ນິວຄາສເຊິລ ສົນໃຈຄວ້າ ເນມາ ເສີມເກມບຸກລະດູການໜ້າ

ນິວຄາສເຊິລ ຢູໄນເຕັດ ຕົກເປັນຂ່າວພວມສົນໃຈດຶງຕົວ ເນມາ ມາເສີມກອງໜ້າ ຫລັງນັກເຕະມແວວແຍກທາງກັບ ປາຣີສ ແຊັງ ແຊັກແມັງ ເມື່ອຈົບລະດູການນີ້.

ປັດຈຸບັນ ນິວຄາສເຊັລ ມີກຸ່ມທຶນ ພັບບລິກ ອິນເວສເມັນ ຟັນ ຈາກປະເທດຊາອຸດິອາຣະເບຍ ເປັນຜູ້ຖືຮຸ້ນໃຫຍ່ຂອງສະໂມສອນ ເຊິ່ງລາຍງານລະບຸວ່າ ກຸ່ມທຶນດັງກ່າວຕ້ອງການຊື້ນັກເຕະທີ່ເຮັດໃຫ້ຮືຮາໃນຕະຫລາດລະດູການນີ້ ແລະ ເນມາ ເປັນນັກເຕະທີ່ຖືກເລ່ັງໄວ້.

ໂດຍທາງຜູ້ບໍລິຫານ ນິວຄາສເຊິລ ຍັງມີທີ່ທ່າສົນໃຈ ຄຣິສຕຽນໂນ ໂຣນັລໂດ ຊຸບເປີສະຕາທີມຊາດໂປຕຣຸເກສ ທີ່ຕອນນີ້ຫລິ້ນກັບ ອັລ ນາສເຊີ ທີໃນລີກ  ຊາອຸດິ ອາຣະເບຍ ເບິ່ງຄືວ່ານັກເຕະບໍ່ໜ້າຈະເຂົ້າກັບແຜນຂອງຜູ້ຈັດການທີມ ເອັດດີ ຮາວ ແຜນນີ້ຈຶ່ງໜ້າຈະຖືກປັດຕົກໄປ.

ຂະນະທີ່ ເນມາ ເຊິ່ງເປັນເຈົ້າຂອງຄ່າຕົວສະຖິຕິໂລກ 222 ລ້ານຢູໂຣ ມີທ່າທີວ່າອາດຈະແຍກທາງກັບ ເປແອສເຊ ຫລັງຈົບລະດູການນີ້ ເຊິ່ງດາວເຕະທີມຊາດບຣາຊິລ ໜ້າຈະເຂົ້າກັບແຜນຂອງ ຮາວ ໄດ້ ແລະ ນິວຄາສເຊິລ ຄົງຫວັງໃຊ້ໂອກາດທີ່ທີມມີແວຈະໄດ້ໄປຫລິ້ນຢູຟາ ແຊ໊ມປຽນ ລີກ ລະດູການນີ້ ມາລໍ້ໃຈນັກເຕະລາຍນີ້.

ສ່ວນສຳນັກຂ່າວສະກາຍສະປອດ ລາຍງານວ່າ : ນິວຄາສເຊິລ ຍັງເລັ່ງ ໂດມິນິກ ໂຊບອສໄລ ແລະ ອະມາດູ ໄອດາຣາ 2 ນັກເຕະໄລຊິກ ທີມໃນບຸນເດສລີກາ ເຢຍລະມັນ ໂດຍທັງ ຮາວ ແລະ ທີມງານນັກສືບຕ່າງຈັບຕາເບິ່ງທັງຄູ່ມາເປັນເວລາດົນແລ້ວ.