ອົງການ USAID ແລະ ກະຊວງສາທາລະນະສຸກ ເຢຍລະມັນ ຊ່ວຍເຫລືອລົດຕູ້ເຢັນຂົນວັກຊີນ ແລະ ອຸປະກອນ ສະໜັບສະໜູນ ການສັກວັກຊີນປ້ອງກັນໂຄວິດ-19 ຢູ່ ສປປ ລາວ

ວັນທີ 11 ມັງກອນ 2022 ທີ່ກະຊວງສາທາລະນະສຸກ ໄດ້ມີພີທີມອບ-ຮັບລົດຕູ້ເຢັນສຳລັບຂົນວັກຊີນ ແລະ ອຸປະກອນໄອທີ ໂດຍການຊ່ວຍເຫລືອຂອງ ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ແລະ ກະຊວງສາທາລະນະສຸກເຢຍລະມັນ (BMG) ຜ່ານອົງການອະນາໄມໂລກ (WHO) ລວມມູນຄ່າ 383,794 ໂດລາ ໃຫ້ສູນສຸຂະພາບແມ່ ແລະ ເດັກ, ກະຊວງສາທາລະນະສຸກ (MOH). ພິທີຄັ້ງນີ້ ໂດຍການເຂົ້າຮ່ວມກ່າວຮັບ ຂອງ ທ່ານ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ແລະ ກ່າວມອບ ທ່ານ ນາງ Annette Knobloch, ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ສປປ ລາວ
ເຊິ່ງອຸປະກອນດັ່ງກ່າວຈະຊ່ວຍໃຫ້ ສປປ ລາວ ສາມາດນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເພື່ອຂັບເຄື່ອນວຽກງານສັກຢາ ແລະ ຮັບປະກັນຄວາມຖືກຕ້ອງຂອງຂໍ້ມູນທົ່ວ ສປປ ລາວ ເພື່ອສະໜັບສະໜູນເປົ້າໝາຍຂອງ ສປປ ລາວ ທີ່ຈະສັກວັກຊີນໃຫ້ປະຊາກອນໃຫ້ໄດ້ 80%. ອຸປະກອນດັ່ງກ່າວຊ່ວຍຊຸກຍູ້ສູນສຸຂະພາບແມ່ ແລະ ເດັກ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ແລະ ກົມແຜນການ ແລະ ການຮ່ວມມື, ໃນການພັດທະນາລະບົບໃໝ່ເພື່ອນັດໝາຍ, ລົງທະບຽນລ່ວງໜ້າ, ແລະ ບັນທຶກຂໍ້ມູນການສັກວັກຊີນລະດັບບຸກຄົນ ແລະ ສະໜອງບັດວັກຊີນທີ່ນຳໃຊ້ QR code ຢູ່ຈຸດບໍລິການໃຫ້ວັກຊີນ ແລະໂຮງໝໍສູນກາງ 5 ແຫ່ງ. ດ້ວຍຄວາມສາມາດດ້ານໄອທີທີ່ເພີ່ມຂຶ້ນ, ລະບົບດັ່ງກ່າວຈະຂະຫຍາຍໄປສູ່ບັນດາໂຮງໝໍແຂວງ ແລະ ໂຮງໝໍເມືອງ.
ທຶນການຊ່ວຍເຫລືອຄັ້ງນີ້ ຄື ອົງການ USAID ມູນຄ່າ 197,633 ໂດລາ, ກະຊວງສາທາລະນະສຸກ ເຢຍລະມັນ ພາຍໃຕ້ທຶນການຊ່ວຍເຫຼືອຈາກ BMG ມູນຄ່າ 186,161 ໂດລາ ໂດຍອົງການ WHO ຈະເປັນຜູ້ຮັບຜິດຊອບ ໃນການຈັດຊື້ ແລະ ຂົນສົ່ງເຄື່ອງຊ່ວຍເຫຼືອຄັ້ງນີ້. ເພື່ອໃຫ້ການບໍລິການວັກຊີນແບບເຄື່ອນທີ່ຢູ່ຕາມນະຄອນຫລວງວຽງຈັນ.
ທ່ານ ລັດຖະມົນຕີກະຊວງສາທາ ໄດ້ສະແດງຄວາມຂອບໃຈຢ່າງສູງ ມາຍັງອົງການ USAID, ກະຊວງສາທາລະນະສຸກຂອງເຢຍລະມັນ ແລະ ອົງການອະນາໄມໂລກ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອວຽກງານສັກຢາກກັນພະຍາດ ແລະ ເຫັນວ່າ ລົດຕູ້ເຢັນຂົນສົ່ງສິນຄ້າ ແລະ ອຸປະກອນໄອທີ ດັ່ງກ່າວນີ້ ຈະຊ່ວຍຊຸກຍູ້ສົ່ງເສີມສູນສຸຂະພາບແມ່ ແລະ ເດັກ, ໂຮງໝໍສູນກາງ 5 ແຫ່ງ ແລະ ໂຮງໝໍເມືອງ 9 ແຫ່ງ ໃນນະຄອນຫຼວງວຽງຈັນ ໃຫ້ສາມາດປັບປຸງຄຸນະພາບດ້ານຂໍ້ມູນຂ່າວສານ, ປັບປຸງຂະບວນການປ້ອນຂໍ້ມູນ, ການລາຍງານໃຫ້ທັນເວລາ ແລະ ໄວຂຶ້ນໂດຍລະບົບທີ່ຫລຸດຜ່ອນການນຳໃຊ້ເອກະສານ.

