ປະເພນີ ການແຕ່ງດອງ

ປະເພນີ ການແຕ່ງດອງ

ປັດຈຸບັນນີ້ ກ່ອນຈະແຕ່ງດອງ ຕ້ອງໄປຈົດທະບຽນສົມລົດກັບອົງປົກຄອງບ້ານຂອງຕົນຈິ່ງຖືວ່າການແຕ່ງ ດອງນັ້ນຖືກຕ້ອງຕາມກົດໝາຍບ້ານເມືອງຢ່າງແທ້ຈິງ. ຫລັງຈາກສູ່ຂໍ (ກ່າວໂອມ) ເປັນທີ່ຮຽບຮ້ອຍ ຫລື ຈົດທະບຽນສົມລົດກັບອົງການປົກຄອງແລ້ວ ທັງສອງຝ່າຍກໍ່ຕ້ອງຫ້າງຫາກະກຽມຕາມຖານະຂອງຕົນກ່ອນ ຈະເຮັດມື້ແຕ່ງດອງປະມານ 5 ຫຼື 3 ວັນ ທັງສອງຝ່າຍກໍໄປບອກເລົ່າຍາດຕິພີ່ນ້ອງ ໝູ່ຄູ່ມິດສະຫາຍຜູ້ຢູ່ໃກ້ ແລະ ໄກມາຮ່ວມດອງຂອງຄູ່ສົມລົດໃໝ່ ເພື່ອເປັນສິລິມຸງຄຸນ…

ບໍ່ຄວນເບິ່ງຂ້າມເລື່ອງນ້ອຍໆ

ບໍ່ຄວນເບິ່ງຂ້າມເລື່ອງນ້ອຍໆ

ການກິນເປັນເລື່ອງທີ່ປ່ອຍປະລະເລີຍບໍ່ໄດ້ ເຊິ່ງຖ້າທ່ານໃດກິນອາຫານຈົນລືມຄໍານຶງເຖິງສຸຂະພາບ ໝາຍຄວາມວ່າ ກິນຕາມໃຈປາກ ຢາກຕາມໃຈທ້ອງແລ້ວ ທ່ານຮູ້ ຫລືບໍ່ວ່າ ພຶດຕິກໍາເຫລົ່ານີ້ຈະສົ່ງຜົນຕໍ່ບັນຫາສຸຂະພາບໄລຍະຍາວ ແລະ ເພື່ອບໍ່ຢາກໃຫ້ສຸຂະພາບອ່ອນເພຍ ຮ່າງກາຍຊຸດໂຊມກ່ອນໄວອັນຄວນ ຂໍສະເໜີວິທີກິນແນວໃດເພື່ອໃຫ້ສຸຂະພາບດີ ແລະ ເປັນສິ່ງທີ່ີບໍ່ຄວນເບິ່ງຂ້າມ ກິນຜັກ ໝາກໄມ້ ເປັນອາຫານຫລັກ ອາຫານຈໍາພວກທັນຍາຫານ ຜັກ ແລະ…

ວັນແມ່ຍິງສາກົນ: ການມີຄວາມສະເໝີພາບລະຫວ່າງຍິງ-ຊາຍເພີ່ມຫຼາຍຂຶ້ນ ໝາຍເຖິງການເພີ່ມໂພຊະນາການທີ່ດີກວ່າໃຫ້ແກ່ບັນດາແມ່ຍິງ ແລະ ລູກຂອງເຂົາເຈົ້າ ທີ່ຢູ່ໃນເຂດຊົນນະບົດ

ວັນແມ່ຍິງສາກົນ: ການມີຄວາມສະເໝີພາບລະຫວ່າງຍິງ-ຊາຍເພີ່ມຫຼາຍຂຶ້ນ ໝາຍເຖິງການເພີ່ມໂພຊະນາການທີ່ດີກວ່າໃຫ້ແກ່ບັນດາແມ່ຍິງ ແລະ ລູກຂອງເຂົາເຈົ້າ ທີ່ຢູ່ໃນເຂດຊົນນະບົດ

