5 ສິ່ງທີ່ຄວນເຮັດຫຼັງຕື່ນນອນ

ທຸກໆມື້ແຕ່ລະຄົນຕ້ອງຜະເຊີນກັບຄວາມວຸ້ນວາຍຫລາຍຢ່າງ, ເຮົາຄວນຮັບມືກັບກິດຈະວັດປະຈໍາວັນດ້ວຍສຸຂະພາບທີ່ດີ ແລະ ຈິດໃຈທີ່ປອດໂປ່ງ ໂດຍສະເພາະຫລັງຕື່ນນອນ ຖ້າທ່ານມີອາການເຫລົ່ານີ້ເຊັ່ນ: ຮູ້ ສຶກບໍ່ສົດຊື່ນ, ງ່ວງ, ຂີ້ຄ້ານລຸກຈາກຕຽງ, ບໍ່ມີພະລັງຈະໄປໂຮງຮຽນ ຫລື ໄປເຮັດວຽກ ເຊິ່ງອາການເຫລົ່ານີ້ອາດຈະສະແດງໃຫ້ເຫັນວ່າປະສິດທິພາບຮ່າງກາຍຂອງທ່ານເລີ່ມຫຼຸດລົງດ້ວຍອາຍຸຫລາຍຂຶ້ນ ແລະຂາດ ການດູແລ ຖ້າເຮົາປ່ອຍປະລະເລີຍ ອາດຈະເຮັດໃຫ້ເກີດພະຍາດອື່ນໆຕາມມາອີກ. ດັ່ງນັ້ນ, ເຮົາຄວນປັບປ່ຽນກິດຈະກໍາແຕ່ລະເຊົ້າ ເພື່ອເສີມສ້າງປະສິດທິພາບຂອງຮ່າງກາຍ ເຮັດໃຫ້ສົດຊື່ນ ພ້ອມຈະຜະເຊີນກັບສິ່ງຕ່າງໆ
- ເຄື່ອນໄຫວຮ່າງກາຍ ຫລື ອອກກໍາລັງກາຍ
ການອອກກໍາລັງກາຍໃນຕອນເຊົ້າ ຈະຊ່ວຍເພີ່ມຄວາມສົດຊື່ນ ກະຕຸ້ນລະບົບປະສາດ ແລະກ້າມຊີ້ນໃນຮ່າງກາຍ ພຽງແຕ່ ແລ່ນຊ້າໆ, ຍ່າງໄວ, ບິດຄີງ ຫຼື ໂດດ ແລະ ຕົບມື ກໍໄດ້.
- ດື່ມນໍ້າເພື່ອເພີ່ມນໍ້າໃຫ້ຮ່າງກາຍ.
ຮ່າງກາຍຂອງຄົນເຮົາປະກອບໄປດ້ວຍນໍ້າ 75% ຈຶ່ງຈໍາເປັນຕ້ອງດື່ມນໍ້າທຳມະດາ 1-2 ຈອກ ເພື່ອຫລຸດການຂາດນໍ້າຂອງຮ່າງກາຍ ແລະ ຊ່ວຍຟື້ນຟູຮ່າງກາຍຂອງເຮົາຈາກການນອນຫລາຍຊົ່ວໂມງຕິດຕໍ່ກັນ ເພາະຮ່າງກາຍຂອງເຮົາຂາດນໍ້າຕະຫຼອດເວລາ ການດື່ມນໍ້າຫຼັງຕື່ນນອນຈະຊ່ວຍໃຫ້ສະໝອງປອດ ໂປ່ງ ແລະ ສົດຊື່ນຂຶ້ນ.
- ກິນອາຫານເຊົ້າເພື່ອເພີ່ມພະລັງງານ.
ອາຫານເຊົ້າຖືເປັນສິ່ງສໍາຄັນ ເຖິງຈະບໍ່ຫິວແຕ່ກໍຈໍາເປັນຕ້ອງກິນເພື່ອເພີ່ມພະລັງງານໃຫ້ຮ່າງກາຍ, ແຕ່ຄວນເລືອກກິນອາຫານທີ່ຍ່ອຍງ່າຍ ເນັ້ນທາດໂປຣຕີນ ແລະທາດແປ້ງເພື່ອໃຫ້ຮ່າງກາຍໄດ້ຮັບພະລັງງານຢ່າງເຕັມທີ່ເຊັ່ນ ໝາກກ້ວຍ, ເຂົ້າຈີ່… ຖ້າບໍ່ກິນຫຍັງຂະນະທີ່ທ້ອງວ່າງ ອາດຈະເຮັດໃຫ້ຕຸ້ຍ ມີໄຂມັນສະສົມຢູ່ບໍລິເວນທ້ອງ, ຄໍເລສເຕີຣໍສູງ ແລະ ສ່ຽງຕໍ່ການເປັນພະຍາດຫົວໃຈ.
- ເປີດເພງຟັງໃນຕອນເຊົ້າ.
ການຟັງເພງໃນຕອນເຊົ້າ ຈະຊ່ວຍໃຫ້ອາລົມດີຂຶ້ນ, ຮ່າງກາຍສົດຊື່ນ ແລະຊ່ວຍໃຫ້ຕື່ນຕົວຫຼາຍຂຶ້ນ ໂດຍສະເພາະການຟັງເພງຄ່ອຍໆໃນຕອນເຊົ້າກ່ອນຈະໄປເຮັດວຽກ ຫລື ໄປໂຮງຮຽນ ເຮັດໃຫ້ຈິດໃຈປອດໂປ່ງມີພະລັງບວກ ແລະ ຜ່ອນຄາຍອີກດ້ວຍ.
5. ຂັບຖ່າຍຕອນເຊົ້າ
ຄົນເຮົາຄວນຂັບຖ່າຍຕອນເຊົ້າທຸກໆມື້ ເພື່ອຂັບຖ່າຍສິ່ງເສດເຫລືອອອກຈາກຮ່າງກາຍລວມທັງເປັນການສ້າງລະບົບຍ່ອຍອາຫານທີ່ດີສໍາລັບຮ່າງກາຍ, ເວລາທີ່ເໝາະຕໍ່ການຖ່າຍຕອນເຊົ້າເວລາ 5:00-7:00 ໂມງເຊິ່ງເປັນເວລາທີ່ ລໍາໄສ້ເຮັດວຽກຂັບຖ່າຍຂອງເສຍອອກຈາກຮ່າງກາຍ ເນື່ອງຈາກຂະນະທີ່ນອນຫລັບ ລໍາໄສ້ອ່ອນ ແລະລໍ າໄສ້ແກ່ພວມຍ່ອຍອາຫານ ແລະ ດູດຊຶມສານອາຫານ.

