ກັນດີກວ່າແກ້ ບັດເປັນແທ້ ການແກ້ບໍ່ທົ່ວ
ໜ້າທີ່, ຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການຂອງທົ່ວປວງຊົນ ເປັນປັດໄຈຕັດສິນຊີ້ຂາດເພື່ອຕ້ານການລະບາດພະຍາດໂຄວິດ-19 ແລະ ແນວໃດກໍດີເຖິງວ່າພວກເຮົາໄດ້ເຮັດແທ້, ແຕ່ມາເຖິງປັດຈຸບັນຜູ້ຕິດພະຍາດໂຄວິດ-19 ພາຍໃນຍັງມີຫລາຍ ແລະ ແພ່ລາມເປັນວົງກວ້າງ ຊຶ່ງເປັນການສົ່ງສັນຍານບອກ ໃຫ້ຮູ້ວ່າ: ຖ້າພວກເຮົາບໍ່ປະຕິບັດມາດຕະການຕ່າງໆຢ່າງເອົາການເອົາງານແທ້ ຫລື ພາກັນຕີຖອຍ ແລະ ລະເຫລີງກໍບໍ່ມີທ່າທີວ່າມັນຈະຢຸດໜ້ອຍຖອຍລົງ ເນື່ອງຈາກບໍ່ມີອາການສະແດງ ພວກເຮົາຈຶ່ງບໍ່ສາມາດຮູ້ວ່າ…
ຢຸດເຊື່ອຂ່າວລື!! ເລື່ອງການສັກວັກຊີນທີ່ບິດເບືອນຄວາມຈິງຢູ່ໃນຂະນະນີ້
ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານວັນທີ 14 ມັງກອນ 2022 ວ່າ: ດັ່ງທີ່ມີກະແສສື່ສັງຄົມອອນລາຍໄດ້ເຜີຍແຜ່ອອກໄປກ່ຽວກັບຊາຍໜຸ່ມຄົນໜຶ່ງໄປສັກວັກຊີນໄຟເຊີເຂັມທີ 3 ແລະ ເຮັດໃຫ້ເກືອບເສຍຊີວິດ, ຕໍ່ບັນຫາດັ່ງກ່າວເລື່ອງການສັກວັກຊີນ ທີ່ບິດເບືອນຄວາມຈິງຢູ່ໃນຂະນະນີ້ ແມ່ນຢ່າພາກັນຫລົງເຊື່ອ, ເຊິ່ງຄະນະສະເພາະກິດກຳລັງຕິດຕາມເຟສຜູ້ທີ່ໂພສຂໍ້ຄວາມດັ່ງກ່າວ. ພ້ອມນີ້ທາງພາກລັດກໍໄດ້ມີຄວາມພະຍາຍາມຈັດຊອກຫາວັກຊີນທີ່ມີຄຸນນະພາບເພື່ອມາສັກໃຫ້ປະຊາຊົນສ້າງພູມຄຸ້ມກັນໃຫ້ຮ່າງກາຍຕ້ານໂຄວິດ-19, ເຊິ່ງມາຮອດມື້ນີ້…
ໂຄງການອະນຸຮັກສັດປ່າ ແຂວງຫລວງພະບາງ ໄດ້ຮັບໝີທີ່ປະຊາຊົນພົບຢູ່ແຄມທາງໄປເບິ່ງແຍງດູແລແລ້ວ
ເຈົ້າໜ້າທີ່ປ່າໄມ້ແຂວງຫລວງພະບາງ ຮ່ວມກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ລວມທັງໜ່ວຍງານກວດກາປ່າໄມ້ເມືອງນານ ແຂວງຫລວງພະບາງ ມອບໝີ ໜຶ່ງໂຕ ທີ່ພົນລະເມືອງດີພົບເຫັນຢູ່ພູສະແກນ ເມືອງດັ່ງກ່າວໃນວັນທີ 13 ມັງກອນ 2022 ແລະ ໃນວັນທີ 14 ມື້ຕໍ່ມາ ກໍໄດ້ມອບໝີໃຫ້ແກ່ໂຄງການອະນຸລັກສັດປ່າຫລວງພະບາງເປັນຜູ້ຄຸ້ມຄອງດູແລຕໍ່ໄປ. ຂໍ້ມູນ+ພາບ: Niphakone…
ບໍ່ຄວນສະແດງທ່າທີ່ລັງກຽດຕໍ່ຜູ້ທີ່ຕິດເຊື້ອພະຍາດໂຄວິດ
ທ່ານ ດຣ ສີສະຫວາດ ສຸດທະນີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ເປີດເຜີຍໃນວັນທີ 13 ມັງກອນນີ້ວ່າ: ການອອກກຳລັງກາຍ 30 ນາທີຕໍ່ມື້ໃຫ້ໄດ້ 5 ມື້ຕໍ່ອາທິດ (ຢູ່ເຮືອນ ຫລື ສະຖານທີ່ທີ່ບໍ່ມີຄວາມສ່ຽງ)ແມ່ນດີທີ່ສຸດສຳລັບຮ່າງກາຍ, ສ່ວນບາງທ່ານກໍໃສ່ຜ້າປິດປາກ-ດັງຂະນະທີ່ອອກກຳລັງກາຍອາດເຮັດໃຫ້ເກີດຜົນເສຍຕໍ່ຮ່າງກາຍໄດ້ ເພາະເຮັດໃຫ້ອຶດອັດ, ຫາຍໃຈລຳບາກ,…
