7 ວິທີການຫລຸດນໍ້າໜັກໃຫ້ໄດ້ຮັບຜົນສຳເລັດ

ບັນຫາຫລຸດນໍ້າໜັກບໍ່ປະສົບຜົນສຳເລັດ ຫລື ເອີ້ນວ່າ hit the plateau ເຊິ່ງເປັນການລົດນ້ຳໜັກໃນໄລຍະທຳອິດນ້ຳໜັກຫລຸດລົງ ແຕ່ພໍໄລຍະຕໍ່ໄປເຮັດໃຫ້ນໍ້າໜັກຢຸດນິ້ງຢູ່ບ່ອນເກົ່າ ມື້ນີ້ເຮົາຈະມາບອກເຄັບລັບທີ່ສາວໆຕ້ອງຮູ້ ເຮົາມາເບິ່ງນຳກັນເລີຍ
- ກິນອາຫານໂປຣຕີນໃຫ້ພຽງພໍ
ເມື່ອພົບກັບບັນຫານ້ຳໜັກບໍ່ຫລຸດລົງ ໃຫ້ເລີ່ມຕົ້ນດ້ວຍການກິນອາຫານປະເພດໂປຣຕີນໃຫ້ພຽງພໍ ໂດຍປະລິມານທີ່ຄວນກິນຄື 1,5-2 ກຣາມ/ນ້ຳໜັກຂອງຕົນເອງ 1 ກິໂລກຣາມ ເຊິ່ງການກິນອາຫານປະເພດໂປຣຕີນມີສ່ວນຊ່ວຍໃຫ້ຮ່າງກາຍເຜົາຜານພະລັງງານໄດ້ດີ ແລະ ຍັງຊ່ວຍຫລຸດການກິນເຂົ້າໄດ້ນຳອີກ ທັງນີ້ເປັນເພາະໂປຣຕີນຈັດເປັນອາຫານທີ່ຕ້ອງໃຊ້ເວລາໃນການຍ່ອຍດົນ ຈຶ່ງສົ່ງຜົນໃຫ້ຮ່າງກາຍບໍ່ຢາກອາຫານໄປໄດ້ດົນ
- ເພີ່ມປະລິມານການກິນອາຫານປະເພດເສັ້ນໃຍ
ການກິນອາຫານທີ່ອຸດົມໄປດ້ວຍເສັ້ນໃຍເຊັ່ນ: ຜັກໃບຂຽວ ຫລື ໝາກໄມ້ທີ່ມີລົດຊາດບໍ່ຫວານຫລາຍ ສົ່ງຜົນໃຫ້ການລົດນໍ້າໜັກຫລຸດລົງໄດ້ດີ ເນື່ອງຈາກເສັ້ນໃຍອາຫານສາມາດຊ່ວຍໃຫ້ເຮົາອີ່ມໄດ້ດົນ ແລະ ຍັງຊ່ວຍຫລຸດການດູດຊຶມພະລັງງານແຄລໍລີຈາກອາຫານທີ່ກິນເຂົ້າໄປໄດ້ອີກດ້ວຍ ດັ່ງນັ້ນແນະນຳໃຫ້ກິນຜັກ ແລະ ໝາກໄມ້ທີ່ມີລົດຊາດບໍ່ຫວານຫລາຍ ປະມານ 1 ກຳມືຫລັງກິນອາຫານທຸກມື້
- ຈຳກັດການກິນຄາໂບໄຣເດດໃນແຕ່ລະວັນ
ການຈຳກັດປະລິມານຄາໂບໄຣເດດ ທີ່ກິນໃນແຕ່ລະວັນ ມີສ່ວນຊ່ວຍລົດນ້ຳໜັກໄດ້ ໂດຍສະເພາະໃນຊ່ວງທີ່ເກີດບັນຫາທີ່ນໍ້າໜັກບໍ່ຫລຸດລົງ ຈຳເປັນຕ້ອງກິນອາຫານປະເພດຄາໂບໄຣເດດໃຫ້ໜ້ອຍລົງ ແລ້ວໄປກິນອາຫານປະເພດໂປຣຕີນ ແລະ ໄຂມັນເພີີ່ມຂຶ້ນ ເພາະຊ່ວຍໃນການເຮັດໃຫ້ທ້ອງອີ່ມໄດ້ດົນ
