ເມສຊີ ບັນລຸຂໍ້ຕົກລົງຍ້າຍໄປຫລິ້ນລີກຊາອຸດິອາຣະເບຍ ລະດູການໜ້າ

ເມສຊີ ບັນລຸຂໍ້ຕົກລົງຍ້າຍໄປຫລິ້ນລີກຊາອຸດິອາຣະເບຍ ລະດູການໜ້າ

ສຳນັກຂ່າວ ເອເຟພີ ລາຍງານວ່າ ລີໂອເນລ ເມສຊີ ກອງໜ້າ ປາຣີສ ແຊງ ແຊັກແມັງ ບັນລຸຂໍ້ຕົກລົງໃນການຍ້າຍໄປຫລິ້ນໃນລີກຊາອຸດິອາຣະເບຍລະດູການໜ້າພາຍໃຕ້ການຊື້ຂາຍທີ່ມີມູນຄ່າມະຫາສານ ແຕ່ຍັງບໍ່ມີການລະບຸວ່າລາວຈະໄປຫລິ້ນໃຫ້ສະໂມສອນໃດ. ສຳລັບ ເມສຊີ ພວມຈະຫມົດສັນຍາກັບ ເປແອສເຊ ຫລັງຈົບລະດູການນີ້ ແລະ ຍັງບໍ່ມີການຂະຫຍາຍອອກໄປເຊິ່ງບັນດາສື່ດັງລາຍງານກົງກັນວ່າ ດາວເຕະອາຍຸ 35…

ປະທານສະມາຄົມບານເຕະກຳປູເຈຍ ປະກາດລາອອກຈາກຕຳແໜ່ງ

ປະທານສະມາຄົມບານເຕະກຳປູເຈຍ ປະກາດລາອອກຈາກຕຳແໜ່ງ

ຈາກການເສຍໃຫ້ກັບ ມຽນມາ 0-2 ແລະ ທີມບານເຕະຊາຍຂອງກໍາປູເຈຍ ຕົກຮອບທຳອິດໃນການແຂ່ງຂັນບານເຕະຊາຍຊີເກມ 2023 ເຮັດໃຫ້ທ່ານ ເສົາ ໂສຊາ ປະທານສະມາຄົມບານເຕະກຳປູເຈຍ ປະກາດລາອອກຈາກຕຳແໜ່ງເພື່ອສະແດງຄວາມຮັບຜິດຊອບກັບຜົນງານອັນບໍ່ດີຂອງທີມໃນຄັ້ງນີ້. ເຊິ່ງກ່ອນ​ການ​ແຂ່ງ​ຂັນ​ຈະ​ເລີ່ມ​ຂຶ້ນ, ທ່ານ ເສົາ ໂສຊາ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະລາອອກຈາກຕຳແໜ່ງທັນທີ ຖ້າຫາກ​ກຳປູ​ເຈຍ​ບໍ່ສາມາດຜ່ານ​ເຂົ້າ​ຮອບ​ທຳ​ອິດໄດ້​ໃນ​ງານ​ກິລາ​ຊີ​ເກມ​ຄັ້ງ​ທີ 32…

ເອຟເວີຕັນ ສູ້ຕາຍໄລ່ຖະຫລົ່ມ ໄບຣຕັນ 5-1 ຕໍ່ລົມຫາຍໃຈໜີຕົກຊັ້ນໂຄ້ງສຸດທ້າຍ

ເອຟເວີຕັນ ສູ້ຕາຍໄລ່ຖະຫລົ່ມ ໄບຣຕັນ 5-1 ຕໍ່ລົມຫາຍໃຈໜີຕົກຊັ້ນໂຄ້ງສຸດທ້າຍ

ຈົບລົງດ້ວຍຄວາມດຸເດຶອດສໍາລັບການແຂ່ງຂັນ ພຣີເມຍລີກ ໃນວັນຈັນ, ເມື່ອຝ່າຍຂອງ ເອຟເວີຕັນ ສວມວິນຍານບຸກໄປເພື່ອເອົາຊະນະ ໄບຣຕັນ 5-1 ຄວ້າໄຊຊະນະທີ່ມີຄ່າໃນການຫລີກລ້ຽງການຕົກຊັ້ນ ໃນຄືນວັນທີ 8 ພຶດສະພາ ທີ່ຜ່ານມາ. ກ່ອນເກມ ໄບຣຕັນ ຢູ່ອັນດັບ 7 ມີ 55 ຄະແນນ…

