ເປີດດ່ານທ້ອງຖິ່ນ ແລະ ດ່ານປະເພນີສຳລັບການເຂົ້າ-ອອກ ທົ່ວໄປໃນຂອບເຂດທົ່ວປະເທດ

ວັນນີ້ 29 ສິງຫາ 2022 “ກະຊວງການຕ່າງປະເທດ ໄດ້ອອກແຈ້ງການສະບັບເລກທີ 2982/ຫກ.ຫຄຊ4 ວ່າດ້ວຍການເປີດດ່ານທ້ອງຖິ່ນ ແລະ ດ່ານປະເພນີສຳລັບການເຂົ້າ-ອອກ ທົ່ວໄປໃນຂອບເຂດທົ່ວປະເທດ”.
ກະຊວງການຕ່າງປະເທດ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: “ລັດຖະບານ ໄດ້ເຫັນດີອະນຸຍາດໃຫ້ບັນດາແຂວງ ສາມາດເປີດດ່ານທ້ອງຖິ່ນ ແລະ ດ່ານປະເພນີສໍາລັບການເຂົ້າ-ອອກທົ່ວໄປທຸກດ້ານ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງແຂວງຕົນ, ແຕ່ໃຫ້ກໍານົດມາດຕະການຄຸ້ມຄອງ ແລະ ກວດກາໃຫ້ຮັດກຸມ ເພື່ອບໍ່ໃຫ້ມີການສວຍໃຊ້ໂອກາດນໍາເຂົ້າ ສິນຄ້າທີ່ບໍ່ຈໍາເປັນ ແລະ ການລັກລອບນໍາເຂົ້າສິນຄ້າທີ່ຜິດກົດຫມາຍຢ່າງເດັດຂາດ”.

