ຜູ້ລາຍງານຂ່າວຍິງເປັນລົມກາງລາຍການ ສາເຫດຍ້ອນອາກາດຮ້ອນ

ຜູ້ລາຍງານຂ່າວຍິງເປັນລົມກາງລາຍການ ສາເຫດຍ້ອນອາກາດຮ້ອນ

     ອາກາດຮ້ອນອົບເອົ້າ ເຮັດໃຫ້ຜູ້ລາຍງານຂ່າວຍິງເປັນລົມໝົດສະຕິ ເວລາອ່ານຂ່າວອອກອາກາດ ສາເຫດຍ້ອນອາກາດຮ້ອນອົບເອົ້າ ໂຊກດີທີມງານເຂົ້າມາຊ່ວຍເຫລືອໄດ້ທັນ.      ວັນທີ 26 ເມສາ, ຕ້ອງຍອມຮັບວ່າໄລຍະນີ້ອາກາດຮ້ອນອົບເອົ້າ ເຊິ່ງປະເທດລາວອຸນຫະພູມສູງສຸດເຖິງ 43 ອົງສາ ຫລ້າສຸດເກີດເຫດການເຮັດໃຫ້ຄົນໃນຫ້ອງຂ່າວຢູ່ປະເທດອິນເດຍ ລວມທັງປະຊາຊົນຕົກໃຈ ເພາະຜູ້ລາຍງານຂ່າວໝົດສະຕິກາງລາຍການໃນເວລາອ່ານຂ່າວ.      ໂດຍເພລ World…

ລັດຖະບານຕາລີບັນເຂົ້າຮ່ວມການເຈລະຈາສະພາບອາກາດເປັນຄັ້ງທໍາອິດ

ລັດຖະບານຕາລີບັນເຂົ້າຮ່ວມການເຈລະຈາສະພາບອາກາດເປັນຄັ້ງທໍາອິດ

     ລັດຖະບານຕາລີບັນເຂົ້າຮ່ວມການເຈລະຈາກັບສະຫະປະຊາຊາດ (UN), ຜູ້ບໍລິຈາກ ແລະ ອົງກອນອິດສະຫລະ (NGO) ເປັນຄັ້ງທໍາອິດ ບັນຫາກ່ຽວກັບຜົນກະທົບຂອງການປ່ຽນແປງສະພາບອາກາດຢູ່ອັບການິດສະຖານ.      ວັນທີ 25 ເມສາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ພາຍຫລັງສົງຄາມທີ່ຍາວນານ 40 ປີ ອັບການິດສະຖານຖືກຈັດອັນດັບໃຫ້ເປັນໜຶ່ງໃນປະເທດທີ່ມີການກຽມພ້ອມໜ້ອຍທີ່ສຸດໃນການຜະເຊີນການປ່ຽນແປງສະພາບອາກາດ ເຊິ່ງເຮັດໃຫ້ເກີດສະພາບອາກາດສຸດຂົ້ວ ແລະ…

ມີຜູ້ເສຍຊີວິດ 6 ຄົນ ຈາກອາກາດຮ້ອນອົບເອົ້າຢູ່ຟີລິບປິນ

ມີຜູ້ເສຍຊີວິດ 6 ຄົນ ຈາກອາກາດຮ້ອນອົບເອົ້າຢູ່ຟີລິບປິນ

ວັນທີ 24 ເມສາ 2024, ກະຊວງສາທາລະນະສຸກຂອງຟີລິບປິນລາຍງານຈໍານວນຜູ້ມີອາການເຈັບປ່ວຍທີ່ເກີດຈາກຄື້ນຄວາມຮ້ອນ ແຕ່ວັນທີ 1 ມັງກອນ – 18 ເມສານີ້ ມີຢ່າງໜ້ອຍ 34 ຄົນ, ໂດຍມີຄົນເຈັບເສຍຊີວິດ 6 ຄົນ ແລະ ສາເຫດການເສຍຊີວິດຍັງຢູ່ລະຫວ່າງການກວດສອບ. ລາຍງານລະບຸວ່າ:…

