“ຊັບໃນດິນສິນໃນນໍ້າ ແຮ່ຄຳຕົກຂ້ອນ” ກັບບັນຫາສິ່ງແວດລ້ອມທີ່ຕ້ອງຮີບຮ້ອນແກ້ໄຂ
ໂດຍ: ຜາຕຸງ ຜ່ານມາຫຼາຍປີ ລັດຖະບານໄດ້ອະນຸມັດໃຫ້ຜູ້ລົງທຶນສຳປະທານໃນການຂຸດຄົ້ນແຮ່ທາດຕ່າງໆທັງນ້ອຍແລະ ໃຫຍ່ ມີຫຼາຍໂຄງການກໍດຳເນີນໄປຢ່າງຖືກຕ້ອງຕາມລະບຽບກົດໝາຍ ຖືກຕ້ອງສອດຄ່ອງຕາມກົດໝາຍການລົງທຶນ ມີຜົນສຳເລັດດີ ນຳເອົາລາຍໄດ້ມາສູ່ປະເທດຊາດຢ່າງແທ້ຈິງ ອັນນີ້ກໍຊົມເຊີຍ ແຕ່ຍັງມີຫຼາຍໂຄງການ ໂດຍສະເພາະແມ່ນການລົງທຶນສຳປະທານຂຸດຄົ້ນຄຳຕົກຂ້ອນຢູ່ຫຼາຍແຂວງ ນອກກາານສຳປະທານແລ້ວ ຍັງມີຄົນຈຳນວນໜຶ່ງລັກລອບຂຸດຄົ້ນເຮັດໃຫ້ລັດມີຄວາມສູນເສຍລາຍຮັບເປັນຈຳນວນຫຼວງຫຼາຍ. ຈາກການດຳເນີນວຽກງານແບບບໍ່ໄປບໍ່ມາ ບໍ່ເກີດປະໂຫຍດແລ້ວ ຍັງສ້າງຄວາມສູນເສຍຕໍ່ປະເທດຊາດແລ້ວ ຍັງນຳເອົາຄວາມເດືອດຮ້ອນມາສູ່ປະຊາຊົນ ສ້າງຄວາມສູນເສຍຕໍ່ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ…