ອັລກາຣາສ ຄວ້າແຊ໊ມ ມາດຣິດ ມາສເຕີ 2 ສະໄຫມຊ້ອນ

ອັລກາຣາສ ຄວ້າແຊ໊ມ ມາດຣິດ ມາສເຕີ 2 ສະໄຫມຊ້ອນ

ກາລອສ ອັລກາຣາສ ຕ້ອງອອກແຮງເມື່ອຍ ກ່ອນເອົາຊະນະ ຢານ ເລນນາດ ສະຕຣັຟ ຫວຸດຫວິດ 2-1 ເຊັດ ປ້ອງກັນບັນລັງແຊ໊ມເທນນິສ ມາດຣິດ ໂອເພັນ ເອົາໄວ້ໄດ້ ສຳເລັດ. ການແຂ່ງຂັນ ເອທີພີເວີນ ທົວ ມາສເຕີ 1,000…

ກາເນໂລ ອັລບາເຣສ ຊະນະຄະແນນ ຜູ້ທ້າຊີງເປັນເອກກະພາບ ປ້ອງກັນ 4 ສາຍແອວແຊ໊ມໄວ້ໄດ້

ກາເນໂລ ອັລບາເຣສ ຊະນະຄະແນນ ຜູ້ທ້າຊີງເປັນເອກກະພາບ ປ້ອງກັນ 4 ສາຍແອວແຊ໊ມໄວ້ໄດ້

ກາເນໂລ ອັລບາເຣສ ຍັງແຂງແຮງເອົາຊະນະຜູ້ທ້າຊີດ້ວຍຄະແນນຢ່າງເປັນເອກະພາບໃນການແຂ່ງຂັນຫຼ້າສຸດ. ​ເຮັດ​ໃຫ້​ສືບ​ຕໍ່​ຮັກສາ​ສາຍ​ແອວ​ແຊ້ມ 4 ສະ​ຖາ​ບັນ​ໃຫຍ່ໄວ້ຕໍ່ໄປ, ນັກມວຍຊາວເມັກຊິໂກ ກາເນໂລ ອັລບາເຣສ ຍັງ​ສາ​ມາດ​ປ້ອງກັນ​ສາຍ​ແອວ​ແຊ້ມ​ຈາກ 4 ສະ​ຖາ​ບັນ​ໃຫຍ່​ ໃນ​ລຸ້ນ​ຊຸບ​ເປີ​ມິ​ດ​ເດິນ​ເວ​ດໄດ້ ຫຼັງ​ຈາກເອົາ​ຊະ​ນະຄະແນນ ຈອນ ໄຣ​ເດີ  ອັງກິດແບບເປັນເອກກະພາບ ​ໃນ​ການຊົກມວຍ​ທີ່​ເມືອງ ກວາດາລາຮາຣາ ປະ​ເທດ​ເມັກ​ຊິ​ໂກ…

ອາເຊນອລ ພ້ອມຈ່າຍ 60 ລ້ານປອນ ດຶງອະດີດນັກເຕະກັບຖິ່ນລະດູການໜ້າ

ອາເຊນອລ ພ້ອມຈ່າຍ 60 ລ້ານປອນ ດຶງອະດີດນັກເຕະກັບຖິ່ນລະດູການໜ້າ

ອາເຊນອລ ສະໂມສອນດັງແຫ່ງພຣີເມຍລີກ ອັງກິດ ພວມເດີນໜ້າເບ່ິງຫາຕົວເລືອກໃນແຜງກອງກາງຢ່າງຕໍ່ເນື່ອງ ແລະ ຫລ້າສຸດກຽມຈ່າຍ 60 ລ້ານປອນ ຄວ້າຕົວ ຢູນຸສ ມູຊາ ກອງກາງດາວຮຸ່ງທີມຊາດສະຫະລັດ ອາເມລິກາ ຂອງທີມ ບາເລນເຊຍ ໃນ ລາ ລີກາ ໄປຮ່ວມທີມຫລັງຈົບລະດູການນີ້. ດາວເຕະອາຍຸ…

