ຕຳນານ ປູເຍີ ຍ່າເຍີ ຫລື ປູ່ສັງກະສາ ຍ່າສັງກະສີ
ສໍາລັບຄົນລາວເຮົາແລ້ວ ຄິດວ່າອາດຈະບໍ່ມີໃຜທີ່ບໍ່ຮູ້ຈັກ, ຄົນສະໄໜກ່ອນເອີ້ນວ່າປູ່ສັງກະສາຍ່າສັງກະສີ ຫລື ເທວະດາຫລວງ ທີ່ພະຍາພ້າງຸ່ມໄດ້ປະດິດຂຶ້ນ ເຊິ່ງຕາມຕໍານານນັ້ນ, ມີການບອກເລົ່າປາກຕໍ່ປາກກັນໃນກຸ່ມຄົນທຸກຍຸກ ທຸກສະໄໝ ເປັນຕົ້ນ ຄົນທີ່ດໍາລົງຊີວິດຢູ່ເມືອງຫລວງພະບາງຈະຮູ້ຈັກເລື່ອງເລົ່າແລະຕໍານານດີ. ແລ້ວຈະສັງເກດແນວໃດວ່າ ໃຜເປັນປູ່ເຍີ ຍ່າເຍີ? ງ່າຍໆ ປູ່ເຍີ ຈະມີໜວດ ແລະ ຍ່າເຍີ ຈະບໍ່ມີໜວດໃສ່ຕຸ້ມຫູໃຫຍ່ທັງສອງ….