ອາຊຽນເນັ້ນຮ່ວມມື ເພື່ອສົ່ງເສີມຄວາມໝັ້ນຄົງທາງອາຫານ

ອາຊຽນເນັ້ນຮ່ວມມື ເພື່ອສົ່ງເສີມຄວາມໝັ້ນຄົງທາງອາຫານ

     ສະມັດຊາລັດຖະສະພາອາຊຽນກຽມດໍາເນີນຕາມແນວປະຕິບັດອາຊຽນ ວ່າດ້ວຍການສົ່ງເສີມການລົງທຶນທີ່ມີຄວາມຮັບຜິດຊອບໃນຂະແໜງອາຫານ, ກະສິກໍາ ແລະ ປ່າໄມ້.      ວັນທີ 25 ເມສາ, ສໍານັກຂ່າວຊິນຮົວລາຍງານວ່າ: ການລົງທຶນທີ່ຍືນຍົງໃນພາກສ່ວນເຫລົ່ານີ້ມີຄວາມສໍາຄັນຫລາຍ ເພື່ອຮັບຮອງຄວາມໝັ້ນຄົງທາງອາຫານ, ຄວາມປອດໄພ ແລະ ໂພຊະນາການຂອງຄົນລຸ້ນໃໝ່ ທ່າມກາງການສ້າງຄວາມເປັນອຸດສາຫະກໍາ ແລະ ການເຕີບໃຫຍ່ຢ່າງວ່ອງໄວຂອງປະຊາກອນ ລວມທັງຄວາມຕ້ອງການຜະລິດຕະພັນອາຫານ,…

ອິນໂດເນເຊຍຂຶ້ນດອກເບ້ຍສູງສຸດໃນຮອບ 8 ປີ ເພື່ອຮັກສາຄ່າເງິນຣູເປຍ

ອິນໂດເນເຊຍຂຶ້ນດອກເບ້ຍສູງສຸດໃນຮອບ 8 ປີ ເພື່ອຮັກສາຄ່າເງິນຣູເປຍ

    ເພື່ອຮັກສາສະຖຽນລະພາບຂອງເງິນຣູເປຍທີ່ອ່ອນຄ່າຢ່າງໜັກ, ທະນາຄານກາງອິນໂດເນເຊຍເພີ່ມອັດຕາດອກເບ້ຍສູ່ລະດັບສູງທີ່ສຸດນັບແຕ່ປີ 2016.       ວັນທີ 25 ເມສາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງອິນໂດເນເຊຍອອກຖະແຫລງການ ປັບຂຶ້ນອັດຕາດອກເບ້ຍນະໂຍບາຍ 0,25% ມາຢູ່ລະດັບ 6,25% ໂດຍຖືເປັນລະດັບສູງທີ່ສຸດໃນຮອບ 8 ປີ ຫລື ນັບແຕ່ປີ 2016….

ທ່ານ ໄບເດນ ລົງນາມກົດໝາຍຫ້າມນໍາໃຊ້ TikTok ຢູ່ອາເມລິກາ ບີບບັງຄັບໃຫ້ຂາຍກິດຈະການພາຍໃນ 270 ວັນຂາຍ

ທ່ານ ໄບເດນ ລົງນາມກົດໝາຍຫ້າມນໍາໃຊ້ TikTok ຢູ່ອາເມລິກາ ບີບບັງຄັບໃຫ້ຂາຍກິດຈະການພາຍໃນ 270 ວັນຂາຍ

ທ່ານ ໂຈໂຊຈື ຜູ້ບໍລິຫານ TikTok ປະກາດໃນວັນທີ 24 ເມສາວ່າ: ທ່ານເຊື່ອວ່າ TikTok ຈະຜ່ານດ່ານກົດໝາຍຫ້າມນໍາໃຊ້ຂອງອາເມລິກາໄດ້ ຫລັງຈາກປະທານາທິບໍດີ ໂຈ ໄບເດນ ໄດ້ລົງນາມບັງຄັບໃຊ້ກົດໝາຍເພື່ອບີບບັງຄັບໃຫ້ TikTok ຕ້ອງຂາຍກິດຈະການ ບໍ່ດັ່ງນັ້ນຈະຖືກຫ້າມນໍາໃຊ້ຢູ່ອາເມລິກາ ເຊິ່ງເປັນໜຶ່ງໃນປະເທດທີ່ມີການນໍາໃຊ້ TikTok ສູງສຸດໃນໂລກ…

ຈີນຂະຫຍາຍເວລາເຕືອນໄພພາຍຸຝົນລະດັບສີຟ້າໃນຫລາຍພື້ນທີ່ທົ່ວປະເທດ

ຈີນຂະຫຍາຍເວລາເຕືອນໄພພາຍຸຝົນລະດັບສີຟ້າໃນຫລາຍພື້ນທີ່ທົ່ວປະເທດ

     ກົມອຸຕຸນິຍົມວິທະຍາແຫ່ງຊາດຂອງຈີນ (National Meteorological Center) ປະກາດຂະຫຍາຍເວລາເຕືອນໄພພາຍຸຝົນລະດັບສີຟ້າໃນວັນທີ 24 ເມສາ ເນື່ອງຈາກຄາດວ່າຈະມີຝົນຕົກໜັກໃນຫລາຍພື້ນທີ່ຂອງປະເທດ.      ກົມອຸຕຸນິຍົມວິທະຍາແຫ່ງຊາດຂອງຈີນພະຍາກອນວ່າ: ນັບແຕ່ຕອນທ່ຽງວັນທີ 24 ເມສາ ຫາ ຕອນທ່ຽງວັນທີ 25 ເມສາ ຈະມີຝົນຕົກໜັກໃນຫລາຍພື້ນທີ່ຂອງມົນທົນກຸ້ຍໂຈ, ຫູໜານ,…

