ວັກຊີນເຂັມກະຕຸ້ນ ສາມາດປ້ອງກັນເຊື້ອໂຄວິດ-19 ສາຍພັນໂອມິຄຣອນ ໄດ້ແຕ່ 79-89%
ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ກ່າວໃນ ວັນທີ 27 ມັງກອນນີ້ວ່າ: ປັດຈຸບັນ ທົ່ວໂລກເກີດການລະບາດໂຄວິດ-19 ສາຍພັນໂອມິຄຣອນ ເຊິ່ງການສັກວັກຊີນເຂັມກະຕຸ້ນ ຈຶ່ງສໍາຄັນ ເຖິງວ່າໄດ້ສັກວັກຊີນຄົບທຸກເຂັມທີ່ແນະນຳມາແລ້ວບໍ່ວ່າຈະຊະນິດໃດກໍຕາມ ເມື່ອຜ່ານໄປ 3 ເດືອນ ພູມຄຸ້ມກັນກໍຈະຫລຸດລົງ. ດັ່ງນັ້ນຈໍາເປັນຈະຕ້ອງໄປສັກວັກຊີນເຂັມກະຕຸ້ນ…










