ແວ່ນຕາອັດສະລິຍະຈາກ Meta! ທີ່ມາພ້ອມຈໍສະແດງຜົນໃນໂຕ ເພີ່ມທະວີການແຂ່ງຂັນໃນຍຸກ AI

ບໍລິສັດ Meta ຍັກໃຫຍ່ດ້ານເຕັກໂນໂລຊີໄດ້ເປີດໂຕແວ່ນຕາອັດສະລິຍະສອງລຸ້ນໃໝ່: “Meta Ray-Ban Display” ແລະ “Oakley Vanguard” ໃນງານ Meta Connect Conference ທີ່ສຳນັກງານໃຫຍ່ຂອງຕົນທີ່ລັດຄາລີຟໍເນຍ. ການເປີດໂຕຄັ້ງນີ້ເປັນສັນຍານທີ່ສະແດງໃຫ້ເຫັນເຖິງການກ້າວເຂົ້າສູ່ສະໜາມແຂ່ງຂັນເທັກໂນໂລຊີ AI ຢ່າງຈິງຈັງ.

ແວ່ນຕາລຸ້ນໃໝ່ນີ້ຖືກອອກແບບມາໃຫ້ມີຈໍສະແດງຜົນໃນເລນເບື້ອງຂວາ ເຊິ່ງເປັນເທື່ອທຳອິດທີ່ Meta ໄດ້ນຳເອົາເທັກໂນໂລຊີນີ້ມາໃສ່ໃນຜະລິດຕະພັນຂອງຕົນ. ແວ່ນຕາສາມາດສະແດງການແຈ້ງເຕືອນຕ່າງໆ ແລະຄຸນສົມບັດພື້ນຖານໂດຍກົງໄດ້, ມີແບັດເຕີຣີທີ່ໃຊ້ງານໄດ້ດົນຂຶ້ນເກືອບສອງເທົ່າ ແລະກ້ອງຖ່າຍຮູບທີ່ດີຂຶ້ນ. “Meta Ray-Ban Display” ມີລາຄາເປີດໂຕຢູ່ທີ່ 799 ໂດລາສະຫະລັດ ແລະມີກຳນົດວາງຂາຍວັນທີ 30 ກັນຍານີ້.

ນອກຈາກລຸ້ນທຳອິດແລ້ວ, Meta ຍັງໄດ້ເປີດໂຕແວ່ນຕາອັດສະລິຍະ “Oakley Vanguard” ທີ່ເນັ້ນສຳລັບກຸ່ມຄົນຮັກການອອກກຳລັງກາຍ. ແວ່ນຕາລຸ້ນນີ້ສາມາດເຊື່ອມຕໍ່ກັບແພລັດຟອມຟິດເນສຕ່າງໆ ເຊັ່ນ: Garmin ແລະ Strava ເພື່ອສະແດງສະຖິຕິການອອກກຳລັງກາຍແບບສົດໆໄດ້ ແລະມີແບັດເຕີຣີທີ່ໃຊ້ງານໄດ້ດົນເຖິງ 9 ຊົ່ວໂມງ. “Oakley Vanguard” ມີລາຄາຢູ່ທີ່ 499 ໂດລາສະຫະລັດ ແລະມີກຳນົດວາງຂາຍວັນທີ 21 ຕຸລານີ້.

ການເປີດໂຕຜະລິດຕະພັນຄັ້ງນີ້ສະທ້ອນເຖິງຄວາມມຸ່ງໝັ້ນຂອງ Meta ທີ່ຈະແຂ່ງຂັນກັບບໍລິສັດທີ່ກ້າວໜ້າດ້ານ AI ຢ່າງ Google ແລະ OpenAI. ທ່ານ Mark Zuckerberg, CEO ຂອງ Meta, ໄດ້ລົງທຶນຫຼາຍໝື່ນລ້ານໂດລາເພື່ອພັດທະນາຊິບ AI ແລະດຶງຕົວວິສະວະກອນທີ່ມີຄວາມສາມາດສູງເຂົ້າຮ່ວມທີມເພື່ອເລັ່ງການພັດທະນາ.

ຢ່າງໃດກໍຕາມ, ການເປີດໂຕຄັ້ງນີ້ກໍມີຂໍ້ວິພາກວິຈານກ່ຽວກັບຄວາມປອດໄພ, ໂດຍສະເພາະປະເດັນທີ່ກ່ຽວຂ້ອງກັບເດັກນ້ອຍໃນແພລັດຟອມຂອງ Meta ເຊິ່ງເຄີຍມີລາຍງານວ່າ AI chatbot ຂອງບໍລິສັດເຄີຍມີການສົນທະນາທີ່ບໍ່ເໝາະສົມກັບເຍົາວະຊົນ.

ເຖິງແມ່ນວ່າໃນໄລຍະທຳອິດຍອດຂາຍອາດຈະບໍ່ສູງຫຼາຍ, ແຕ່ນັກວິເຄາະເຊື່ອວ່າຜະລິດຕະພັນໃໝ່ນີ້ແມ່ນຈຸດເລີ່ມຕົ້ນຂອງໂຄງການ “Orion” ເຊິ່ງເປັນແວ່ນຕາອັດສະລິຍະທີ່ Zuckerberg ເຄີຍກ່າວເຖິງວ່າຈະເປີດໂຕໃນປີ 2027. ອີງຕາມການຄາດການຂອງ IDC, ຕະຫຼາດອຸປະກອນ AR/VR ແລະແວ່ນຕາອັດສະລິຍະທົ່ວໂລກຈະເຕີບໂຕຂຶ້ນປະມານ 39.2% ໃນປີ 2025, ເຊິ່ງແວ່ນຕາ “Meta Ray-Ban Display” ຈະເປັນໜຶ່ງໃນປັດໄຈຫຼັກຂອງການເຕີບໂຕນີ້.