ກໍາປູເຈຍ ປັບຂຶ້ນຄ່າແຮງຂັ້ນຕໍ່າ ສໍາລັບອຸດສາຫະກໍາ ເຄື່ອງນຸ່ງຫົ່ມເປັນ 210 ໂດລາຕໍ່ເດືອນ ເລີ່ມປະຕິບັດໃນປີ 2026
ສໍານັກຂ່າວຊິນຮົວລາຍງານວັນທີ 17 ກັນຍາ 2025 ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກກໍາປູເຈຍ ປະກາດປັບຂຶ້ນຄ່າແຮງງານຂັ້ນຕໍ່າແບບລາຍເດືອນ ສໍາລັບອຸດສາຫະກໍາເຄື່ອງນຸ່ງຫົ່ມ, ເກີບ ແລະ ສິນຄ້າທ່ອງທ່ຽວ ຈາກເດືອນລະ 208 ໂດລາ ເປັນ 210 ໂດລາ ເຊິ່ງຈະເລີ່ມປະຕິບັດໃນວັນທີ 1 ມັງກອນ ປີ 2026.
ການປັບຂຶ້ນຄ່າແຮງງານຂັ້ນຕໍ່າຄັ້ງນີ້ມີຂຶ້ນ ພາຍຫລັງກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດກໍາປູເຈຍ ທີ່ໄດ້ສຸມໃສ່ການກໍານົດຄ່າແຮງງານຂັ້ນຕໍ່າໃນປີ 2026 ເຊິ່ງບໍ່ໄດ້ມີການສະເໜີອັດຕາຄ່າຈ້າງໃໝ່ແຕ່ຢ່າງໃດ ເຮັດໃຫ້ລັດຖະບານກໍາປູເຈຍຈຶ່ງໄດ້ກໍານົດຕົວເລກອອກມາ ໂດຍອີງຕາມສະຖານະການເສດຖະກິດໃນປັດຈຸບັນ.
ນອກຈາກຄ່າແຮງງານຂັ້ນຕໍ່າແບບລາຍເດືອນແລ້ວ ແຮງງານຍັງຈະໄດ້ຮັບສະຫວັດດິການລາຍເດືອນອື່ນໆອີກເຊັ່ນ: ເງິນພິເສດສໍາລັບການເຂົ້າກະ 10 ໂດລາຕໍ່ເດືອນ, ຄ່າເດີນທາງ 7 ໂດລາຕໍ່ເດືອນ, ເງິນໂບນັດຕາມອາຍຸການເຮັດວຽກ 2-11 ໂດລາຕໍ່ເດືອນ.
ອຸດສາຫະກໍາຜະລິດເຄື່ອງນຸ່ງຫົ່ມ, ເກີບ ແລະ ສິນຄ້າການທ່ອງທ່ຽວ ເຊິ່ງເປັນພາກສ່ວນທີ່ສ້າງລາຍຮັບດ້ານເງິນຕ່າງປະເທດຫລາຍທີ່ສຸດຂອງກຳປູເຈຍ ທີ່ປະກອບດ້ວຍໂຮງງານ ແລະ ສາຂາຕ່າງໆ ຫລາຍກວ່າ 1,500 ແຫ່ງ ແລະ ມີແຮງງານປະມານ 900,000 ຄົນ ຕາມຂໍ້ມູນຈາກກະຊວງແຮງງານ ແລະ ສູນເຝິກອົບຮົມອະຊີວະສຶກສາ.

