ຈີນ ຢືນຢັນ ຈຳກັດກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ເປັນສູນ

ພາຍຫລັງພະຍາດໂຄວິດ-19 ລະບາດມາເກືອບ 3 ປີ ຊຶ່ງນັບແຕ່ມີລາຍງານການຕິດເຊື້ອທ້າຍປີ 2019 ມາຮອດປັດຈຸບັນ, ທົ່ວໂລກມີລາຍງານຜູ້ຕິດເຊື້ອປະຈໍາວັນຫລຸດລົງຕໍ່ເນື່ອງ ແລະ ໃນທີ່ສຸດພະຍາດດັ່ງ ກ່າວຈະກາຍເປັນພະຍາດປະຈໍາທ້ອງຖິ່ນ ຫລື ພະຍາດຕາມລະດູການ ເຮັດໃຫ້ຫລາຍປະເທດທົ່ວໂລກໄດ້ເປີດປະເທດຢ່າງເຕັມຮູບແບບເພື່ອຕ້ອນຮັບນັກທ່ອງທ່ຽວໂດຍບໍ່ຕ້ອງຈຳກັດບໍລິເວນ ຫລື ມີໃບຢັ້ງຢືນການສັກວັກຊີນ ແລະ ຢັ້ງຢືນຜົນກວດພະຍາດໂຄວິດ-19 ກ່ອນເດີນທາງເຂົ້າປະເທດ ລວມເຖິງການພົວພັນຄ້າ-ຂາຍ, ການໄປມາຫາສູ່ເຊີ່ງກັນ ແລະ ກັນ ແລະ ອື່ນໆແນໃສ່ຟື້ນຟູເສດຖະກິດຂອງປະເທດພາຍຫລັງໄດ້ຮັບຜົນກະທົບຢ່າງໜັກໜ່ວງຍ້ອນມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ແຕ່ລະປະເທດວາງອອກ ແລະ ເຮັດໃຫ້ປະຊາຊົນພາຍໃນປະເທດຂອງຕົນໄດ້ກັບມາໃຊ້ຊີວິດ ແລະ ທໍາມາຫາກິນໄດ້ເປັນປົກກະຕິໃນຮູບແບບໃໝ່ ຫລື New Normal.
ແນວໃດກໍຕາມ, ປັດຈຸບັນ ປະເທດໃຫຍ່ທີ່ມີພົນລະເມືອງປຽບເໝືອນຫລັງຄາໂລກ ຄື ສປ ຈີນ ຍັງບໍ່ທັນເປີດປະເທດຢ່າງເຕັມຮູບແບບເທື່ອ ເພາະລັດຖະບານຈີນຍັງດໍາເນີນມາດຕະການປ້ອງກັນ ແລະ ຄວບຄຸມການແພ່ລະບາດພະຍາດໂຄວິດ-19 ຢ່າງເຂັ້ມງວດທີ່ສຸດໂດຍການຈັດຕັ້ງປະຕິບັດນະໂຍບາຍ “ຈຳກັດ ກໍ ລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ເປັນສູນ” ຫລື Zero Covid, ແຕ່ຫລັງຈາກການລະບາດຂອງພະ ຍາດໂຄວິດ-19 ສາຍພັນເດວຕ້າ (Delta)ໃນເດືອນສິງຫາປີ 2021 ເປັນຕົ້ນມາ, ທາງການຈີນໄດ້ປັບນະ ໂຍບາຍໃໝ່ເອີ້ນວ່າ: (Dynamic Zero Covid) ເຊິ່ງນະໂຍບາຍນີ້ບໍ່ຈໍາເປັນຕ້ອງໃຊ້ມາດຕະການດຽວກັັນໃນທົ່ວປະເທດ, ແຕ່ສາມາດປັບມາດຕະການທີ່ລັດຖະບານຈີນວາງອອກໃຫ້ເຂົ້າກັບເງື່ອນໄຂ ແລະ ສະ ພາບຄວາມເປັນຈິງໂດຍສະເພາະລະບົບສາທາລະນະສຸກໃນທ້ອງຖິ່ນຕົນຢ່າງເຂັ້ມງວດໂດຍນະໂຍບາຍນີ້ແນໃສ່ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິຜົນສູງສຸດ, ໃຊ້ຕົ້ນທຶນ ແລະ ໃຊ້ເວລາໜ້ອຍທີ່ສຸດເພື່ອຫລຸດຜ່ອນຜົນກະທົບດ້ານເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ພາຍໃນປະເທດ. ຈາກປະສົບການປ້ອງກັນ ແລະ ຄວບຄຸມການແພ່ລະບາດພະຍາດໂຄວິດ-19 ຕົວຈິງຂອງຈີນໃນໄລຍະຜ່ານມາສະແດງໃຫ້ເຫັນວ່າ: ນະໂຍບາຍ Dynamic Zero Covid ບໍ່ພຽງແຕ່ເປັນທາງເລືອກທີ່ດີທີ່ສຸດເທົ່ານັ້ນ, ແຕ່ຍັງເປັນແນວທາງສໍາຄັນທີ່ຕ້ອງຮັກສາໄວ້ສໍາລັບການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດດັ່ງກ່າວຢູ່ປະເທດຈີນໃນປັດຈຸບັນ.
ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກກອມມູນິດຈີນທີ່ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງລະຫວ່າງວັນທີ 16-22 ຕຸລາ 2022 ຜ່ານມາ, ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ ໄດ້ປາໄສສະແດງຄວາມຊົມເຊີຍຕໍ່ນະໂຍບາຍDynamic Zero Covid ຂອງລັດ ຖະບານຈີນວ່າ: ເປັນນະໂຍບາຍທີ່ປະສົບຜົນສໍາເລັດຢ່າງດີເພາະໄດ້ຍຶດຖືປະຊາຊົນ ແລະ ຊີວິດການເປັນຢູ່ຂອງປະຊາຊົນເປັນສິ່ງສໍາຄັນກວ່າໝູ່ ພ້ອມທັງຢືນຢັນວ່າ: ລັດຖະບານຈີນຈະສືບຕໍ່ໃຫ້ຄວາມສໍາຄັນຕໍ່ປະ ຊາຊົນຂອງຕົນເໜືອສິ່ງອື່ນໃດ ແລະ ຈະນໍາໃຊ້ນະໂຍບາຍດັ່ງກ່າວເປັນການປ້ອງກັນສຸຂະພາບ ແລະ ຮັບ ປະກັນຄວາມປອດໄພດ້ານສຸຂະພາບຂອງເຂົາເຈົ້າໃຫ້ດົນເທົ່າທີ່ຈະດົນໄດ້. ແນວໃດກໍຕາມ, ໃນໂອກາດດໍາເນີນກອງປະຊຸມໃຫຍ່ພັກກອມມູນິດຈີນຄັ້ງນີ້, ນະໂຍບາຍດັ່ງກ່າວຖືເປັນບັນຫາສໍາຄັນໜຶ່ງທີ່ສື່ມວນຊົນຕ່າງ ປະເທດສົນໃຈ ແລະ ຕັ້ງຄໍາຖາມຕໍ່ລັດຖະບານຈີນວ່າຈະສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍນີ້ໄປອີກດົນປານ ໃດ ເຊິ່ງ ທ່ານ ຊຸນ ເຢ້ຫຼີ ໂຄສົກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ຕອບວ່າ: ນະໂຍບາຍດັ່ງກ່າວເປັນນະໂຍບາຍທີ່ຈີນກໍານົດຂຶ້ນໂດຍພິຈາລະນາຈາກສະພາບຄວາມເປັນຈິງ ແລະ ຫລັກການດ້ານວິທະຍາສາດຂອງຈີນ ເພື່ອຄວາມປອດໄພ ແລະ ສຸຂະພາບຂອງປະຊາຊົນຕ້ອງມາກ່ອນເປັນອັນດັບທີໜຶ່ງ ເຊິ່ງເປັນຈຸດເລີ່ມຕົ້ນ ແລະ ເປົ້າໝາຍພື້ນຖານທີ່ສໍາຄັນຂອງທຸກມາດຕະການປ້ອງກັນ ແລະ ຄວບຄຸມການລະບາດພະຍາດໂຄວິດ-19 ເພາະຖ້າປະເມີນໂດຍລວມແລ້ວເຫັນວ່າການຈັດຕັ້ງປະຕິບັດບັນດາມາດຕະການຕາມນະໂຍບາຍດັ່ງກ່າວແມ່ນປະຢັດ ແລະ ມີປະສິດທິຜົນດີກວ່າໝູ່.