ວັນອັງຄານ ທີ 8 ມີນາ 2022 ນາງ ໄໝ ໄດ້ແບ່ງປັນວິທີການເຄື່ອນໄຫວຂອງໂຄງການ AHAN ທີ່ໄດ້ຮັບທຶນຈາກສະຫະພາບເອີຣົບ ປ່ຽນແປງຊີວິດປະຈໍາວັນຂອງລາວ ແລະ ເຮັດໃຫ້ລາວເປັນແມ່ຍິງທີ່ມີສຸຂະພາບແຂງແຮງ. ວັນທີ 8 ມີນາ ແມ່ນວັນແຫ່ງການສະເຫຼີມສະຫຼອງວັນແມ່ຍິງສາກົນໃນທົ່ວໂລກ. ການສະເຫຼີມສະຫຼອງວັນດັ່ງກ່າວນີ້ ແມ່ນມີຈຸດປະສົງເພື່ອປູກຈິດສຳນຶກກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ…

ອາຊີບ ແລະ ທຸລະກິດ ທີ່ລັດຖະບານສະຫງວນໄວ້ໃຫ້ສະເພາະ “ຄົນລາວ” ເທົ່ານັ້ນ

ອາຊີບ ແລະ ທຸລະກິດ ທີ່ລັດຖະບານສະຫງວນໄວ້ໃຫ້ສະເພາະ “ຄົນລາວ” ເທົ່ານັ້ນ

ອີງຕາມ: ແຈ້ງການ ບັນຊີປະເພດທຸລະກິດສະຫງວນໄວ້ສຳລັບພົນລະເມືອງລາວ (ສະບັບປັບປຸງ / ຄໍ 02-2015) ຂອງກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 1328/ອຄ.ທຄວ ລົງວັນທີ 13 ກໍລະກົດ 2015. ເພື່ອຮັກສາບາງປະເພດທຸລະກິດທີ່ມີຄວາມສຳຄັນ ແລະ ຈຳເປັນ ສຳລັບປະຊາຊົນລາວບັນດາເຜົ່າ…

ສ້າງກ້າມ ບໍ່ຈຳເປັນຕ້ອງກິນແຕ່ໂອ້ງໄກ່

ສ້າງກ້າມ ບໍ່ຈຳເປັນຕ້ອງກິນແຕ່ໂອ້ງໄກ່. ຜູ້ບ່າວນັກກ້າມ ຫລື ຜູ້ທີ່ອອກກຳລັງກາຍເປັນປະຈຳ ອາດຈະຕ້ອງເຄີຍຈົ່ມ ແລະ ມີຄຳຖາມກັບຕົນເອງວ່າ ຈະສ້າງກ້າມຊີ້ນເປັນຫຍັງຈຶ່ງຕ້ອງກິນແຕ່ໂອ້ງໄກ່ ? ແມ່ນຢູ່ວ່າໂອ້ງໄກ່ເປັນແຫຼ່ງໂປຣຕິນທີ່ຫາງ່າຍ ແລະ ມີລາຄາບໍ່ແພງຫລາຍ, ແຕ່ຈະໃຫ້ກິນທຸກໆຄາບ ເຊົ້າ – ສວາຍ – ແລງ ທຸກມື້…

