ຈີນອອກກົດເຂັ້ມງວດ ຫ້າມເຜີຍແຜ່ຄຳສອນສາສະໜາທາງອອນລາຍ ເວັ້ນເສຍແຕ່ໄດ້ຮັບອະນຸຍາດຈາກລັດ

Global Times ລາຍງານ 11 ກັນຍາ 2025 – ລັດຖະບານຈີນໄດ້ດຳເນີນນະໂຍບາຍຄວບຄຸມສາສະໜາໃນໂລກດິຈິຕອລຢ່າງເຂັ້ມງວດ ໂດຍຫ້າມບຸກຄະລາກອນທາງສາສະໜາເຜີຍແຜ່ຄຳສອນ ຫລື ຈັດກິດຈະກຳສາສະໜາທາງອອນລາຍ ເວັ້ນເສຍແຕ່ຈະໄດ້ຮັບອະນຸຍາດຈາກທາງການ.

ຖະແຫລງການໃໝ່ຈາກ ສຳນັກງານກິດຈະການສາສະໜາແຫ່ງຊາດຂອງຈີນ ລະບຸວ່າ: ນັບແຕ່ນີ້ໄປ ຫ້າມເຜີຍແຜ່ຄຳສອນຜ່ານການຖ່າຍທອດສົດ (Live), ວິດີໂອສັ້ນ, ການປະຊຸມອອນລາຍ ລວມທັງການໃຊ້ແພລັດຟອມສື່ສັງຄົມອອນລາຍຍອດນິຍົມຢ່າງ WeChat ໂດຍບໍ່ໄດ້ຮັບອະນຸຍາດ. ນອກຈາກນີ້, ຍັງຫ້າມໃຊ້ ປັນຍາປະດິດ (AI) ຊ່ວຍສ້າງ ຫລື ເຜີຍແຜ່ເນື້ອຫາທາງສາສະໜາໃນທຸກຮູບແບບ.

ບໍ່ພຽງເທົ່ານັ້ນ, ກົດໃໝ່ຍັງຄອບຄຸມເຖິງ ການຝຶກອົບຮົມແບບສະເໝືອນຈິງ (virtual training) ເຊັ່ນ: ການຝຶກສະມາທິ ຫລື ການບຳບັດທາງຈິດໃຈອອນລາຍ. ຫາກບໍ່ໄດ້ຮັບອະນຸຍາດຈາກລັດຖະບານ ຖືວ່າຜິດກົດໝາຍທັນທີ.

ຢ່າງໃດກໍຕາມ, ຜູ້ທີ່ໄດ້ຮັບອະນຸຍາດຢ່າງເປັນທາງການຈາກລັດເຊັ່ນ: ບຸກຄະລາກອນ ຫລື ອົງກອນສາສະໜາທີ່ຂຶ້ນທະບຽນແລ້ວ, ຍັງສາມາດເຜີຍແຜ່ຄຳສອນ ຫລື ຈັດກິດຈະກຳສາສະໜາອອນລາຍໄດ້ຕາມທີ່ກົດໝາຍກຳນົດ.

ນັກວິເຄາະເບິ່ງວ່າ ມາດຕະການດັ່ງກ່າວເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງລັດຖະບານຈີນໃນການຄວບຄຸມອິດທິພົນຂອງສາສະໜາໃນສັງຄົມ, ໂດຍສະເພາະໃນໂລກດິຈິຕອລ. ໃນຂະນະທີ່ຫລາຍຝ່າຍກັງວົນວ່າ ການບັງຄັບໃຊ້ກົດໃໝ່ນີ້ອາດຈະກະທົບຕໍ່ ເສລີພາບທາງສາສະໜາ ແລະ ສິດທິມະນຸດ ໃນປະເທດ.