ຄະນະສະເພາະກິດນະຄອນຫລວງວຽງຈັນ ຍັງບໍ່ອະນຸຍາດໃຫ້ເປີດຮ້ານບັນເທີງ ແລະ ຮ້ານອາຫານ-ກິນດື່ມ ບໍລິການເຄື່ອງດື່ມທາດເຫລົ້າ
ເນື່ອງຈາກປັດຈຸບັນປາກົດເຫັນຮ້ານອານຫານກິນດື່ມ ແລະ ຮ້ານບັນເທີງກັບມາເປີດໃຫ້ບໍລິການເຄື່ອງດື່ມ ທີ່ມີທາດເຫລົ້າຫລາຍຮ້ານໃນນະຄອນຫລວງວຽງຈັນ ໃນໄລຍະຍັງເກີດການລະບາດພະຍາດໂຄວິດ-19 ເຊິ່ງເປັນການຂັດຕໍ່ແຈ້ງການສະບັບເລກທີ 45/ສພກ.ນວ ລົງວັນທີ 27 ທັນວາ 2021 ຂອງຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການແພ່ລະບາດພະຍາດໂຄວິດ-19 ນະຄອນຫລວງວາງອອກ. ຕໍ່ປາກົດການດັ່ງກ່າວ, ທ່ານ ນາງ ໄຊພອນ ນັນທະພອນ…
ອົງການ USAID ແລະ ກະຊວງສາທາລະນະສຸກ ເຢຍລະມັນ ຊ່ວຍເຫລືອລົດຕູ້ເຢັນຂົນວັກຊີນ ແລະ ອຸປະກອນ ສະໜັບສະໜູນ ການສັກວັກຊີນປ້ອງກັນໂຄວິດ-19 ຢູ່ ສປປ ລາວ
ວັນທີ 11 ມັງກອນ 2022 ທີ່ກະຊວງສາທາລະນະສຸກ ໄດ້ມີພີທີມອບ-ຮັບລົດຕູ້ເຢັນສຳລັບຂົນວັກຊີນ ແລະ ອຸປະກອນໄອທີ ໂດຍການຊ່ວຍເຫລືອຂອງ ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ແລະ ກະຊວງສາທາລະນະສຸກເຢຍລະມັນ (BMG) ຜ່ານອົງການອະນາໄມໂລກ (WHO) ລວມມູນຄ່າ 383,794 ໂດລາ ໃຫ້ສູນສຸຂະພາບແມ່…
ວັນທີ 11 ມັງກອນ 2022 ສປປ ລາວ ຕິດເຊື້ອໂຄວິດ-19 ເພີ່ມໃໝ່ +999 ຄົນ ແລະ ເສຍຊີວິດໃໝ່ +9 ຄົນ
ວັນທີ 10 ມັງກອນ 2022 ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ19 ເພີ່ມ +641 ຄົນ ແລະ ເສຍຊີວິດ ເພີ່ມ +11 ຄົນ
ການປ້ອງກັນ ເປັນສິ່ງສຳຄັນຢຸຸດສະພາບການລະບາດພະຍາດໂຄວິດ-19
ປັດຈຸບັນ, ຫລາຍປະເທດທົ່ວໂລກພວມຜະເຊີນກັບການລະບາດຢ່າງໜັກຂອງສາຍພັນໂອມິຄຣອນ ໂດຍເຫັນໄດ້ຈາກການລາຍງານແຕ່ລະມື້ ກວດພົບຜູ້ຕິດເຊື້ອໃໝ່ຫລາຍແສນຄົນຢູ່ບາງປະເທດ. ຍ້ອນແນວນີ້, ລັດຖະບານຫລາຍປະເທດ ຈຶ່ງໄດ້ວາງມາດຕະການເຂັ້ມງວດຂຶ້ນກວ່າເກົ່າເພື່ອຄວບຄຸມການລະບາດເປັນຕົ້ນ ການເຮັດວຽກຢູ່ເຮືອນ, ຫ້າມຈັດກິດຈະກຳທີ່ມີຄົນເຂົ້າຮ່ວມຫລາຍ ຫລື ຄົນທີ່ໄປໃຊ້ບໍລິການຢູ່ສະຖານ ທີ່ຕ່າງໆ ຕ້ອງສະແດງບັດສັກວັກຊີນຄົບທຸກເຂັມທີ່ແນະນຳ. ອົງການອະນາໄມໂລກ ໄດ້ອອກມາເຕືອນວ່າ: ໂອມິຄຣອນ ຍັງຄົງເປັນຄວາມສ່ຽງລະດັບສູງຂອງໂລກ ເຊິ່ງປັດໄຈສຳຄັນຄືຄວາມສາມາດການແພ່ກະຈາຍເຊື້ອໄວກວ່າສາຍພັນອື່ນໆ ເຖິງວ່າເມື່ອຕິດເຊື້ອອາການ ຈະບໍ່ຮຸນແຮງເທົ່າສາຍພັນເດວຕາ,…