- ດື່ມກາເຟບໍ່ມີນໍ້າຕານແທນນໍ້າອັດລົມ
ການດື່ມຊາ ຫລື ກາເຟຊະນິດບໍ່ມີນໍ້າຕານແທນການດື່ມນໍ້າອັດລົມ ຫລື ນໍ້າຫວານທົ່ວໄປຈະຊ່ວຍໃນການຫລຸດນໍ້າໜັກໄດ້ດີ ເພາະເຄື່ອງດື່ມປະເພດຊາ ແລະ ກາເຟ ມີສານຄາເຟອິນທີ່ຊ່ວຍກະຕຸ້ນການເຮັດວຽກຂອງລະບົບການເຜົາຜານພະລັງງານ ແລະ ສົ່ງຜົນໃຫ້ຮ່າງກາຍເກີດການເຜົາຜານພະລັງງານຫລາຍຂຶ້ນ ແຕ່ຕ້ອງເປັນກາເຟດຳ ຫລື ຊາ ທີ່ບໍ່ມີນ້ຳຕານ
- ປັບປ່ຽນວິທີການອອກກຳລັງກາຍ
ເມື່ອຮ່າງກາຍມີນໍ້າໜັກຫລຸດລົງເລື້ອຍໆ ຈະສົ່ງຜົນໃຫ້ການເຜົາຜານພະລັງງານໃນຮ່າງກາຍຫລຸດລົງໄປນຳ ຈຶ່ງເປັນສາເຫດທີ່ເຮັດໃຫ້ນ້ຳໜັກຢຸດນິ້ງ ດັ່ງນັ້ນຈຶ່ງຕ້ອງປັບປ່ຽນວິທີການອອກກຳລັງກາຍໂດຍແນະນຳໃຫ້ເພິີ່ມການແລ່ນ ເພາະຈະຊ່ວຍສ້າງ ແລະ ຮັກສາກ້າມຊີ້ນ ເຊິ່ງຖືເປັນສິ່ງທີ່ຈຳເປັນຕໍ່ການເຜົາຜານໄຂມັນໃນຮ່າງກາຍ
- ຫລີກລ່ຽງຄວາມຄຽດ
ຄວາມຄຽດກັບການຫລຸດນໍ້າໜັກ ຖືເປັນສິ່ງສຳຄັນທີ່ບໍ່ສາມາດຢູ່ຮ່ວມກັນໄດ້ເນື່ອງຈາກຄວາມຄຽດຈະເຮັດໃຫ້ນໍ້າໜັກບໍ່ຫລຸດລົງ ເພາະຮໍໂມນຄໍດິຊໍ ເຊິ່ງເປັນຮໍໂມນຂອງຄວາມຄຽດຈະຫລັ່ງອອກມາ ທັງເປັນໜຶ່ງໃນຮໍໂມນທີ່ກະຕຸ້ນການສະສົມໜ້າທ້ອງຫລາຍທີ່ສຸດ ຈຶ່ງບໍ່ແປກທີ່ເມື່ອໃດເຮົາມີຄວາມຄຽດ ນໍ້າໜັກໃນຮ່າງກາຍຈະເພີ່ມຂຶ້ນ
- ບໍ່ສົນໃຈແຕ່ລົດນໍ້າໜັກ
ຕ້ອງເຂົ້າໃຈວ່ານໍ້າໜັກໃນຮ່າງກາຍ ບໍ່ວ່າຈະໜ້ອຍລົງ ຫືລ ເພີ່ມຂຶ້ນ ລ້ວນແຕ່ມີປັດໄຈ ແລະ ຕົວແປອື່ນໆ ນອກຈາກໄຂມັນແລ້ວບໍ່ວ່າຈະເປັນນ້ຳໃນຮ່າງກາຍ ກ້າມຊີ້ນ ໄຂມັນ ດັ່ງນັ້ນຈຶ່ງແນະນຳໃຫ້ເຮັດການວັດແທກສັດສ່ວນໄປພ້ອມກັບການຊັ່ງນໍ້າໜັກ ແລະ ເບິ່ງການປ່ຽນແປງຢູ່ສະເໝີ
