6 ພຶດຕິກໍາທີ່ເປັນສາເຫດເຮັດໃຫ້ຜົມຫລົ່ນ

ຫລາຍຄົນຄົງກັງວົນທຸກເທື່ອ ເມື່ອເຫັນຜົມຫລົ່ນເວລາສະຫົວ ຈົນເຮັດໃຫ້ຜົມໜ້ອຍລົງກ່ອນໄວອັນຄວນ ເຖິງວ່າຈະບໍາລຸງປານໃດກໍຕາມ, ທ່ານເຄີຍຄິດບໍ່ວ່າມັນອາດຈະບໍ່ໄດ້ຂຶ້ນກັບການບໍາລຸງຜົມ ແຕ່ຂຶ້ນຢູ່ກັບ ພຶດຕິກໍາ ແລະ ການກິນ ທີ່ເປັນສາເຫດເຮັດໃຫ້ຜົມຫລົ່ນ, ມາເບິ່ງນໍາກັນວ່າຈະມາຈາກສິ່ງໃດແດ່!

1.ສະຫົວທຸກມື້: ໃຜທີ່ມີໜັງຫົວມັນ ຫລື ຄົນທີ່ອອກກໍາລັງກາຍທຸກມື້ຈົນຕ້ອງໄດ້ສະຫົວທຸກມື້, ຄວາມຈິງແລ້ວການສະທຸກມື້ຈະເຮັດໃຫ້ໜັງຫົວແຫ້ງ ຈົນມີຂີ້ຫົວ ແລະ ຜົມຫລົ່ນ.

2.ຫວີຜົມແຮງ ແລະ ຕອນປຽກ: ຜູ້ຍິງທີ່ມີຜົມຍາວອາດຈະມັກຫວີຜົມທຸກໆຊົ່ວໂມງ ຫລື ຫວີຜົມຕອນທີ່ມັນປຽກຢູ່ ການກະທຳນີ້ມັນເປັນການທຳຮ້າຍຜົມໂດຍບໍ່ຮູ້ໂຕ ເພາະນອກຈາກການຫວີຜົມຈະເຮັດໃຫ້ຜົມຫລົ່ນແລ້ວຍັງເຮັດໃຫ້ຜົມແຫ້ງອີກດ້ວຍ.

3.ໃຊ້ລົມຮ້ອນຈາກໄດເປົ່າຜົມຫລາຍເກີນໄປ: ຄວາມຮ້ອນຈາກໄດເປົ່າຜົມນອກຈາກຈະເຮັດໃຫ້ຜົມແຫ້ງແລ້ວ ຍັງຈະເຮັດໃຫ້ໜັງຫົວແຫ້ງຈົນເກີດມີຂີ້ຫົວ ທັງຍັງເປັນສາເຫດເຮັດໃຫ້ຜົມຫລົ່ນງ່າຍອີກດ້ວຍ ດັ່ງນັ້ນບໍ່ຄວນເອົາໄດເປົ່າຜົມມາຈຶ້ງໄວ້ຫົວດົນ ຫລື ຫລາຍຈົນເກີນໄປ.

4.ດັດ, ຍ້ອມ, ເຮັດສີຜົມ ຫລາຍເກີນໄປ: ຖ້າທ່ານເປັນຄົນໜຶ່ງທີ່ມັກເຮັດສີຜົມຕະຫລອດ ອາດຈະເຄີຍປະສົບບັນຫາເສັ້ນຜົມແຂງ, ຜົມແຕກປາຍ, ແຫ້ງກະດ້າງ ບໍາລຸງເທົ່າໃດກໍບໍ່ເປັນຄືເກົ່າ ມີແຕ່ຕ້ອງຕັດຖິ້ມເທົ່ານັ້ນ ຫລາຍຄົນຄົງຈະຮູ້ແລ້ວວ່ານໍ້າຢາຍ້ອມຜົມມັນມີປະສິດທິພາບຮ້າຍແຮງຕໍ່ເສັ້ນຜົມ ແລະ ໜັງຫົວ ທີ່ເປັນສາເຫດໜຶ່ງເຮັດໃຫ້ຜົມຫລົ່ນ.

5.ກິນອາຫານລົດຊາດເຂັ້ມຂຸ້ນ: ຫລາຍຄົນອາດຈະຄິດບໍ່ເຖິງວ່າການອາຫານການກິນຈະສົ່ງຜົນກະທົບຕໍ່ເສັ້ນຜົມ ການກິນອາຫານລົດຊາດເຂັ້ມຂຸ້ນຈະເຮັດໃຫ້ເກີດພາວະຄວາມດັນເລືອດສູງ ເຮັດໃຫ້ເສັ້ນເລືອດຫົດລົງ ສົ່ງຜົນໃຫ້ເລືອດໄປລ້ຽງຮາກຜົມໄດ້ໜ້ອຍລົງ ແລະ ຮາກຜົມບໍ່ແຂງແຮງເທົ່າທີ່ຄວນ.

6.ດື່ມເຄື່ອງດື່ມທີ່ມີທາດເຫລົ້າ ແລະ ສູບຢາ: ການດື່ມເຫລົ້າ ແລະ ສູບຢາ ນອກຈາກຈະທຳຮ້າຍອະໄວຍະວະພາຍໃນແລ້ວ ຍັງສົ່ງຜົນຕໍ່ການໄຫລວຽນຂອງເລືອດ ເຮັດໃຫ້ເລືອດໄຫວວຽນບໍ່ໄດ້ດີເທົ່າທີ່ຄວນ ທັງຍັງສົ່ງຜົນໃຫ້ເຊວອື່ນໆຕາມຮ່າງກາຍເຮັດວຽກບໍ່ມີປະສິດທິພາບ ຮູຂົນເປີດ ຈຶ່ງເປັນສາເຫດທີ່ຜົມຫລົ່ນນັ້ນເອງ.

ວິທີແກ້ບັນຫາຜົມຫລົ່ນ ການສະຫົວເປັນອີກຂັ້ນຕອນໜຶ່ງທີ່ສາມາດຊ່ວຍຫລຸດຜ່ອນການຫລົ່ນຂອງເສັ້ນຜົມໄດ້ ການເລືອກຢາສະຫົວເປັນອີກປັດໄຈໜຶ່ງທີ່ສໍາຄັນ ຄວນເລືອກຜະລິດຕະພັນທີ່ດີຕໍ່ເສັ້ນຜົມ ແລະ ໜັງຫົວ ເພື່ອບໍ່ໃຫ້ຄັນ.