ຕົ້ນເດືອນພະຈິກ 2022 ນີ້ ກຽມຮັບມືກັບອາກາດໜາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານວ່າ: ໃນໄລຍະວັນທີ 31 ຕຸລາ ຫາ 6 ພະຈິກ 2022 ມວນອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນລົງ 1 ຫາ 2 ອົງສາຢູ່ໃນແຕ່ລະພາກ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.
ຄາດຄະເນສະພາບອາກາດໃນແຕ່ລະພາກດັ່ງນີ້:
ພາກເໜືອດ້ານຕາເວັນອອກ: ໃນໄລຍະຕົ້ນ ຫາ ກາງອາທິດ ແຕ່ວັນທີ 31 ຕຸລາ ຫາ 3 ພະຈິກ 2022 ອາກາດຈະໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ຈາກນັ້ນໃນໄລຍະທ້າຍອາທິດ ແຕ່ວັນທີ 4-6 ພະຈິກ 2022 ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ອຸນຫະພູມຕໍ່າສຸດ 11-15 ອົງສາ ແລະ ສູງສຸດ 21-25 ອົງສາ.
ພາກເໜືອດ້ານຕາເວັນຕົກ: ອາກາດຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ຈາກນັ້ນໃນທ້າຍອາທິດ ແຕ່ວັນທີ 4-6 ພະຈິກ 2022 ອາກາດຍັງຈະເຢັນ ຫາ ໜາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕ່ຳສຸດ 13-19 ອົງສາ ແລະ ສູງສຸດ 28-32 ອົງສາ.
ພາກກາງ: ອາກາດຈະເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນອຸນຫະພູມຕໍ່າສຸດ 18-22 ອົງສາ ແລະ ສູງສຸດ 26-32 ອົງສາ.
ສໍາລັບແຂວງ ໄຊສົມບູນ: ອາກາດຈະໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນອຸນຫະພູມຕ່ຳສຸດ 8-10 ອົງສາ ແລະ ສູງສຸດ 27-29 ອົງສາ.
ພາກໃຕ້: ອາກາດຈະເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມ ມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕ່ຳສຸດ 18-22 ອົງສາ ແລະ ສູງສຸດ 28-32 ອົງສາ.
ສໍາລັບເຂດພູພຽງບໍລະເວນ: ອາກາດຈະໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ, ຈາກນັ້ນໃນທ້າຍອາທິດວັນທີ 5-6 ພະຈິກ 2022 ອາກາດຍັງຈະໜາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕ່ຳສຸດ 10-12 ອົງສາ ແລະ ສູງສຸດ 23-25 ອົງສາ.
ນະຄອນຫຼວງວຽງຈັນ: ອາກາດຈະເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ບາງບໍລິເວນ ແລະ ຈະມີລົມພັດແຮງເປັນບາງໂອກາດອຸນຫະພູມຕ່ຳສຸດ 19-21 ອົງສາ ແລະ ສູງສຸດ 32-34 ອົງສາ.

