ກຸ່ມຮາມັດ ກໍາລັງພິຈາລະນາຂໍ້ສະເໜີຢຸດຍິງ-ແລກປ່ຽນຕົວປະກັນຄັ້ງໃໝ່
ສໍານັກຂ່າວຕ່າງປະເທດລາຍງານວ່າ: ກຸ່ມຮາມັດ ກໍາລັງພິຈາລະນາຂໍ້ສະເໜີຢຸດຍິງ ແລະ ແລກປ່ຽນຕົວປະກັນຄັ້ງໃໝ່ທີ່ສະເໜີໂດຍທາງການອີຢິບ ແລະ ອິດສະລາແອນ ເຊິ່ງສະເໜີໃຫ້ກຸ່ມຮາມັດປ່ອຍຕົວປະກັນ 33 ຄົນ ເພື່ອແລກປ່ຽນການຢຸດຍິງຊົ່ວຄາວຢູ່ເຂດກາຊາ ໂດຍແຫລ່ງຂ່າວອິດສະລາແອນຊີ້ວ່າ: ຂໍ້ຕົກລົງນີ້ອາດຊ່ວຍຫລີກເວັ້ນປະຕິບັດການບຸກໂຈມຕີພາກພື້ນດິນຢູ່ເມືອງຣາຟາຂອງກອງທັບອິດສະລາແອນໄດ້. ຂໍ້ສະເໜີຫລ້າສຸດຈະແບ່ງອອກເປັນ 2 ໄລຍະ ໂດຍໄລຍະທໍາອິດສະເໜີໃຫ້ກຸ່ມຮາມັດປ່ອຍຕົວປະກັນ 20-33…










