ໄຂ່ເປັດ ອີກໜຶ່ງອາຫານເສີມສຸຂະພາບທີ່ດີບໍ່ດ້ອຍກ່ວາໄຂ່ໄກ່.

ເນື່ອງຈາກໄຂ່ເປັດອຸດົມໄປດ້ວຍສານອາຫານ ຈຶ່ງຊ່ວຍບຳລຸງຮ່າງກາຍຈາກພາຍໃນສູ່ພາຍນອກໄດ້ ດັ່ງຕໍ່ໄປນີ້ :
- ສ້າງມວນກ້າມຊີ້ນ : ເປັນທີ່ຮູ້ກັນດີວ່າໂປຣຕິນທີ່ຢູ່ໃນໄຂ່ລ້ວນສາມາດຊ່ວຍສ້າງກ້າມຊີ້ນໃຫ້ແຂງແຮງ ແລະ ຊ່ວຍຮັກສາຄວາມດຸ່ນດ່ຽງຟື້ນຟູກ້າມຊີ້ນຂອງທ່ານຫລັງຈາກການອອກກຳລັງກາຍໄດ້ເປັນຢ່າງດີ ເພື່ອປ້ອງກັນການເກີດອາການບາດເຈັບເບື້ອງຕົ້ນ ເມື່ອມີການເຮັດກິດຈະກຳທີ່ໃຊ້ຮ່າງກາຍຢ່າງໜັກ.
- ປັບປຸງສຸຂະພາບຈິດ : ແຮ່ທາດໃນໄຂ່ທີ່ປະກອບໄດ້ດ້ວຍຊີລີນຽມ ຖືວ່າເປັນແຮ່ທາດທີ່ສາມາດຊ່ວຍຫລຸດຜ່ອນອາການຊຶມເສົ້າ, ຄວາມອ່ອນເພຍ ແລະ ຄວາມວິຕົກກັງວົນໃນຈິດໃຈຂອງເຮົາໄດ້ເປັນຢ່າງດີ ລວມເຖິງຍັງອາດຊ່ວຍປັບປຸງຄວາມຜິດປົກກະຕິທາງອາລົມຂອງແມ່ຍິງທີ່ມີການປ່ຽນແປງຂອງຮໍໂມນກ່ອນເປັນປະຈຳເດືອນໄດ້ນຳອີກ.
- ບຳລຸງສຸຂະພາບຜິວ : ມີການສຶກສາພົບວ່າ ໄຂ່ເປັດ ອຸດົມໄປດ້ວຍວິຕາມິນ B 8 ຊະນິດທີ່ສາມາດຊ່ວຍເຂົ້າໄປບຳລຸງຜິວຂອງເຮົາໃຫ້ກ້ຽງງາມສົດໃສຂຶ້ນ ໂດຍຈຳແນກສັບພະຄຸນຕ່າງໆອອກໄດ້ດັ່ງນີ້ :
- ວິຕາມິນ B 1 ເປັນວິຕາມິນທີ່ຊ່ວຍຕ້ານຄວາມເຄັ່ງຄຽດທີ່ກໍ່ໃຫ້ເກີດສິວ.
- ວິຕາມິນ B 2 ຊ່ວຍຫລຸດການອັກເສບທີ່ອາດເກີດຂຶ້ນ ພ້ອມທັງຮັກສາຄວາມດຸ່ນດ່ຽງຄໍລາເຈັນ.
- ວິຕາມິນ B 3 ຊ່ວຍຫລຸດຄວາມສ່ຽງທີ່ອາດກໍ່ໃຫ້ເກີດພະຍາດຜິວໜັງ ເຊັ່ນ : ສິວ, ຂີ້ກາກ ເປັນຕົ້ນ.
- ວິຕາມິນ B 5 ສາມາດຊ່ວຍກັກຄວາມຊຸ່ມຊື່ນໃຫ້ຢູ່ກັບຊັ້ນຜິວໜັງໄດ້ຢ່າງຍາວນານຂຶ້ນ.
- ວິຕາມິນ B 6 ຊ່ວຍໃຫ້ຮ່າງກາຍສາມາດຮັບມືກັບຄວາມເຄັ່ງຄຽດ ພ້ອມທັງປ້ອງກັນການເກີດຜິວແຫ້ງແຕກອັກເສບ.
- ວິຕາມິນ B 7 ຊ່ວຍປົກປ້ອງຜິວໃຫ້ຫ່າງຈາກການຕິດເຊື້ອ ແລະ ຮັກສາຄວາມຊຸ່ມຊື່ນຂອງຜິວໜັງ.
- ວິຕາມິນ B 9 ສາມາດຊ່ວຍກະຕຸ້ນ ຫລື ສ້າງແຊນໃໝ່ຂອງຜິວໜັງຂຶ້ນເມື່ອມີການຜັດປ່ຽນແຊນເກົ່າທີ່ຕາຍແລ້ວອອກ.
