ຮອງນາຍົກ ຊີ້ນຳໃຫ້ເລັ່ງແກ້ໄຂບັນຫາອາຊະຍາກໍາ ແລະ ການຕົວະຍົວະຫລອກລວງ ຜ່ານລະບົບອິນເຕີເນັດ
ວັນທີ 25 ມິຖຸນາ 2024, ຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫລຸບວຽກງານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ 6 ເດືອນຕົ້ນປີ 2024 ແລະ ວາງທິດທາງແຜນການໃນຕໍ່ໜ້າ, ມີ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດ…
ໃນເດືອນກໍລະກົດ ລັດຖະບານຈະສຸມໃສ່ແກ້ໄຂອັດຕາແລກປ່ຽນ; ຄວບຄຸມການນໍາເຂົ້າສິນຄ້າ ແລະ ບັນຫາໜີ້ສິນ
ລັດຖະບານ ໄດ້ດໍາເນີນກອງປະຊຸມວິສາມັນປະຈຳເດືອນ ມິຖຸນາ ຂອງລັດຖະບານ ດຳເນີນໄປໃນວັນທີ 24 ມິຖຸນາ 2024, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ກອງປະຊຸມຄັ້ງນີ້ ໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ພ້ອມທັງເຫັນດີຮັບຮອງເອົາ ຮ່າງແຜນແມ່ບົດການພັດທະນາ…
ປຶກສາຫາລືວຽກງານການທູດເສດຖະກິດ ທີ່ຕິດພັນກັບແຜນການພັດທະນາເສດຖະກິດ-ສັງຄົມ
ວັນທີ 20 ມິຖຸນາ 2024 ຜ່ານມາ ກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມປຶກສາຫາລື “ວຽກງານການທູດເສດຖະກິດ ຮ່ວມກັບບັນດາ 05 ແຂວງພາກກາງ ແລະ 02 ແຂວງພາກເໜືອ” ຂຶ້ນທີ່ ແຂວງສະຫວັນນະເຂດ, ໂດຍການເປັນປະທານຮ່ວມໂດຍ ທ່ານ ທອງຜ່ານ…
ນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງອັດຕະປື ເອົາໃຈໃສ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ດີຂຶ້ນ
ວັນທີ 22 ມິຖຸນາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ວຽກງານຮອບດ້ານຢູ່ແຂວງ ອັດຕະປື ແລະ ໄດ້ຮັບຟັງລາຍງານຂອງ ພົທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ກ່ຽວກັບການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕິດພັນກັບການຈັດຕັ້ງປະຕິບັດ…
ນາຍົກ ຊີ້ນຳໃຫ້ແຂວງເຊກອງ ເອົາໃຈໃສ່ພັດທະນາເສດຖະກິດ-ສັງຄົມ ໃຫ້ເຂັ້ມແຂງ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ
ວັນທີ 21 ມິຖຸນາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ໄດ້ພົບປະໂອ້ລົມຄະນະພັກ, ພະນັກງານນໍາພາຫລັກແຫລ່ງ ແຂວງເຊກອງ. ພ້ອມທັງຮັບຟັງລາຍງານຂອງທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ກ່ຽວກັບການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ…
ບໍລິຄຳໄຊອະນຸຍາດຂຸດຄົ້ນແຮ່ທາດ 10 ບໍລິສັດ ໃນເນື້ອທີ່ 171,739 ເຮັກຕາ
ທ່ານ ມະນີວັນ ໄຊຍະເພັດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄຳໄຊ ໄດ້ລາຍງານ ໃນໂອກາດທີ່ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ລົງເຄື່ອນໄຫວເຮັດວຽກ ແລະ ຢ້ຽມຢາມແຂວງບໍລິຄຳໄຊ ໃນວັນທີ 17…
ສະພາແຫ່ງຊາດ ເນັ້ນໃຫ້ລັດຖະບານເອົາໃຈໃສ່ 8 ບັນຫາສຳຄັນ ໃນທິດທາງແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນທ້າຍປີ 2024
ວັນທີ 19 ມິຖຸນາ 2024 ໃນໂອກາດ ຖະແຫລງຂ່າວກ່ຽວກັບຜົນການພິຈາລະນາ ວຽກງານຂອງລັດຖະບານ ກ່ຽວກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ທີ່ຕິດພັນກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024…
ເຊັນຮັບຮອງເອກະສານໂຄງການ ການວາງແຜນ ແລະ ການເງິນ ແຫ່ງຊາດ ເພື່ອການພັດທະນາແບບມີສ່ວນຮ່ວມ
ວັນທີ 18 ມິຖຸນາ 2024, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ໄດ້ຈັດພິທີເຊັນຮັບຮອງເອກະສານໂຄງການ (ສະບັບປັບປຸງ) ແລະ ກອງປະຊຸມຄະນະຊີ້ນຳ ແລະ ຄຸ້ມຄອງໂຄງການ ການວາງແຜນ…
ກະຊວງການເງິນ ຊີ້ແຈງຄຳຊັກຖາມ ສສຊ ຕໍ່ການກໍານົດນະໂຍບາຍເພີ່ມເງິນເດືອນ-ເງິນອຸດໜູນໃຫ້ພະນັກງານ, ທະຫານ-ຕຳຫລວດ ໃນສະພາວະເງິນເຟີ້ເພີ່ມຂຶ້ນ
ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 13 ມິຖຸນາ 2023, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ວ່າ: ຕໍ່ການກໍານົດນະໂຍບາຍເພີ່ມເງິນເດືອນ, ເງິນອຸດໜູນໃຫ້ພະນັກງານ, ທະຫານ-ຕຳຫລວດ ໃນສະພາວະຄ່າຄອງຊີບທີ່ສູງຂຶ້ນ, ເງິນເຟີ້ເພີ່ມຂຶ້ນ ແລະ ອັດຕາແລກປ່ຽນໃນປັດຈຸບັນ, ລັດຖະບານ ກໍຄືກະຊວງການເງິນໄດ້ປະຕິບັດລາຍຈ່າຍເງິນເດືອນ ແລະ ເງິນນະໂຍບາຍຕ່າງໆໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳ ຫລວດ ແລະ…










