ຈຸດເດັ່ນຂອງບຸນບັ້ງໄຟ
ເດືອນ 6 ລາວ ເປັນໄລຍະຕົ້ນຝົນ ເຊິ່ງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວໄຮ່ຊາວນາ ກຽມ ລົງໄຮ່ລົງນາ ແລະ ຕາມປະເພນີສືບທອດກັນມາຈະມີບຸນບັ້ງໄຟ ເຊິ່ງເປັນປາງບຸນໃຫຍ່ໜຶ່ງໃນຮີດສິບສອງຄອງສິບສີ່ ຂອງປະເພນີລາວ ໂດຍຈັດຂຶ້ນທຸກປີ ຫລັງບຸນປີໃໝ່ລາວ ແລະ ເຊື່ອກັນວ່າ ນີ້ຄືພິທີກໍາ ຄອບໄຂວ່ ເທວະດາຟ້າແຖນ ເພື່ອຂໍຝົນໃຫ້ຕົກຕາມລະດູການເພື່ອພືດພັນຈະເລີນງອກງາມ….









