ນາຍົກລັດຖະມົນຕີສິງກະໂປຢ້ຽມຢາມຫວຽດນາມ ຂະຫຍາຍການຮ່ວມມືດ້ານການຄ້າ-ການລົງທຶນ
ນາຍົກລັດຖະມົນຕີ ລີຊຽນລຸງ ຂອງສິງກະໂປ ເດີນທາງຢ້ຽມຢາມຫວຽດນາມ ພ້ອມມີການລົງນາມໃນຂໍ້ຕົກລົງທາງທຸລະກິດຫລາຍສະບັບ ໂດຍມຸ່ງຫວັງຈະກະຕຸ້ນການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ.
ທ່ານ ລີຊຽນລຸງ ກ່າວວ່າ: ທ່ານຮູ້ສຶກດີໃຈທີ່ມີໂອກາດກັບມາຫວຽດນາມອີກເທື່ອໜຶ່ງໃນຮອບກວ່າ 3 ປີ ໂດຍການຢ້ຽມຢາມຂອງທ່ານໃນເທື່ອນີ້ເພື່ອຮັດແໜ້ນການພົວພັນ ແລະ ຂະຫຍາຍການລົງທຶນຢູ່ຫວຽດນາມ. ຂະນະທີ່ນາຍົກລັດຖະມົນຕີຫວຽດນາມ ຫວງຽນຊວນຟຸກ ກ່າວວ່າ: ທ່ານ ແລະ ນາຍົກລັດຖະມົນຕີ ລີຊຽນລຸງ ຕ່າງກໍມຸ່ງໝັ້ນຈະພັດທະນາການຮ່ວມມືໃນທຸກໆດ້ານລະຫວ່າງ 2 ປະເທດ.