ການຈາກລາຄືຊ່ວງເວລາທີ່ເຮັດໃຫ້ເຮົາໄດ້ເຕີບໃຫຍ່

ຫຼາຍຄົນບອກວ່າ ໃຫຍ່ແລ້ວຕ້ອງຮຽນຮູ້ທີ່ຈະຈາກລາໃຫ້ໄດ້ ໂດຍເປັນການຈາກລາໃນແບບທີ່ບໍ່ເຫຼືອພື້ນທີ່ໃຫ້ກັບຄໍາວ່າ “ແລ້ວເຮົາຈະມາພົບກັນໃໝ່” ການຈາກລາທີ່ເໝືອນເປັນການຈາກລາຄັ້ງສຸດທ້າຍໃນຊີວິດ, ທຸກຄົນຄົງຮູ້ດີວ່າການຈາກລາເປັນເລື່ອງທີ່ຍອມຮັບ ແລະ ທຳໃຈໄດ້ຍາກ ຍິ່ງເຮົາຕິດຢູ່ໃນຄວາມສໍາພັນທີ່ສົ່ງຜົນຕໍ່ຄວາມຮູ້ສຶກຫຼາຍເທົ່າໃດ ຍິ່ງຈະທຳຮ້າຍຕົວເອງຫຼາຍເທົ່ານັ້ນ ແລະສົ່ງຜົນຕໍ່ສຸຂະພາບຈິດອີກດ້ວຍ. ໂດຍທົ່ວໄປຄົນສ່ວນຫຼາຍບໍ່ກ້າທີ່ຈະອອກຈາກຄວາມສໍາພັນເຫຼົ່ານີ້ ເພາະເປັນສິ່ງທີ່ທໍາໃຈໄດ້ຍາກ ແຕ່ເຊື່ອບໍ່ວ່າຖ້າເຮົາອອກຈາກຄວາມສໍາພັນທີ່ບໍ່ດີເຫຼົ່ານັ້ນໄດ້ ເຮົາຈະພົບກັບໂລກໃໝ່ທີ່ດີກວ່າເກົ່າ. Henry Wadsworth Longfellow (ນັກກະວີຄົນອາເມຣິກາ) ໄດ້ກ່າວໄວ້ວ່າ…

      ຊ່ວງອາຍຸຂອງຄົນໄວເຮັດວຽກ ຈັດສັນການເງິນແນວໃດຈຶ່ງດີ

ໄວເຮັດວຽກຖືເປັນຊ່ວງອາຍຸທີ່ຫລາຍຄົນມັກຈະປະສົບຄວາມສຳເລັດໃນຊີວິດ ທັງເລື່ອງໜ້າທີ່ວຽກງານ, ການເງິນ ແລະ ຊີວິດຄອບຄົວ, ແຕ່ເລື່ອງທີ່ຄວນໃຫ້ຄວາມສຳຄັນ ແລະ ບໍ່ຄວນຖືເບົາກໍແມ່ນ ການຈັດສັນເລື່ອງການເງິນໃນຊ່ວງອາຍຸຕ່າງໆ ເຊິ່ງມື້ນີ້ພວກເຮົາກໍມີຄຳແນະນຳທີ່ໜ້າສົນໃຈມາຝາກບັນດາທ່ານດັ່ງນີ້ : ອາຍຸ 25 ປິ ຕ້ອງເລີ່ມມີວິໄນໃນການທ້ອນ : – ຊ່ວງອາຍຸນີ້ສຳຄັນແນວໃດ : ໄວໜຸ່ມທີ່ຫາກໍຈົບການສຶກສາມາ…

ກະສິກຳ ແລະ ທ່ອງທ່ຽວ ຄືກຸນແຈສູ່ ຄວາມຮັ່ງມີຮ່ວມກັນ ແລະ ຍືນຍົງ

ກະສິກຳ ແລະ ທ່ອງທ່ຽວ ຄືກຸນແຈສູ່ ຄວາມຮັ່ງມີຮ່ວມກັນ ແລະ ຍືນຍົງ

ອີງຕາມບົດລາຍງານຂອງທະນາຄານພັດທະນາອາຊີ (ADB) ທີ່ໄດ້ເຜີຍແຜ່ໃນມື້ນີ້, ການເພີ່ມຄວາມສາມາດໃນການແຂ່ງຂັນ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ການເຊື່ອມໂຍ່ງ ລະຫວ່າງ ຂະແຫນງກະສິກຳ ແລະ ການທ່ອງທ່ຽວ ຈະປະກອບສ່ວນໃຫ້ແກ່ການຟື້ນໂຕ ແລະ ການຂະຫຍາຍຕົວຢ່າງສົມດຸນ ໃນສາທາລະນະ ລັດປະຊາທິປະໄຕ ປະຊາຊົນ (ສປປ ລາວ). ທ່ານ ນາງ…

