ຈີນເລັ່ງຫລຸດຜ່ອນນະໂຍບາຍການເງິນເພີ່ມຂຶ້ນ ຫວັງກະຕຸ້ນເສດຖະກິດປີ 2025

     ປະທານປະເທດ ສີຈິ້ນຜິງ ຜູ້ນໍາຈີນ ແລະ ຜູ້ນໍາລະດັບສູງ ເປີດເຜີຍວ່າ: ພວກທ່ານຈະໃຊ້ວິທີຫລຸດຜ່ອນເພີ່ມຂຶ້ນ ໃນການດໍາເນີນນະໂຍບາຍການເງິນ. ຂະນະທີ່ກໍາລັງຫາລືເຖິງແຜນກະຕຸ້ນເສດຖະກິດສໍາລັບປີໜ້າ.

     ຄະນະກໍາມະການພັກກອມມູນິດຈີນ ຈັດກອງປະຊຸມເພື່ອວິເຄາະ ແລະ ສຶກສາການເຮັດວຽກດ້ານເສດຖະກິດໃນປີ 2025 ໃນວັນທີ 9 ທັນວາຜ່ານມາ ເພື່ອກະຕຸ້ນການບໍລິໂພກ, ປັບປຸງປະສິດທິພາບການລົງທຶນ ແລະ ຂະຫຍາຍອຸປະສົງໃນປະເທດ.

      ຍິ່ງໄປກວ່ານັ້ນ, ການປະກາດຄວາມພະຍາຍາມໃນການກະຕຸ້ນການບໍລິໂພກໃນປີໜ້າ ຖືເປັນສັນຍານທາງບວກ ໂດຍລັດຖະບານປັກກິ່ງໄດ້ເປີດເຜີຍມາດຕະການຕ່າງໆນັບແຕ່ເດືອນກັນຍາຜ່ານມາ ເຊິ່ງຕັ້ງເປົ້າໃສ່ການກະຕຸ້ນການເຕີບໃຫຍ່ ລວມທັງການຫລຸດອັດຕາດອກເບ້ຍ, ການຍົກເລີກຂໍ້ຈໍາກັດໃນການຊື້ເຮືອນ ແລະ ການຫລຸດພາລະໜີ້ຂອງລັດຖະບານທ້ອງຖິ່ນ.

     ໃນເດືອນຕຸລາຜ່ານມາ, ທະນາຄານປະຊາຊົນຈີນ (PBOC) ປະກາດວ່າ: ໄດ້ຫລຸດອັດຕາດອກເບ້ຍຫລັກ 2 ລາຍການລົງສູ່ລະດັບຕໍ່າສຸດໃນປະຫວັດສາດ ຫລັງນັກເສດຖະສາດອອກມາເຕືອນວ່າ: ຈໍາເປັນຕ້ອງມີມາດຕະການກະຕຸ້ນເສດຖະກິດໂດຍກົງເພີ່ມຂຶ້ນ ເພື່ອກະຕຸ້ນການບໍລິໂພກພາຍໃນປະເທດ ແລະ ຟື້ນຟູເສດຖະກິດ ເນື່ອງຈາກຄວາມຢ້ານກົວຕໍ່ສົງຄາມການຄ້າລະຫວ່າງຈີນກັບອາເມລິກາກໍາລັງທະວີຄວາມຮຸນແຮງ.

      ນັກວິເຄາະແນະນໍາວ່າ: ວິກິດອະສັງຫາລິມະຊັບ, ວິກິດການເງິນ ແລະ ຄວາມເຄັ່ງຕຶງລະຫວ່າງອາເມລິກາຍັງຮ້າຍແຮງ ສົ່ງຜົນເຮັດໃຫ້ເສດຖະກິດຂອງຈີນບໍ່ໄດ້ຢູ່ໃນສະພາບຂາລົງຕາມປົກກະຕິ. ດັ່ງນັ້ນ ອາດຕ້ອງໃຊ້ມາດຕະການກະຕຸ້ນເສດຖະກິດແບບບາຊູກ້າ ເພື່ອຟື້ນຟູເສດຖະກິດຢ່າງແທ້ຈິງ.