ວິທີຈັດຫ້ອງເພື່ອພັດທະນາສະໝອງ

     ບໍ່ພຽງແຕ່ການກິນອາຫານທີ່ມີປະໂຫຍດ,​ ໝັ່ນອອກກຳລັງກາຍ ແລະ ພັກຜ່ອນຢ່າງພຽງພໍເທົ່ານັ້ນ, ການຈັດສະພາບແວດ ລ້ອມໃຫ້ເໝາະສົມກໍເປັນປັດໄຈສຳຄັນທີ່ຊ່ວຍກະຕຸ້ນການຮຽນຮູ້ສູ່ການພັດທະນາສະໝອງໄດ້ອີກທາງໜຶ່ງ ແລະ ມື້ນີ້ພວກເຮົາກໍມີ ເຄັດລັບດີໆມາແນະນຳທ່ານ. – ຫລີກເວັ້ນໂຕະຕັ່ງອ່ານໜັງສືທີ່ຢູ່ໃກ້ກັບປ່ອງຢ້ຽມ ເພາະບັນຍາກາດເບື້ອງໜ້າ ຫລື ສິ່ງລໍ້ຕາລໍ້ໃຈຈະຢູ່ໃນສາຍຕາ ເປັນໂຕດຶງສະມາທິ ທັງການໃຫ້ຮ່າງກາຍຮັບແສງຕາເວັນ ເຊິ່ງມີລັງສີອັລຕຣາໄວໂອເລດ ຫລື ຢູວີໂດຍກົງ…

ອາຫານບຳລຸງຫົວໃຈໃຫ້ແຂງແຮງ

      – ໝາກໄມ້ຕະກູນເບີຣີ : ອຸດົມໄປດ້ວຍວິຕາມິນເຊ ແລະ ສານແອນຕີອັອກຊິແດນ ໂດຍສະເພາະແມ່ນຟລາໂວນອຍ ທີ່ຈະຊ່ວຍ ປ້ອງກັນບໍ່ໃຫ້ຫົວໃຈ ແລະ ຫລອດເລືອດຖືກທຳລາຍໂດຍອະນຸມູນອິດສະລະຕ່າງໆ. ວຽກງານວິໄຈໃນ American Journal of Clinical Nutrition ພົບວ່າ :…

ການກິນເຂົ້າໜຽວໝາກມ່ວງບໍ່ໃຫ້ຕຸ້ຍ    

     ເຕັກນິກການກິນເຂົ້າໜຽວໝາກມ່ວງເພື່ອບໍ່ໃຫ້ຕຸ້ຍມີພຸງມີຄື : ໃຫ້ນ້ຳໜັກໝາກມ່ວງຫລາຍກ່ວາເຂົ້າໜຽວ. ກິນເຂົ້າເໝົ້າ ຫລື ເຂົ້າກໍ່າຈະມີໄຟເບີ ແລະ ສານແອນຕີອັອກຊິແດນຫລາຍກ່ວາ. ຄາບໃດກິນເຂົ້າໜຽວໝາກມ່ວງແລ້ວຄາບນັ້ນບໍ່ຄວນກິນເຂົ້າຕື່ມແລ້ວ ໃຫ້ຖືວ່າເຂົ້າໜຽວໝາກມ່ວງເປັນເຂົ້າໜຶ່ງຄາບ. ກິນເທື່ອລະຈານນ້ອຍ ເຊັ່ນວ່າ : ໝາກມ່ວງ 1 ໜ່ວຍຕໍ່ເຂົ້າໜຽວປະລິມານເທົ່າໝາກມ່ວງເຄິ່ງໜ່ວຍ. ກິນຕອນສວາຍຈະດີກ່ວາກິນຕອນແລງ ຫລື ຕອນກ່ອນຈະເຂົ້ານອນ….

