ເຫດຜົນຫລັກໆທີ່ທ່ານຄວນປະຢັດໃນປີນີ້

  1. ຫລັງຈາກຍຸກດອກເບ້ຍ 0% ທຸກຢ່າງຈະເສື່ອມຖອຍລົງໄປຕື່ມອີກ : ນັ້ນເປັນຍ້ອນວ່າເງິນຈະລົ້ນລະບົບ, ແຕ່ບໍ່ແມ່ນເງິນມີຫລາຍສຳລັບທຸກຄົນ ເມື່ອເງິນລົ້ນລະບົບ ຈະລົ້ນໄປຢູ່ໃນມືຂອງຄົນຮັ່ງມີ ເຊິ່ງຄົນຮັ່ງມີນັ້ນກໍມີຈຳນວນໜ້ອຍ ເມື່ອປຽບທຽບກັບຄົນທຸກຈົນ ຈຶ່ງເກີດການໃຊ້ຈ່າຍທີ່ໜ້ອຍລົງໄປນຳ ແລະ ເມື່ອໃຊ້ຈ່າຍໜ້ອຍກໍຈະສົ່ງຜົນກະທົບແບບໂດມິໂນ່ ຄື ພໍ່ຄ້າແມ່ຄ້າບໍ່ມີຄົນຊື້ ເຄື່ອງຂອງກໍຈະຂາຍບໍ່ໄດ້, ຕະຫລາດຫ້າງສັບພະສິນຄ້າບໍ່ມີຄົນເລາະ, ຄົນສ່ວນຫລາຍບໍ່ມີເງິນທີ່ຈະເອົາໄປໃຊ້ຈ່າຍໃຫ້ເງິນໝູນວຽນເສດຖະກິດ ແລະ ເມື່ອເສດຖະກິດບໍ່ດີ ທັງບໍລິສັດ ທັງໂຮງງານ ກໍຕ້ອງປິດໂຕລົງ.
  2. ເງິນຈະຫາຍາກຂຶ້ນ : ລອງເບິ່ງທຸກມື້ນີ້ວ່າຄົນເລີ່ມໃຊ້ຈ່າຍກັນໜ້ອຍລົງປານໃດ ນີ້ຍັງບໍ່ລວມກັບວິກິດໂຄວິດ – 19 ທີ່ເກີດຂຶ້ນຈົນສົ່ງຜົນກະທົບໃນວົງກວ້າງ ແລະ ຫາກໃນອະນາຄົດທີ່ທະນາຄານທົ່ວໂລກຈະໃຫ້ດອກເບ້ຍເງິນຝາກ 0% ເທົ່າກັບຄົນທີ່ຝາກເງິນໃນທະນາຄານຈະບໍ່ໄດ້ດອກເບ້ຍເລີຍ.
  3. ເງິນຈະຢູ່ເໜືອຄົນຫລາຍຍິ່ງຂຶ້ນ : ເມື່ອເງິນຫາຍາກຫລາຍຂຶ້ນ ກໍຍິ່ງມີຄ່າຫລາຍຂຶ້ນ ແລະ ຄົນກໍຈະພະຍາຍາມເຮັດທຸກຢ່າງເພື່ອໃຫ້ໄດ້ມັນມາ ໂດຍບໍ່ສົນວ່າໃຜຈະລຳບາກ ຫລື ເດືອດຮ້ອນ.
  4. ຄອບຄົວມີບັນຫາຫລາຍຂຶ້ນ : ສະໄໝກ່ອນຜູ້ຊາຍຈະເປັນຄົນອອກໄປເຮັດວຽກຫາເງິນເພື່ອມາລ້ຽງຄອບຄົວ, ແມ່ຍິງຈະຢູ່ເຮືອນເປັນແມ່ເຮືອນແຕ່ງຢູ່ຄົວກິນ ເບິ່ງແຍງວຽກເຮືອນ ແລະ ລ້ຽງລູກ ເຮັດໃຫ້ມີເວລາຢູ່ກັບລູກຕະຫລອດ, ແຕ່ເມື່ອມາເຖິງຍຸກນີ້ ທັງພໍ່ ແລະ ແມ່ກໍອອກໄປເຮັດວຽກນອກເຮືອນ ແລະ ຍິ່ງຍຸກທີ່ເງິນຫາຍາກຂຶ້ນຍິ່ງຕ້ອງເຮັດວຽກຫລາຍຂຶ້ນຕື່ມອີກ ເພາະຫາເງິນມາກໍບໍ່ພໍຄ່າໃຊ້ຈ່າຍ.
  5. ຄວາມຫລຸດໂຕນຈະຫລາຍຂຶ້ນ : ຫາກເງິນຝາກບໍ່ມີດອກເບ້ຍກໍຈະເປັນປັດໄຈໜຶ່ງທີ່ເຮັດໃຫ້ເກີດຄວາມຫລຸດໂຕນໃນສັງຄົມເພີ່ມຫລາຍຂຶ້ນໄດ້ຄືກັນ ຄົນຮັ່ງມີທີ່ມີຈຳນວນໜ້ອຍບໍ່ເທົ່າໃດເປີເຊັນກໍຈະຍິ່ງຮັ່ງມີຂຶ້ນ. ໃນຂະນະທີ່ຄົນທຸກຈົນທີ່ຫາເຊົ້າກິນຄໍ່າ ບໍ່ມີເງິນເຫລືອງທ້ອນ ກໍຕ້ອງເຮັດວຽກໜັກແບບນີ້ໄປຕະຫລອດຊີວິດ.
  6. ຄຳວ່າ ອິດສະຫລະພາບທາງການເງິນ ຈະເອື້ອມເຖິງໄດ້ຍາກຂຶ້ນ ເພາະປັດຈຸບັນໃຜໆກໍມັກເວົ້າເລື່ອງອິດສະຫລະພາບທາງການເງິນຫລາຍຂຶ້ນ ການທີ່ມີລາຍຮັບເຂົ້າມາຫລາຍກ່ວາລາຍຈ່າຍແບບທີ່ເຮົາບໍ່ຕ້ອງເຮັດວຽກ ເປັນການສ້າງອິດສະຫລະພາບທາງການເງິນໃຫ້ຕົນເອງ ເຊິ່ງຄົນສະໄໝກ່ອນຈະນິຍົມຝາກເງິນເພື່ອເອົາດອກເບ້ຍ, ແຕ່ຖ້າເບິ່ງຍຸກປັດຈຸບັນເຮົາຄົງເຮັດແບບນັ້ນບໍ່ໄດ້ແລ້ວ ແລະ ຍິ່ງລົງທຶນຜິດບ່ອນ ກາຍເປັນວ່າເຮົາຈະຕ້ອງເຮັດວຽກໄປຕະຫລອດຊີວິດ.