຍກວ່າເຄິ່ງຢູ່ເຂດກາຊາ

ສະຫະພັນນັກຂ່າວສາກົນ ( IFJ) ເຊິ່ງເປັນອົງກອນຂ່າວສາກົນຂະໜາດໃຫຍ່ທີ່ສຸດໃນໂລກ ລະບຸວ່າ: ປີນີ້ມີນັກຂ່າວຖືກສັງຫານປະມານ 104 ຄົນທົ່ວໂລກ ໂດຍຈໍານວນຫລາຍກວ່າເຄິ່ງໜຶ່ງຢູ່ເຂດກາຊາ ຖືເປັນສະຖານະການຮ້າຍແຮງເປັນພິເສດ.
ທ່ານ ແອນໂທນີ ເບລອງແກຣ ເລຂາທິການຂອງ IFJ ກ່າວວ່າ: ເຖິງວ່າຈໍານວນນັກຂ່າວທີ່ເສຍຊີວິດໃນປີນີ້ຫລຸດລົງຈາກປີ 2023 ເຊິ່ງມີຢູ່ 129 ຄົນ, ແຕ່ຍັງເປັນປີຮ້າຍແຮງທີ່ສຸດປີໜຶ່ງເທົ່າທີ່ເຄີຍມີການບັນທຶກມາ.
ຕາມຕົວເລກທີ່ຮວບຮວມ ແລະ ກວດສອບໂດຍ IFJ ພົບວ່າ: ພະນັກງານສື່ຊາວປາແລັສຕິນ 55 ຄົນຖືກສັງຫານໃນປີນີ້ ທ່າມກາງການໂຈມຕີຂອງອິດສະລາແອນຢູ່ເຂດກາຊາ ເຊິ່ງ IFJ ລະບຸວ່າ: ນັບແຕ່ສົງຄາມອິດສະລາແອນ-ຮາມັດເລີ່ມຂຶ້ນໃນວັນທີ 7 ຕຸລາ 2023 ມີນັກຂ່າວຊາວປາແລັສຕິນຖືກສັງຫານຢ່າງໜ້ອຍ 138 ຄົນ.
ທ່ານ ເບລອງແກຣ ປະນາມການສັງຫານໝູ່ທີ່ເກີດຂຶ້ນຕໍ່ໜ້າຕໍ່ຕາຄົນທົ່ວໂລກ ໂດຍກ່າວວ່າ: ນັກຂ່າວຈໍານວນຫລາຍຕົກເປັນເປົ້າໝາຍຢູ່ເຂດກາຊາໂດຍເຈດຕະນາ. ຂະນະທີ່ນັກຂ່າວຄົນອື່ນໆພົບວ່າຕົນເອງຢູ່ຜິດບ່ອນຜິດເວລາໃນການສູ້ຮົບ.
ທະວີບອາຊີ ເປັນພາກພື້ນອັນຕະລາຍເປັນອັນດັບສອງສໍາລັບນັກຂ່າວ ຮອງຈາກຕາເວັນອອກກາງ ໂດຍມີຜູ້ເສຍຊີວິດ 20 ຄົນ ລວມທັງ 6 ຄົນຢູ່ປາກິດສະຖານ, 5 ຄົນຢູ່ບັງກະລາເດັດ ແລະ 3 ຄົນຢູ່ອິນເດຍ. ສ່ວນນັກຂ່າວຢູ່ເອີຣົບຍັງຕົກເປັນເຫຍື່ອຂອງສົງຄາມຣັດເຊຍ-ອູແກຣນ ໂດຍມີຜູ້ເສຍຊີວິດ 4 ຄົນໃນປີນີ້.
ຂະນະດຽວກັນ, IFJ ລະບຸອີກວ່າ: ທົ່ວໂລກມີນັກຂ່າວຕິດຄຸກ 520 ຄົນ ເຊິ່ງເພີ່ມຂຶ້ນຫລາຍຈາກຈໍານວນນັກຂ່າວ 427 ຄົນ ທີ່ຖືກກັກຂັງໃນປີນີ້ຜ່ານມາ.