ລູກນອນຕຽງດຽວກັບພໍ່ແມ່ສ່ຽງເສຍຊີວິດຫລາຍຂຶ້ນ

ຫາກໍຈະຜ່ານມາບໍ່ດົນປານໃດທີ່ໄດ້ເຫັນວ່າມີຂ່າວເດັກນ້ອຍເສຍຊີວິດຄາຕຽງຫລັງແມ່ນອນໃຫ້ລູກດູດນົມແລ້ວເຜີຫລັບໄປ ຟັງເບິ່ງແລ້ວຊ່າງເປັນຂ່າວໜ້າເສົ້າສະຫລົດຫລາຍສຳລັບພໍ່ແມ່ທຸກຄົນທີ່ມີລູກນ້ອຍ ໂດຍສະເພາະອາຍຸຍັງບໍ່ຮອດ 1 ປີ ເຊິ່ງເດັກນ້ອຍທີ່ນອນຮ່ວມຕຽງດຽວກັບພໍ່ແມ່ມີໂອກາດສ່ຽງເສຍຊີວິດຂະນະທີ່ນອນຫລັບຫລາຍກ່ວາເດັກນ້ອຍທີ່ນອນແຍກຕຽງເຖິງ 5 ເທົ່າ. ຈາກການສຶກສາກ່ຽວກັບກໍລະນີເດັກນ້ອຍເສຍຊີວິດຂະນະນອນຫລັບກ່ວາ 1.500 ກໍລະນີຂອງ ອະລິສັນ ເອັດວາດ ອາຈານປະຈຳ ມະຫາວິທະຍາໄລເບີມິງແຮມຊິຕີ ຢູນິເວີຊິຕີ ປະເທດອັງກິດ ບວກ ກັບການປຽບທຽບຜົນງານສືກສາ ກ່ຽວກັບການເສຍຊີວິດຂອງເດັກນ້ອຍຂະນະນອນຫລັບ…

5 ອັນຕະລາຍໃນເຮືອນທີ່ຄວນເອົາໃຈໃສ່

ລະບົບໄຟຟ້າ ກວດເບິ່ງດີຫລືຍັງ : ເລື່ອງຟືນໄຟພາຍໃນເຮືອນເບິ່ງເປັນເລື່ອງທີ່ສັບຊ້ອນ ແລະ ຫຍຸ້ງຍາກພໍສົມຄວນ ຄົນ ສ່ວນຫລາຍບໍ່ຄ່ອຍກວດສອບລະບົບໄຟຟ້າພາຍໃນເຮືອນພໍປານໃດ ແລະ ນີ້ກໍເປັນຊ່ອງທາງອັນຕະລາຍກັບສະຫວັດດິພາບຂອງຄົນໃນເຮືອນຫລາຍ ເພາະຫາກເກີດຄວາມຜິດພາດໃນລະບົບໄຟຟ້າຂຶ້ນ ເຫດການໄຟຟ້າລັດວົງຈອນ ຫລື ໄຟຟ້າຊັອດກໍມີໂອກາດເກີດງ່າຍຂຶ້ນ. ສະນັ້ນຫາກມີໂອກາດກໍຄວນກວດສອບລະບົບໄຟຟ້າພາຍໃນເຮືອນໃຫ້ຮຽບຮ້ອຍ ແລະ ທາງທີ່ດີຄວນຕິດຕັ້ງລະບົບປ້ອງກັນໄຟຟ້າລັດວົງຈອນໄວ້ນຳ. ສານເຄມີຈາກສີທາເຮືອນສິ່ງນີ້ຕ້ອງລະວັງ : ສີທາເຮືອນຖືເປັນສານເຄມີຊະນິດໜຶ່ງ…

ວິທີຟື້ນຟູຜິວໜັງຖືກແດດໄໝ້

ຍາມອາກາດຮ້ອນໆ ຫລາຍຄົນອາດຈົ່ມກ່ຽວກັບແດດທີ່ຮ້ອນຈົນໄໝ້ຜິວໜັງ ບາງຄົນຄິດວ່າຄຣີມກັນແດດອາດຈະຊ່ວຍປົກປ້ອງຜິວໄດ້ ຈຶ່ງເລືອກເອົາຄ່າ SPF  ສູງສຸດ ແຕ່ກໍຍັງປ້ອງກັນບໍ່ໄດ້ ເພາະມັນຮ້ອນຫລາຍ ແລະ ແສງ UVB  ຈາກແດດກໍເຮັດໃຫ້ເກີດຜິວໜັງໄໝ້ແດດ, ດຳຄ້ຳ ແລະ ບໍລິເວນທີ່ເກີດການໄໝ້ແດດສ່ວນຫລາຍມັກເປັນບ່ອນທີ່ເຮົາບໍ່ຢາກໃຫ້ເກີດເລີຍ ເຊັ່ນ : ໃບໜ້າ,​ ໜ້າຜາກ, ແກ້ມ,…

ໄລຍະນີ້ອາກາດອາດຈະປົກກະຕິດີ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 22-23 ມີນານີ້, ຄວາມກົດດັນສູງທີ່ມີກຳລັງອ່ອນຈະປົກຄຸມຢູ່ພາກເໜືອດ້ານຕາເວັນອອກລົງຫາພາກກາງ ແລະ ພາກໃຕ້ຂອງລາວ, ສົມທົບກັບສອງກະແສລົມຕາເວັນຕົກສ່ຽງໃຕ້ ແລະ ຕາເວັນອອກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຍັງຈະເຮັດໃຫ້ອຸນຫະພູມອາກາດຮ້ອນທຳມະດາ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ແຕ່ລະພາກ ແລະ ຕົກປານກາງ ຫາ…

