ອິດສະລາແອນເລີ່ມປະຕິບັດບຸກພາກພື້ນດິນຄັ້ງໃຫຍ່ໃນເມືອງກາຊາ ຊິຕີ້

          ອິດສະລາແອນເລີ່ມປະຕິບັດການບຸກໂຈມຕີພາກດິນຄັ້ງໃຫຍ່ພາຍໃນເມືອງກາຊາ ຊິຕີ້ (Gaza City) ເມືອງໃຫຍ່ທີ່ສຸດໃນເຂດກາຊາແລ້ວ ໃນວັນທີ 16 ກັນຍາ ພາຍຫລັງສົ່ງໂດຣນ ແລະ ເຮລິກອບເຕີປະຕິບັດການໂຈມຕີທາງອາກາດຢ່າງໜັກໃນຫລາຍຈຸດທົ່ວເມືອງໃນຄືນຜ່ານມາ.

             ປະຕິບັດການບຸກໂຈມຕີພາກພື້ນດິນໃນເມືອງກາຊາ ຊິຕີ້ ດັ່ງກ່າວ ມີຂຶ້ນພຽງບໍ່ເທົ່າໃດຊົ່ວໂມງ ຫລັງຈາກທ່ານ ມາຣໂກ ຣູບິໂອ ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ ໄດ້ຫາລືກັບທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີຂອງອິດສະລາແອນ.

             ໂດຍກ່ອນໜ້ານີ້, ຄະນະສິດທິມະນຸດແຫ່ງສະຫະປະຊາຊາດ (United Nations Human Rights Council: HRC) ໄດ້ເຜີຍແຜ່ລາຍງານຜົນການສອບສວນ ເຊິ່ງໄດ້ຂໍ້ສະຫລຸບທີ່ລະບຸຊັດເຈນເປັນຄັ້ງທໍາອິດວ່າ: ອິດສະລາແອນໄດ້ກໍ່ເຫດຂ້າລ້າງເຜົ່າພັນຊາວປາແລັສຕິນໃນເຂດກາຊາ ໂດຍອິດສະລາແອນປະຕິເສດລາຍງານດັ່ງກ່າວ ແລະ ຂັດແຍ່ງວ່າເປັນລາຍງານທີ່ອ້າງອີງຈາກຄໍາຂີ້ຕົວະຂອງກຸ່ມຮາມັດ.

              ຂະນະທີ່ການບຸກມີຂຶ້ນຫລັງຈາກອິດສະລາແອນອະນຸມັດແຜນຢຶດຄອງເມືອງແຫ່ງນີ້ໃນເດືອນສິງຫາຜ່ານມາ ທ່າມກາງສຽງຮຽກຮ້ອງຈາກນາໆຊາດໃຫ້ອິດສະລາແອນຢຸດແຜນດັ່ງກ່າວ.

             ທ່ານ ເນທັນຢາຮູ ກ່າວວ່າ: ກອງທັບອິດສະລາແອນໄດ້ເລີ່ມປະຕິບັດການອັນຊົງພະລັງ ແລະ ຊີ້ວ່າເມືອງກາຊາ ຊິຕີ້ ຄືຖານທີ່ໝັ້ນສໍາຄັນແຫ່ງສຸດທ້າຍຂອງກຸ່ມຮາມັດ.

            ທ່ານ ອິດສະລາແອນ ແຄດ ລັດຖະມົນຕີປ້ອງກັນປະເທດອິດສະລາແອນ ໂພສຂໍ້ຄວາມໃນ X ພາຍຫລັງເລີ່ມຕົ້ນການໂຈມຕີ ລະບຸວ່າ: ກາຊາກໍາລັງລຸກໄໝ້ ກອງທັບອິດສະລາແອນໄດ້ໂຈມຕີໂຄງສ້າງພື້ນຖານຂອງຜູ້ກໍ່ການຮ້າຍດ້ວຍກໍາປັ້ນເຫລັກ ແລະ ທະຫານຂອງກອງທັບອິດສະລາແອນກໍາລັງຕໍ່ສູ້ຢ່າງກ້າຫານເພື່ອສ້າງເງື່ອນໄຂສໍາລັບການປ່ອຍຕົວຕົວປະກັນ ແລະ ການເອົາຊະນະຮາມັດ.

           ທັງນີ້, ເຈົ້າໜ້າທີ່ກອງທັບອິດສະລາແອນເປີດເຜີຍວ່າ: ກອງກໍາລັງພາກພື້ນດິນຂອງອິດສະລາແອນກໍາລັງເຄື່ອນພົນເຂົ້າສູ່ໃຈກາງເມືອງ. ຂະນະທີ່ຈະມີການເພີ່ມຈໍານວນທະຫານເຂົ້າໄປພາຍໃນເມືອງເພີ່ມຂຶ້ນ ເພື່ອຜະເຊີນກັບນັກຮົບຮາມັດທີ່ຄາດວ່າອາດມີສູງເຖິງ 3,000 ຄົນ ເຊິ່ງອິດສະລາແອນເຊື່ອວ່າຍັງຫລົບຢູ່ພາຍໃນເມືອງ.

           ໂດຍອິດສະລາແອນປະເມີນວ່າ: ປະຊາຊົນປະມານ 40% ທີ່ອາໄສໃນເມືອງກາຊາ ຊິຕີ້ ໄດ້ອົບພະຍົບອອກຈາກເມືອງແລ້ວ ແລະ ໜີໄປທາງໃຕ້.

ອ້າງອີງ: