ສະຫະພັນບານເຕະແຫ່ງຊາດ ຈັດການຝຶກອົບຮົມກຳມະການຕັດສິນບານເຕະຟຸດຊໍລະດັບສູງ

ໃນລະຫວ່າງວັນທີ 24 – 28/04/2017 ຢູ່ທີ່ (ສູນຝຶກກິລາ ບານເຕະຫ້ວຍຫົງ), ສະຫະພັນ ບານເຕະແຫ່ງຊາດລາວ ໄດ້ຈັດ ການຝຶກອົບຮົມກຳມະການຕັດ ສິນບານເຕະຟຸດຊໍລະດັບສູງ (A FC Futsal Refereeing Cou rse) ໂດຍມີ ທ່ານ BALAS PORFERIO JR ວິທະຍາ ກອນ ຈາກ ເອເອັຟຊີ ຊາວ ຟີ ລິບປິນ ເປັນຜູ້ຖ່າຍທອດຄວາມຮູ້ ໃຫ້ແກ່ນັກສຳມະກອນ 30 ຄົນທີ່ ເຂົ້າຮ່ວມ ເຊິ່ງມາຈາກ ນະຄອນ ຫລວງ 22 ຄົນ, ແຂວງຫົວພັນ 2 ຄົນ, ແຂວງຄຳມ່ວນ 2 ຄົນ, ແຂວງຊຽງຂວາງ 1 ຄົນ ແລະ ສະຫະພັນບານເຕະແຫ່ງຊາດ ລາວ 3 ຄົນ.

ການຝຶກອົບຮົມໃນຄັ້ງນີ້ນັກສໍາມະກອນແມ່ນຈະໄດ້ຮຽນຮູ້ ທາງດ້ານທິດສະດີ ແລະ ປະຕີບັດ ຕົວຈິງ.

ສຳລັບແຜນການເຄື່ອນ ໄຫວ ອະນຸກຳມະການບານເຕະ ຟຸດຊໍ ແລະ ຫາດຊາຍ ຈະໄດ້ຈັດ ການ​​ຝຶກ​ອົບຮົມ​ຄູຝຶກ​ໃບປະກາດຟຸດຊໍລະດັບ 01 ຈັດໂດຍຄູຝຶກມາ ຈາກສະຫະພັນບານເຕະອາຊີ (AFC Futsal Level 1 Coa ching Course) ​​ໃນ​ລະ​ຫ່ວາງ​ ວັນ​ທີ 08 -13/06/2017 ຢູ່ທີ່ ສະຫະພັນບານເຕະແຫ່ງຊາດ ລາວ(ຫ້ວຍຫົງ).

ນັກສຳມະ​ນາກ​ອນທີ່​ຈະ​ມາ​ເຂົ້າ​ຮ່ວມ​ຝຶກ​ອົບຮົມຄູຝຶກໃບປະ ກາດຟຸດຊໍລະດັບ 01 ຂອງສະຫະ ພັນບານເຕະອາຊີ(AFC) ​ຕ້ອງ ມີ​ເງື່ອນໄຂດັ່ງ​ນີ້:

  1. ຕ້ອງມີອາຍຸ 25 ປີຂຶ້ນໄປ (ບໍ່ຈຳກັດເພດ).
  2. ລະດັບ​ການ​ສຶກສາ​ຢ່າງ ​ຕໍ່າ​ຈົບ ມໍ ປາຍ​ຂຶ້ນ​ໄປ ​ແລະ ມີ​ ຄວາມ​ຮູ້ພາສາ​ອັງກິດ​ ຍິ່ງ​ເປັນ​ ການ​ດີ
  3. ມີ​ສະພາບ​ຮ່າງກາຍ​ ແຂງ​ແຮງສົມບູນ​ດີ ​ແລະ ​ມີ​ໃຈ​ມັກ ​ໃນ​ກິລາບານເຕະຟຸດຊໍ, ມີຄວາມ ​ບຸກບືນ​ສູງ ແລະ ພ້ອມ​ຜະ​ເຊີນ​ໜ້າ​ ກັບ​ຄວາມ​ທ້າ​ທາຍ​ຕໍ່​ອາຊີບ​ນີ້.
  4. ຄ່າສະຫມັກ 200,000ກີບ/ຕໍ່ຄົນ.
  5. ສິ່ງທີ່ນັກສຳມະນາກອນ ທີ່ຈະໄດ້ຮັບ: ຊຸດຝຶກອົບຮົມ 2 ຊຸດ/ຄົນ, ໃບຢັ້ງຢືນ, ແລະ ພ້ອມ ທັງໄດ້ຮັບໃບປະກາດ(ຖ້າເສັງ ຜ່ານ), ອາຫານທ່ຽງ, ສຳລັບ ນັກສຳມະນາກອນຈາກຕ່າງ ແຂວງ ແມ່ນຈະໄດ້ຮັບເພີ່ມ ອາ ຫານເຊົ້າ ແລະ ແລງ.
  6. ເປີດຮັບຈໍານວນຈໍາກັດ ພຽງແຕ່ 20 ຄົນເທົ່ານັ້ນ.
  7. ສະຖານ​ທີ່ຝຶກອົບຮົມ ແມ່ນຢູ່ທີ່ ສະຫະພັນ​ບານ​ເຕະ​ແຫ່ງ ​ຊາດ​ລາວ (ສູນຝຶກກິລາ​ບານເຕະ ​ຫ້ວຍ​ຫົງ) – ລາຍລະອຽດ: ມາ ຕິດຕໍ່ເອົາແບບຟອມໃບສະໝັກທີ່ ​ສະຫະພັນ​ບານ​ເຕະ​ແຫ່ງ​ຊາດ​ ລາວ ​ວັນຈັນ​ເຖິງ​ວັນ​ສຸກໃນ​ໂມງ​ ລັດຖະການ ທີ່ໜ່ວຍງານຟຸດຊໍ ໂທ: 020 78575554, 554 11932, E-mail: futsal-bsoccer@laoff.org.la.