ວິທີເຮັດໃຫ້ໃບໜ້າກ້ຽງງາມສົດໃສ

ບໍ່ຄວນນອນເດິກເກີນ 22:00 ໂມງ ຄວນເຂົ້ານອນລະຫວ່າງ 21:00 ຫາ 22:00 ໂມງ ແລະ ນອນຫລັບພັກຜ່ອນໃຫ້ພຽງພໍຢ່າງໜ້ອຍມື້ລະ 8 ຊົ່ວໂມງ ເພາະການນອນເດິກຈະເຮັດໃຫ້ລະບົບຕ່າງໆໃນຮ່າງກາຍເສື່ອມໂຊມ ເຮັດໃຫ້ມີອາຍຸສັ້ນລົງ, ລະບົບທໍ່ອາຫານ, ລະບົບທໍ່ຫາຍໃຈ ແລະ ລະບົບພູມຕ້ານທານເຮັດວຽກບໍ່ເປັນປົກກະຕິ. ອອກກຳລັງກາຍເປັນປະຈຳທຸກມື້ ຫລື…

ສິ່ງທີ່ຜູ້ຊາຍອາດສູນເສຍເມື່ອຕິດສິນໃຈແຕ່ງດອງ

     ເມື່ອໃດທີ່ຜູ້ຊາຍຕັດສິນໃຈຂໍຄົນຮັກແຕ່ງດອງແລ້ວ ນັ້ນໝາຍຄວາມວ່າເຂົາຕ້ອງກຽມໂຕພ້ອມແລ້ວສຳລັບທຸກຢ່າງໃນອະນາຄົດທີ່ກຳລັງຈະເກີດຂຶ້ນ ທັງຄວາມເປັນສ່ວນໂຕ ຫລື ຊີວິດສຸດມ່ວນຊື່ນທີ່ເຄີຍມີຈະຕ້ອງຫາຍໄປກ່ອນຈະແຕ່ງດອງ ແລະ ເພື່ອໃຫ້ຊີວິດຄູ່ດຳເນີນໄປຢ່່າງມີຄວາມສຸກ ຜູ້ຊາຍຄົງຕ້ອງຍອມຮັບກັນໃຫ້ໄດ້ສຳລັບສິ່ງທີ່ອາດຈະສູນເສຍໄປ ດັ່ງນີ້ : – ອຳນາດ ແລະ ການຕັດສິນໃຈຢູ່ທີ່ແມ່ຍິງ : ຖືວ່າເປັນສິ່ງທີ່ຜູ້ຊາຍຢ້ານຫລາຍທີ່ສຸດ ສຳລັບການສູນເສຍອຳນາດ, ການຄວບ ຄຸມ…

ອາຫານດີຕໍ່ສະໝອງທີ່ຄວນມີຕິດເຮືອນໄວ້

     ສະໝອງຮຽນຮູ້ ແລະ ຮັບຮູ້ໄດ້ໂດຍບໍ່ສະງັກໂດຍອາຫານໃກ້ໂຕ ເຊິ່ງດີທີ່ສຸດແມ່ນສານສື່ປະສາດ ປັດໄຈສຳຄັນຢ່າງໜຶ່ງທີ່ມີ ຜົນຕໍ່ຂະບວນການຮຽນຮູ້ – ຮັບຮູ້ບໍ່ສະງັກ ນັ້ນກໍແມ່ນສານອາຫານທີ່ຖືກຫລັກໂພຊະນາການ ສົ່ງຜົນດ້ານບວກຕໍ່ສານສື່ປະສາດ ທີ່ຈະເຮັດໃຫ້ການສົ່ງຂໍ້ມູນຂອງສະໝອງເປັນໄປຢ່າງມີປະສິດທິພາບ. ເລີ່ມຈາກການຕື່ມຄວາມແຂງແຮງໃຫ້ສານສື່ປະສາດອະຊິຕິນ ໂຄລີນ ດ້ວຍອາຫານຈຳພວກເຂົ້າບໍ່ຜ່ານການຜັດສີ, ເຂົ້າເໝົ້າ, ເຂົ້າກໍ່າ, ແປ້ງສາລີ, ເຂົ້າເບລ, ເຄື່ອງໃນສັດ,…