ຕົ້ນເດືອນພະຈິກ 2022 ນີ້ ກຽມຮັບມືກັບອາກາດໜາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານວ່າ: ໃນໄລຍະວັນທີ 31 ຕຸລາ ຫາ 6 ພະຈິກ 2022 ມວນອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນລົງ 1 ຫາ…
ປກສ ແຂວງອຸດົມໄຊ ມອບພາຫະນະ ທີ່ຖືກຄົນຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ 7 ຄັນ
ພັຕ ບຸນເມກ ສຸດາຈັນ ຮອງຫົວໜ້າພະແນກສືບສວນ – ສອບສວນ ປກສ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ໃນເດືອນຕຸລາ 2022, ພະແນກສືບສວນ – ສອບສວນ ປກສ ແຂວງອຸດົມໄຊ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ມີລົດຈັກເສຍຈຳນວນຫຼາຍຄັນ. ສະນັ້ນ, ຄະນະຫ້ອງຕໍາຫຼວດ…
ເກີດແຜ່ນດິນໄຫວ ໃນບໍລິເວນແຂວງໄຊຍະບູລີ ດ້ວຍຄວາມແຮງ 3.3 ຣິກເຕີ
ສູນຂ່າວສານແຜ່ນດິນໄຫວແຫ່ງຊາດ ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານວ່າ: ເວລາ 20:19 ໂມງ ຂອງວັນທີ 28 ຕຸລາ 2022 ໄດ້ພົບສັນຍານແຜ່ນດິນໄຫວ 1 ຄັ້ງໃນບໍລິເວນ ແຂວງໄຊຍະບູລີ ມີຈຸດສູນກາງຢູ່ເສັ້ນຂະໜານທີ 19.264 ອົງສາເໜືອ ແລະ…
ເປີດຈຳໜ່າຍເຂົ້າສານໜຽວ ປະເພດ 2 ແຊກແຊງລາຄາຕະຫລາດ ຢູ່ນະຄອນຫລວງວຽງຈັນ
ວັນທີ 25 ຕຸລາ 2022 ນີ້ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງແຈ້ງການໃຫ້ຊາບວ່າ: ລັດໄດ້ເປີດຮ້ານຈຳໜ່າຍເຂົ້າກິນ ເພື່ອແຊກແຊງລາຄາລັດຊີ້ນຳຢູ່ນະຄອນຫຼວງວຽງຈັນ ໂດຍຂາຍລາຄາສູງສຸດບໍ່ເກີນ 9.700 ກີບຕໍ່ກິໂລ ໄລຍະ 60 ວັນ ຈັດຂຶ້ນວັນທີ 24 ຕຸລາ…
ສະຫາຍ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໂທລະເລກຊົມເຊີຍ ສະຫາຍ ສີຈິ້ນຜິງ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ອີກວາລະໜຶ່ງ
ວັນທີ 23 ຕຸລາ 2022 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ສົ່ງໂທລະເລກຊົມເຊີຍເຖິງ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ເນື່ອງໃນໂອກາດສະຫາຍ ສີຈິ້ນຜິງ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ອີກວາລະໜຶ່ງ. ເນື້ອໃນຂອງໂທລະເລກຊົມເຊີຍມີດັ່ງຕໍ່ໄປນີ້: ເນື່ອງໃນໂອກາດທີ່…
ເຈົ້າແຂວງຊຽງຂວາງ ຕົກລົງໃຫ້ຈັດງານບຸນກິນຈຽງ (ນໍ່ເປ້ເຈົາ) ປະຈຳປີ 2022 ເປັນເວລາ 5 ວັນເຕັມ
ວັນທີ 19 ຕຸລາ 2022 ຜ່ານມາ, ເຈົ້າແຂວງຊຽງຂວາງ ໄດ້ອອກຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ສະມາຄົມກິລາ-ວັນນະຄະດີພື້ນເມືອງແຂວງຊຽງຂວາງ ຈັດງານເທດສະການບຸນກິນຈຽງ (ນໍ່ເປ້ເຈົາ) ຊົນເຜົ່າມົ້ງ ປະຈຳປີ ພສ 2565-2566; ຄສ 2022-2023 ໂດຍຕົກລົງເຫັນດີ 4 ມາດຕາຄື: ມາດຕາ 1:…
ປະທານສະພາແຫ່ງຊາດລາວ ຈະເດີນທາງຢ້ຽມຢາມ ປະທານສະພາຜູ້ແທນຣາສະດອນ ແຫ່ງຣາຊະອານາຈັກໄທ ວັນທີ 27-31 ຕຸລາ 2022
ຄະນະເລຂາທິການສະພາແຫ່ງຊາດ ແຈ້ງການວ່າ: ໂດຍການຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ຊວນ ຫລີກໄພ, ປະທານສະພາຜູ້ແທນຣາຊະດອນ ແຫ່ງຣາສະອານາຈັກໄທ ແລະ ພະນະທ່ານ ປອ. ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ…
ຂ່າວດີ!! ສຳລັບຊາວແຂວງວຽງຈັນ ຈະມີບໍລິການຜ່າຕັດແກ່ນຕາຂຸ້ນໂດຍບໍ່ເສຍຄ່າໃນເດືອນ ພະຈິກ 2022 ນີ້
ພະແນກສາທາລະນະສຸກ ແຂວງວຽງຈັນ ໄດ້ອອກແຈ້ງການເລກທີ 4406 ສທຂ.ວຈ ລົງວັນທີ 19 ຕຸລາ 2022 ນີ້, ກ່ຽວກັບການລົງເຄື່ອນໄຫວຜ່າຕັດແກ່ນຕາຂຸ້ນຢູ່ແຂວງວຽງຈັນໃຫ້ປະຊາຊົນໂດຍບໍ່ເສຍຄ່າ. ໂດຍອີງຕາມແຜນວຽກງານກິດຈະກໍາປະຈໍາປີ 2022 ຂອງໜ່ວຍງານປິ່ນປົວ ແລະ ຮັກສາສຸຂະພາບຕາແຂວງວຽງຈັນຫົວໜ້າພະແນກສາທາແຂວງວຽງຈັນກໍຄືໜ່ວຍງານຕາໂຮງໝໍແຂວງວຽງຈັນ ຮຽນມາຍັງທ່ານຫົວໜ້າສາທາລະນະສຸກເມືອງຊາບວ່າ: ຈະມີແຜນການຈັດຕັ້ງປະຕິບັດໃນການລົງເຄື່ອນໄຫວຜ່າຕັດພະຍາດແກ່ນຕາຂຸ້ນ ແລະ ພະຍາດຕາອື່ນໆໂດຍບໍ່ໄດ້ເສຍຄ່າຜ່າຕັດດັ່ງມີແຜນລະອຽດຄື:…