- ວິຕາມິນ B 12 ຊ່ວຍຫລຸດການອັກເສບ ແລະ ການເກີດສິວ.
- ສິ່ງສຳຄັນໃນການກິນໄຂ່ເປັດທຸກເທື່ອ ທ່ານຄວນລ້າງເປືອກໄຂ່ພາຍນອກໃຫ້ສະອາດ ແລະ ປຸງແຕ່ງໃຫ້ສຸກກ່ອນກິນທຸກເທື່ອ ເພື່ອເປັນການກຳຈັດເຊື້ອພະຍາດ ແລະ ແບັກທີເຣຍອື່ນໆທີ່ປົນເປື້ອນມາກັບໄຂ່ ກ່ອນທີ່ຈາກຈະໄດ້ຮັບປະໂຫຍດຢ່າງເຕັມທີ່ໃນເບື້ອງຕົ້ນ, ແຕ່ອາດກາຍເປັນໄດ້ຮັບໂທດຕໍ່ສຸຂະພາບແທນ.

- ຂໍ້ຄວນລະວັງໃນການກິນໄຂ່ເປັດທີ່ທ່ານຄວນຮູ້ : ບາງເທື່ອການກິນໄຂ່ເປັດນັ້ນອາດບໍ່ໄດ້ເໝາະສົມກັບທຸກຄົນສະເໝີໄປ ໂດຍສະເພາະກັບກຸ່ມຜູ້ປ່ວຍທີ່ກຳລັງປະສົບກັບອາການທາງສຸຂະພາບເຫລົ່ານີ້ :
- ອາການແພ້ໄຂ່ : ເປັນອາການແພ້ອາຫານຢ່າງໜຶ່ງທີ່ອາດພົບໄດ້ຫລາຍຕັ້ງແຕ່ເດັກນ້ອຍ ຈົນເຖິງຜູ້ໃຫຍ່ ເຊິ່ງຜູ້ທີ່ແພ້ໄຂ່ນັ້ນເມື່ອໄດ້ກິນເຂົ້າໄປໂດຍທີ່ບໍ່ຮູ້ໂຕ ກໍອາດເຮັດໃຫ້ເກີດອາການອາຫານບໍ່ຍ່ອຍ, ຮາກ, ຕຸ່ມຜື່ນຂຶ້ນຕາມຜິວໜັງ ຍິ່ງຖ້າຫາກເປັນຜູ້ປ່ວຍທີ່ຢູ່ໃນກໍລະນີແພ້ຂັ້ນຮຸນແຮງ ກໍສາມາດສົ່ງຜົນຕໍ່ລະບົບການຫາຍໃຈນຳອີກ ຖືວ່າເປັນອາການທີ່ອັນຕະລາຍຫລາຍທີ່ທ່ານຄວນລະມັດລະວັງໄວ້ໃຫ້ດີ.
- ພະຍາດຫົວໃຈ : ເຖິງຈະມີຄຸນຄ່າທາງໂພຊະນາການຫລາຍພຽງໃດ ແຕ່ເຖິງແນວໃດຜູ້ປ່ວຍທີ່ມີປະຫວັດ ຫລື ປະສົບກັບພະຍາດຫົວໃຈຢູ່ກໍອາດຈຳເປັນຕ້ອງຫລີກເວັ້ນການກິນໄຂ່ເປັດ ເນື່ອງຈາກໄຂ່ເປັດມີລະດັບຄໍເລສເຕີໂຣນອ່າວຫລາຍຢູ່ພໍສົມຄວນ ຈຶ່ງອາດສົ່ງຜົນຕໍ່ລະດັບ Trimethylamine N-oxide (TMAO) ໃນເລືອດນັ້ນມີຄ່າສູງຂຶ້ນໄປນຳ ເຊິ່ງສົ່ງຜົນຮ້າຍຫລາຍແກ່ຜູ້ທີ່ປະສົບກັບພະຍາດຫົວໃຈ ແລະ ພະຍາດເບົາຫວານ. ດັ່ງນັ້ນ, ເພື່ອຄວາມປອດໄພ ທ່ານອາດຂໍເຂົ້າຮັບການກວດສຸຂະພາບຈາກແພດຜູ້ຊ່ຽວຊານກ່ອນໄດ້ ພ້ອມຂໍຄຳປຶກສາເບື້ອງຕົ້ນ ເຖິງການກິນໄຂ່ເປັດຢ່າງປອດໄພ ເພາະຜູ້ປ່ວຍແຕ່ລະຄົນນັ້ນຍ່ອມມີປະຫວັດທາງສຸຂະພາບທີ່ແຕກຕ່າງກັນ ເຊິ່ງບາງກໍລະນີກໍອາດກິນຫລາຍ-ໜ້ອຍບໍ່ເທົ່າກັນ ຫລື ບໍ່ຄວນກິນໄຂ່ເປັດແມ່ນແຕ່ໜ້ອຍດຽວເລີຍກໍເປັນໄປໄດ້ຄືກັນ.

