ຂ່າວດັງໃນຫວຽດນາມ! ຕຳຫລວດບຸກຈັບ ຕິກຕັອກ ຊື່ດັງມັກອວດລວຍ ໃນຂໍ້ຫາສໍ້ໂກງ ພ້ອມຢຶດຊັບສິນລວມມຸນຄ່າ 197 ລ້ານໂດລາ

ສໍານັກຂ່າວຕ່າງປະເທດ ລາຍງານວ່າ: ວັນທີ 10 ທັນວາ 2024 ຕໍາຫລວດຫວຽດນາມໄດ້ບຸກຈັບ Pho Duc Nam ຜູ້ໃຊ້ ຕິກຕັອກ ຊື່ດັງ ທີ່ຮູ້ຈັກກັນໃນຊື່ Mr Pips ອາຍຸ 30 ປີ ໂດຍຖືກກ່າວຫາວ່າ: ວາງແຜນເຄືອຂ່າຍຫລອກລວງລົງທຶນ ເປັນນາຍໜ້າຊື້ຂາຍຫລັກຊັບ ຫລວກລວງບຸກຄົນຈໍານວນຍຫລາຍມາລົງທຶນ. ວິທີການລອກລວງຄືມັກອວດລວຍ ໂຊເຄື່ອງຫລູ ໂຊເງິນ ໂຊຄຳ ໂຊລົດ ໃນສື່ອອນລາຍ ເຮັດໃຫ້ຜູ້ຄົນອື່ນເຊື່ອໃຈ ແລະ ຫລົງເຊື່ອ. ເຊິ່ງເລີ່ມຫລວກລວງມາຕັ້ງແຕ່ປີ 2019 ໃນລັກສະນະຊວນຜູ້ເສຍຫາຍເຂົ້າກຸ່ມແຊັດລັບ ລໍ້ລວງດ້ວຍຄຳໝັ້ນສັນຍາ ທີ່ຈະໃຫ້ຜົນຕອບແທນສູງ ຈາກການລົງທຶນໃນບໍລິສັດຂ້າມຊາດຂະໜາດໃຫຍ່ ໂດຍແອບອ້າງ Facebook, Apple ແລະ Microsoft ຫລັງຈາກຊວນລົງທຶນຈົນໝົດຕົວ ເມື່ອຜູ້ເສຍຫາຍໝົດເງິນ ຈະຊວນລົງທິນເພີ່ມ ເພື່ອກູ້ທຶນຄືນ ແລະ ໂບນັດກໍາລັງຈະໄດ້ ຫລາຍຄົນຍືມເງິນມາລົງທຶນເພີ່ມຈົນໝົດຕົວແຕ່ບໍ່ໄດ້ເງິນຄືນ.

ຕໍາຫລວດຫວຽດນາມຂະຫຍາຍຜົນຈັບເຄືອຂ່າຍເພີ່ມ 30 ຄົນ ໃນຫວຸງເຕົ່າ ພາກໃຕ້ ຂອງຫວຽດນາມ ແລະ ຍຶດຊັບໄດ້ລວມມຸນຄ່າ 197 ລ້ານໂດລາ: ເງິນສົດໃນບັນຊີ 306,000 ລ້ານດົງ, ຄໍາແທ່ງ 264 ກິໂລກຣາມ, ອະສັງຫາລິມະຊັບ 128 ແຫ່ງ, ລົດຫລູຊຸບເປີຄາ 31 ຄັນ, ລົດຈັກລາຄາແພງ 7 ຄັນ ແລະ ພັນທະບັດມູນຄ່າ 9,000 ລ້ານດົງ, ໂມງຫລູແບຣນດັງ 59 ໜ່ວຍ, ເຄື່ອງປະດັບຄໍາຝັງເພັດ 84 ຢ່າງ ແລະ ເງິນຕ່າງປະເທດ 2.3 ລ້ານຫລຽນສະຫະລັດ.

ທີ່ມາ: Vietnam.vn