ADB ອະນຸມັດເງິນກູ້ 52 ລ້ານໂດລາ ຊ່ວຍກໍາປູເຈຍຂະຫຍາຍເຄືອຂ່າຍໄຟຟ້າຮອງຮັບພະລັງງານໝູນວຽນ

             ທະນາຄານພັດທະນາອາຊີ (ADB) ອະນຸມັດເງິນກູ້ຈໍານວນ 52.72 ລ້ານໂດລາ ເພື່ອສະໜັບສະໜູນໂຄງການຂະຫຍາຍເຄືອຂ່າຍໄຟຟ້າໃນກໍາປູເຈຍໃຫ້ສາມາດຮອງຮັບການນໍາພະລັງງານໝູນວຽນເຂົ້າມາສູ່ເຄືອຂ່າຍໄຟຟ້າຫລັກເພີ່ມຂຶ້ນ ແລະ ຊ່ວຍຕອບສະໜອງຄວາມຕ້ອງການໃຊ້ໄຟຟ້າທີ່ເພີ່ມຂຶ້ນດ້ວຍພະລັງງານສະອາດທີ່ຜະລິດໄດ້ເອງໃນປະເທດ.

            ຖະແຫລງການຂອງ ADB ທີ່ເຜີຍແຜ່ໃນວັນທີ 18 ກັນຍາ ລະບຸວ່າ: ກໍາປູເຈຍຂະຫຍາຍກໍາລັງການຜະລິດໄຟຟ້າໃນປະເທດໄດ້ຢ່າງວ່ອງໄວ ໂດຍປະລິມານການຜະລິດເພີ່ມຂຶ້ນເປັນສອງເທົ່າ ຈາກ 8.68 ເທລາວັດຊົ່ວໂມງ (TWh) ໃນປີ 2020 ເປັນ 17.85 TWh ໃນປີ 2024. ຂະນະທີ່ການອາໄສການນໍາເຂົ້າໄຟຟ້າຫລຸດລົງຈາກ 3.06 WTh ເຫລືອ 15.7 TWh ໃນໄລຍະເວລາດຽວກັນ.

            “ຄວາມກ້າວໜ້ານີ້ສະທ້ອນໃຫ້ເຫັນເຖິງການອາໄສຕົນເອງດ້ານພະລັງງານທີ່ເພີ່ມຂຶ້ນຂອງປະເທດ ແລະ ປະສິດທິພາບຂອງແຫລ່ງພະລັງງານໝູນວຽນໃນການສະໜັບສະໜູນເປົ້າໝາຍການພັດທະນາ” ADB ລະບຸໃນຖະແຫລງການ.

            ສໍານັກຂ່າວຊິນຮົວລາຍງານວ່າ: ເຄືອຂ່າຍໄຟຟ້າຂອງກໍາປູເຈຍຖືກສ້າງຂຶ້ນເພື່ອຮອງຮັບພະລັງງານແບບດັ້ງເດີມ ແລະ ຈໍາເປັນຕ້ອງຂະຫຍາຍເພື່ອຮອງຮັບພະລັງງານຈາກແສງຕາເວັນ ແລະ ລົມທີ່ເພີ່ມຂຶ້ນ ໂດຍໂຄງການດັ່ງກ່າວຈະສ້າງສາຍສົ່ງໄຟຟ້າແຮງສູງຂະໜາດ 230 ກິໂລໂວນ ໄລຍະທາງ 55 ກິໂລແມັດ ລະຫວ່າງແຂວງໂພທິສັດກັບແຂວງກໍາປົງຊະນັງ ແລະ ປັບປຸງສະຖານີໄຟຟ້າແຮງສູງ 9 ແຫ່ງທົ່ວປະເທດ ຕາມຖະແຫລງການລະບຸ.

             ນອກຈາກນີ້, ໂຄງການດັ່ງກ່າວຍັງສອດຄ່ອງກັບແຜນແມ່ບົດການພັດທະນາພະລັງງານ (2022-2040) ແລະ ແຜນນະໂຍບາຍປະສິດທິພາບພະລັງງານແຫ່ງຊາດ (2022-2030) ຂອງກໍາປູເຈຍ ເຊິ່ງຈະຊ່ວຍຫລຸດການສູນເສຍພະລັງງານຈາກການສົ່ງ ແລະ ເພີ່ມຄວາມໝັ້ນຄົງດ້ານພະລັງງານ.