ພັຕ ບຸນເມກ ສຸດາຈັນ ຮອງຫົວໜ້າພະແນກສືບສວນ – ສອບສວນ ປກສ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ໃນເດືອນຕຸລາ 2022, ພະແນກສືບສວນ – ສອບສວນ ປກສ ແຂວງອຸດົມໄຊ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ມີລົດຈັກເສຍຈຳນວນຫຼາຍຄັນ. ສະນັ້ນ, ຄະນະຫ້ອງຕໍາຫຼວດ ປກສ ແຂວງ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງເກັບກຳຂໍ້ມູນ ສາມາດກັກຕົວເປົ້າໝາຍລັກລອບຊື້-ຂາຍຊັບຜິດກົດໝາຍ (ປະເພດລົດຈັກ) ໄດ້ຈຳນວນ 3 ຄົນ, ພ້ອມທັງຢຶດຂອງກາງລົດຈັກ ຈຳນວນ 7 ຄັນ, ວັນທີ 5 ຕຸລາ 2022 ສາມາດກັກປະເພດລົດກະບະ TOYOTA REVO ສີຂາວ ໝາຍເລກທະບຽນ ກໍາແພງນະຄອນ 3366 ຈໍານວນ 1 ຄັນ ຂອງປະຊາຊົນທີ່ຈອດໄວ້ຢູ່ສວນຢາງພະລາ ເຂດບ້ານແຄນຢອງ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໂດຍສາມາດກັກຕົວຜູ້ກະທຳຜິດ ໄດ້ທີ່ແຂວງອຸດົມໄຊ.
ບຸກຄົນກະທຳຜິດ ຊື່ ທ້າວ ເຢີຊົງ ອາຍຸ 23 ປີ, ສັນຊາດລາວ, ອາຊີບເຮັດສວນ, ຢູ່ບ້ານຜາໄລ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ໃຫ້ການຮັບສາລະພາບວ່າ ຜູ້ກ່ຽວ ແລະ ພັກພວກ ຈຳນວນ 2 ຄົນ ໄດ້ລົງມືລັກລົດຄັນດັ່ງກ່າວແທ້ ເພື່ອຈະນຳໄປຂາຍອອກຢູ່ແຂວງບໍ່ແກ້ວ ມາຮອດຈຸດກວດກາ ຫຼັກກິໂລແມັດທີ່ 24 ລະຫວ່າງເສັ້ນທາງເມືອງໄຊ – ເມືອງນາໝໍ້ ຈຶ່ງຖືກເຈົ້າໜ້າທີ່ຕຳຫຼວດກັກຕົວ ພ້ອມຂອງກາງມາດຳເນີນຄະດີ.
ມາຮອດໃນຄັ້ງວັນທີ 26-27 ຕຸລາ 2022 ເຈົ້າໜ້າທີ່ກອງວິຊາສະເພາະຫ້ອງຕໍາຫຼວດ ປກສ ແຂວງອຸດົມໄຊ ຈຶ່ງໄດ້ຈັດພິທີມອບ-ຮັບ ພາຫະນະຈຳນວນດັ່ງກ່າວໃຫ້ແກ່ເຈົ້າຂອງຊັບເດີມຢ່າງເປັນທາງການ ໃນນີ້ ມີພາຫະນະລົດຈັກຢີ່ຫໍ້ HONDA WAVE 100 ຈໍານວນ 6 ຄັນ, HONDA CLICK-I 125 cc ຈຳນວນ 1 ຄັນ ແລະ ລົດກະບະ TOYOTA REVO ຈໍານວນ 1 ຄັນ ໂດຍຊ່ອງໜ້າເຈົ້າໜ້າທີ່ ພະແນກກ່ຽວຂ້ອງ ພ້ອມດ້ວຍເຈົ້າຂອງຊັບເຂົ້າຮ່ວມ.