ຄວາມເຫລື້ອມໃສຂອງປະເພນີບຸນຜ້າປ່າ ຢາກໄດ້ບຸນ ຈຶ່ງເອົາຜ້າດີມາເຮັດ

ຄວາມເຫລື້ອມໃສຂອງປະເພນີບຸນຜ້າປ່າ ຢາກໄດ້ບຸນ ຈຶ່ງເອົາຜ້າດີມາເຮັດ

ບຸນຜ້າປ່າ ແມ່ນວິທີເຮັດບຸນອີກຢ່າງໜຶ່ງຂອງຊາວພຸດລາວເຮົາ, ບຸນນີ້ບໍ່ໄດ້ກໍານົດເວລາແນ່ນອນ ໝາຍວ່າເຮັດຍາມໃດກໍໄດ້ ແຕ່ເພິ່ນນິຍົມເຮັດໃນຍາມບຸນກະຖິນ ແລະ ກໍເຮັດພ້ອມກັນກັບບຸນກະຖິນ ຫລື ລາງເທື່ອເພິ່ນ ກໍເຮັດແຕ່ບຸນຜ້າປ່າ. ຄໍາວ່າ: ຜ້າປ່າ ໄດ້ແກ່ຜ້າ ທີ່ບໍ່ມີເຈົ້າຂອງຫວງແຫນ, ຕົກຢູ່ຕາມປ່າດົງພົງໄພ, ປ່າຊ້າ, ຖະໜົນຫົນທາງ ຫລື ຫ້ອຍແຂວນຢູ່ຕາມງ່າໄມ້. ການຖວາຍຜ້າປ່າ…

     5 ສູດໝາກນາວປິ່ນປົວຝ້າ ຢາດີຈາກທຳມະຊາດທີ່ຄົນຢາກໜ້າໃສຕ້ອງລອງ

ຝ້າເກີດຈາກການທີ່ຜິວຕາກແດດຫລາຍຈົນເຮັດໃຫ້ເມັດເມລາມີນສ້າງສີຂຶ້ນມາເພື່ອປ້ອງກັນຜິວຈາກແສງແດດ ແລະ ເມື່ອສ້າງຂຶ້ນມາຫລາຍໆ ບໍລິເວນທີ່ຕາກແດດຫລາຍກໍຈະຄຳ້ ແລະ ໜາເປັນແຜ່ນ ຈົນຫລຸດຄວາມໝັ້ນໃຈຂອງຫຼາຍໆທ່ານໄດ້ບໍ່ໜ້ອຍ ດັ່ງນັ້ນ ມື້ນີ້ພວກເຮົາຈຶ່ງນຳເອົາສູດປິ່ນປົວຝ້າຈາກທຳມະຊາດມາໃຫ້ບັນດາທ່ານໄດ້ລອງໃຊ້ກັນເບິ່ງ ດັ່ງນີ້ : ສູດນຳ້ໝາກນາວ : ພຽງແຕ່ໃຊ້ນຳ້ໝາກນາວທາບໍລິເວນທີ່ເປັນຝ້າປະໄວ້ 20 ນາທີ ຈຶ່ງລ້າງອອກໃຫ້ສະອາດ. ການໃຊ້ໝາກນາວທາແບບນີ້ສາມາດເຮັດໄດ້ທຸກມື້ ແຕ່ໃນໄລຍະທີ່ເຮັດອາດມີຄວາມຮູ້ສຶກແສບໆຄັນໆແດ່ ນັ້ນກໍຍ້ອນວ່ານຳ້ໝາກນາວມີຄວາມເປັນກົດ…