ເສັ້ນທາງລົດໄຟລາວ-ຈີນ ແຈ້ງປະກາດການນໍາໃຊ້ຊື່ແທ້ໃນປີ້ລົດໄຟໂດຍສານ
ເຖິງບັນດາຜູ້ໂດຍສານທີ່ຮັກແພງ: ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍການຂົນສົ່ງໂດຍສານຜ່ານທາງລົດໄຟ, ຮັບປະກັນຜູ້ໂດຍສານໄດ້ຮັບສິດ ແລະ ຜົນປະໂຫຍດຕາມກົດຫມາຍ, ເສັ້ນທາງລົດໄຟ ລາວ-ຈີນ, ຂໍແຈ້ງການວ່ານັບແຕ່ວັນທີ 13 ກັນຍາ 2022 ຈະເລີ່ມປະຕິບັດການ ໃຊ້ຊື່ແທ້ໃນລະບົບການຊື້ປີ້ລົດໄຟ. ເງື່ອນໄຂທີ່ກ່ຽວຂ້ອງ 1. ໃນເວລາຊື້ປີຜູ້ຊື້ປີ້ລົດໄຟຕ້ອງຖືເອກະສານບັດປະຈໍາຕົວ ຫຼື ສະບັບສໍາເນົາທີ່ ມີຜົນນໍາໃຊ້ຂອງຜູ້ທີ່ຈະຂື້ນນັ່ງລົດໄຟ, ລວມທັງບັດປະຈໍາຕົວປະຊາຊົນລາວ,…