ຄື້ນຄວາມຮ້ອນປົກຄຸມຟີລິບປິນ ດັດຊະນີຄວາມຮ້ອນສູງເກືອບ 50 ອົງສາ

ຄື້ນຄວາມຮ້ອນປົກຄຸມຟີລິບປິນ ດັດຊະນີຄວາມຮ້ອນສູງເກືອບ 50 ອົງສາ

     ຟີລິບປິນຜະເຊີນສະພາບອາກາດຮ້ອນ ດັດຊະນີຄວາມຮ້ອນຢູ່ເກາະລູຊອນສູງເກືອບ 50 ອົງສາ.      ວັນທີ 24 ເມສາ, ກົມອຸຕຸນິຍົມວິທະຍາແຫ່ງຊາດຂອງຟີລິບປິນ ລາຍງານດັດຊະນີຄວາມຮ້ອນຢູ່ເມືອງອາປາຣີ ແຂວງຄາກາຢັນ ທາງເໜືອສຸດຂອງເກາະລູຊອນ ໄດ້ 48 ອົງສາ ໃນວັນທີ 23 ເມສາຜ່ານມາ ເປັນສະຖິຕິສູງສຸດຂອງປະເທດ…

ອິດສະລາແອນຢືນຢັນ ບໍ່ກ່ຽວຂ້ອງນໍາເຫດການ ສຸສານໝູ່ 300 ກວ່າສົບ ຢູ່ໂຮງໝໍໃນກາຊາ

ອິດສະລາແອນຢືນຢັນ ບໍ່ກ່ຽວຂ້ອງນໍາເຫດການ ສຸສານໝູ່ 300 ກວ່າສົບ ຢູ່ໂຮງໝໍໃນກາຊາ

     ຝ່າຍຄວາມໝັ້ນຄົງຂອງອິດສະລາແອນຢືນຢັນ “ບໍ່ມີສ່ວນກ່ຽວຂ້ອງ” ຕໍ່ການຄົ້ນພົບສຸສານໝູ່ຫລາຍກວ່າ 300 ຄົນ ພາຍໃນໂຮງໝໍຂະໜາດໃຫຍ່ ທາງຕອນໃຕ້ຂອງເຂດກາຊາ.      ວັນທີ 24 ເມສາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກອງທັບອິດສະລາແອນອອກຖະແຫລງການວ່າ: ສົບຜູ້ເສຍຊີວິດເກືອບ 340 ຄົນ ທີ່ມີການຝັງລວມກັນເປັນສຸສານໝູ່ຢູ່ພາຍໃນພື້ນທີ່ຂອງໂຮງໝໍນາສເຊີ ເຊິ່ງເປັນໜຶ່ງໃນໂຮງໝໍຂະໜາດໃຫຍ່ທີ່ສຸດ ຕັ້ງຢູ່ເມືອງຂ່ານ…

ສປປ ເກົາຫລີ ສົ່ງຄະນະຜູ້ແທນລະດັບສູງຢ້ຽມຢາມອີຣານ ຄັ້ງທໍາອິດໃນຮອບ 5 ປີ

ສປປ ເກົາຫລີ ສົ່ງຄະນະຜູ້ແທນລະດັບສູງຢ້ຽມຢາມອີຣານ ຄັ້ງທໍາອິດໃນຮອບ 5 ປີ

      ເຈົ້າໜ້າທີ່ລະດັບສູງຈາກລັດຖະບານ ສປປ ເກົາຫລີ ຢ້ຽມຢາມອີຣານຢ່າງເປັນທາງການຄັ້ງທໍາອິດນັບແຕ່ປີ 2019.       ວັນທີ 24 ເມສາ, ສໍານັກຂ່າວກາງເກົາຫລີ (KCNA) ກະບອກສຽງຂອງລັດຖະບານພຽງຢາງ ລາຍງານວ່າ: ທ່ານ ຢຸນ ຈອງໂຮ ລັດຖະມົນຕີດ້ານການພົວພັນທາງເສດຖະກິດພາຍນອກຂອງ ສປປ ເກົາຫລີ…