ນາດາລ ຜ່ານເຂົ້າຮອບ 16 ຄົນສຸດທ້າຍເຕັນນິສ ບາເຊໂລນາ ໂອເພນ
ການແຂ່ງຂັນເຕັນນິສເອທີພີທົວ ລາຍການ “ບາເຊໂລນາ ໂອ ເພນ ບັງຊາບາເດລ” ທີ່ບາເຊໂລ ນາ ປະເທດສະເປນ ໃນວັນພຸດທີ 26 ເມສາຜ່ານມາ ເປັນການແຂ່ງ ຂັນປະເພດຊາຍດ່ຽວຮອບ 32 ຄົນສຸດທ້າຍ ຣາຟາເອລ ນາດາລ ອະດີດແຊ໊ມ9 ສະໄໝ ແລະ ມື ວາງອັນດັບ 3 ຂອງລາຍການ ຈາກ ສະເປນ ຍັງຄົງເຮັດຜົນງານ ໄດ້ຢ່າງຮ້ອນແຮງ ຫຼັງໃຊ້ເວລາ ພຽງ 75 ນາທີ ເອົາຊະນະ ໂຣເຈີ ຣິໂອ ຊິລວາ ຈາກບຣາຊິລ ໄປໄດ້ 2-0 ເຊັດ 6-1, 6-2. ຜ່ານເຂົ້າສູ່ ຮອບ 16 ຄົນສຸດທ້າຍຕໍ່ໄປໄດ້ ຕາມຄາດ.
ສ່ວນ ແອນດີ ເມີເຣ ມືວາງ ອັນດັບ 1 ຂອງລາຍການຈາກ ສະຫະຣາຊະອານາຈັກ ຜ່ານເຂົ້າ ຮອບຕໍ່ໄປແບບບໍ່ຕ້ອງອອກແຮງ ຫຼັງ ເບນາດ ໂທມິດ ຈາກ ອອສ ເຕຣເລຍ ຂໍຍອມເສຍ ເນື່ອງຈາກ ມີປັນຫາບາດເຈັບ.
+ ສ່ວນຜົນແຂ່ງຂັນຄູອື່ນ ມີດັ່ງນີ້:
– ດາວິດ ກອຟແຟງ 2-0 ເຊັດ ນິໂຄລອດ ບາຊິລາດວິລີ 7-5, 6-0.
– ຄາເຣນ ຄານາຊອຟ 2-0 ເຊັດ ປາໂບລ ກູເອວາສ 7-6, 7-6.
– ຊອງ ຮະຍອນ 2-0 ເຊັດ ຟິລິບ ໂຄລໄຣເບີ 6-3, 6-4.
– ໂຮຣາຊິໂອ ເຊບາຍອສ 2-0 ເຊັດ ໂຊເອົາ ຊູຊາ 7-6, 7-5.
– ເຟລິເຊຍໂນ ໂລເປດ 2-0 ເຊັດ ອັລເບິດ ມອນຕາເນສ 6-2, 6-2.