ແມນຢູ ປະຕິເສດເຊັນຖາວອນ ເວກຮອສ ເຫດສອບຕົກ-ເລັງ 6 ດາວຍິງເສີມຄົມແທນ

ແມນຢູ ປະຕິເສດເຊັນຖາວອນ ເວກຮອສ ເຫດສອບຕົກ-ເລັງ 6 ດາວຍິງເສີມຄົມແທນ

ຢືນຢັນແລ້ວ ແມນຢູ ຕັດສິນໃຈ ເວກຮອສ ບໍ່ໄດ້ໄປຕໍ່ ຫລັງສອບຕົກໄລຍະຢືມຕົວ ເຜີຍລາຍຊື່ 6 ດາວຍິງທີ່ເລັງໄວ້ເສີມຄົມແທນ. ແມນເຊສເຕີ ອິຟນິ້ງ ນີວ ສື່ທ້ອງຖິ່ນຊື່ດັງລາຍງານວ່າ ແມນເຊສເຕີ ຢູໄນເຕັດ ທີມດັງພຣີເມຍລີກ ອັງກິດ ຕັດສິນໃຈບໍ່ເຊັນສັນຍາຄວ້າຕົວ ເວົາ ເວກຮອສ…

ນິວຄາສເຊິລ ສົນໃຈຄວ້າ ເນມາ ເສີມເກມບຸກລະດູການໜ້າ

ນິວຄາສເຊິລ ສົນໃຈຄວ້າ ເນມາ ເສີມເກມບຸກລະດູການໜ້າ

ນິວຄາສເຊິລ ຢູໄນເຕັດ ຕົກເປັນຂ່າວພວມສົນໃຈດຶງຕົວ ເນມາ ມາເສີມກອງໜ້າ ຫລັງນັກເຕະມແວວແຍກທາງກັບ ປາຣີສ ແຊັງ ແຊັກແມັງ ເມື່ອຈົບລະດູການນີ້. ປັດຈຸບັນ ນິວຄາສເຊັລ ມີກຸ່ມທຶນ ພັບບລິກ ອິນເວສເມັນ ຟັນ ຈາກປະເທດຊາອຸດິອາຣະເບຍ ເປັນຜູ້ຖືຮຸ້ນໃຫຍ່ຂອງສະໂມສອນ ເຊິ່ງລາຍງານລະບຸວ່າ ກຸ່ມທຶນດັງກ່າວຕ້ອງການຊື້ນັກເຕະທີ່ເຮັດໃຫ້ຮືຮາໃນຕະຫລາດລະດູການນີ້…

ປິດສາກ 8 ປີ ມິລເນີ ອຳລາ ລີເວີພູລ ຍ້າຍຊົບ ໄບຣຕັນ ຫລັງຈົບລະດູການນີ້

ປິດສາກ 8 ປີ ມິລເນີ ອຳລາ ລີເວີພູລ ຍ້າຍຊົບ ໄບຣຕັນ ຫລັງຈົບລະດູການນີ້

ຟາບີຊີໂອ ໂຣມາໂນ ນັກຂ່າວຄົນດັງລາຍງານວ່າ ເຈມ ມິລເນີ ກອງກາງປະສົບການຫລາຍຂອງ ລີເວີພູລ ບັນລຸຂໍ້ຕົກລົງໃນການຍ້າຍໄປຮ່ວມທີມ ໄບຣຕັນ ແບບບໍ່ມີຄ່າຕົວຫລັງຈົບລະດູການນີ້ ພ້ອມປິດສາກໄລຍະເວລາ 8 ປີກັບ ລີເວີພູລ. ໂດຍ ມິລເນີ ຍ້າຍຈາກ ແມນເຊສເຕີ ຊິຕີ ມາຢູ່ກັບ…

ປະທານປະເທດ ຢ້ຽມຢາມ ແລະ ໃຫ້ກຳລັງໃຈ ນັກກິລາລາວທີ່ເຂົ້າຮ່ວມແຂ່ງຂັນຊີເກມຄັ້ງທີ 32

ວັນທີ 5 ພຶດສະພາ 2023 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງໄປສະໝາມກິລາມໍລະດົກ ເຕໂຈ ແຫ່ງຊາດ ກຳປູເຈຍ ນະຄອນຫລວງພະນົມເປັນ ເພື່ອຢ້ຽມຢາມ ແລະໃຫ້ກຳລັງໃຈນັກກິລາລາວ ທີ່ເຂົ້າຮ່ວມແຂ່ງຂັນກິລາຊີເກມ ຄັ້ງທີ…