ທ່ານ ຊຸນ ເຢ້ຫຼີ ກ່າວຢໍ້າວ່າ: ຍ້ອນຈີນເປັນປະເທດມີປະຊາກອນຫລາຍ ແລະ ມີຜູ້ອາຍຸສູງຫລາຍ, ການພັດທະນາຢູ່ແຕ່ລະເຂດແຄວ້ນໃນປະເທດແຕກຕ່າງກັນ ແລະ ຈໍານວນແພດໝໍໃນປະເທດຍັງບໍ່ພຽງພໍ. ດັ່ງ ນັ້ນ ການຍຶດໝັ້ນນະໂຍບາຍຈຳກັດກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ເປັນສູນຖືເປັນສິ່ງທີ່ຮັບປະກັນໃຫ້ມີຈໍານວນຜູ້ຕິດເຊື້ອ ແລະ ອັດຕາຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວຢູ່ໃນລະດັບຕ່ຳສຸດ. ນອກນີ້ຍັງເປັນການປະກອບສ່ວນສໍາຄັນຊ່ວຍຮັກສາການພັດທະນາເສດຖະກິດ-ສັງຄົມຂອງຈີນໃຫ້ຢູ່ໃນສະພາບໝັ້ນທ່ຽງຢ່າງຕໍ່ເນື່ອງ. ເຊື່ອໝັ້ນວ່າ: ຜ່ານການຈັດຕັ້ງປະຕິບັດນະໂຍບາຍຈຳກັດກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ເປັນສູນຈະເຮັດໃຫ້ຈີນໄດ້ຮັບໄຊຊະນະເໜືອພະຍາດນີ້.
ນັບແຕ່ເລີ່ມຕົ້ນຕໍ່ສູ້ກັບການລະບາດພະຍາດໂຄວິດ-19 ຢູ່ເມືອງອູຮັ່ນ ແຂວງຫູເປີຍ ເມື່ອ 2 ປີກ່ອນຈົນມາຮອດປັດຈຸບັນ ຈີນຍຶດໝັ້ນດໍາເນີນມາດຕະການປ້ອງກັນ ແລະ ຄວບຄຸມການແພ່ລະບາດພະຍາດດັ່ງ ກ່າວຢ່າງເຂັ້ມງວດດ້ວຍນະໂຍບາຍ Dynamic Zero Covid ຢ່າງມີປະສິດທິພາບດີ. ແນວໃດກໍຕາມ ຈາກການຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວຕ້ອງໄດ້ປິດບາງພື້ນທີ່, ບາງໂຮງຈັກ-ໂຮງງານ, ຮ້ານຄ້າ, ການຮຽນ-ການສອນແບບເຊິ່ງໜ້າຂອງສະຖາບັນການສຶກສາ ແລະ ສະຖານທີ່ອື່ນ ທີ່ມີຜູ້ຕິດເຊື້ອຊົ່ວຄາວເພື່ອຄວບຄຸມການລະບາດພະຍາດໂຄວິດ-19 ແລະ ຖືກສື່ຕາເວັນຕົກຈໍານວນໜຶ່ງຕັ້ງຄໍາຖາມຂຶ້ນເປັນປະຈໍາວ່າເຂັ້ມງວດເກີນໄປ ຫລື ບໍ່ ແລະ ມັກອອກຂ່າວໃນທາງທີ່ບໍ່ສ້າງສັນ ຫລື ວິພາກວິຈານໄປໃນທາງທີ່ບໍ່ສ້າງສັນກ່ຽວກັບນະໂຍບາຍນີ້ ເຊິ່ງນີ້ອາດເກີດຂຶ້ນຈາກອະຄະຕິສ່ວນຕົວ ຫລື ເພື່ອຂັດຂວາງການພັດທະ ນາເສດຖະກິດ-ສັງຄົມຂອງຈີນ ເຊິ່ງປັດຈຸບັນຈີນຖືເປັນປະເທດທີ່ເສດຖະກິດຂະຫຍາຍຕົວເປັນອັນດັບ 2 ຂອງໂລກ ແລະ ເປັນຄູ່ຄ້າສໍາຄັນຕົ້ນຕໍຂອງຫລາຍກວ່າ 140 ປະ ເທດທົ່ວໂລກ.
ຕ້ອງຍອມຮັບວ່າ: ການຢຸດການຜະລິດຕາມປົກກະຕິຂອງບັນດາໂຮງຈັກ-ໂຮງງານຊົ່ວຄາວ ເຮັດໃຫ້ເກີດຄວາມເສຍຫາຍທາງເສດຖະກິດລະດັບໜຶ່ງ, ແຕ່ຕ້ອງຍອມຮັບວ່າ ເຊື້ອພະຍາດໂຄວິດ-19 ເຮັດໃຫ້ມີຜູ້ເສຍຊີວິດເປັນເລື່ອງຈິງທີ່ເກີດຂຶ້ນ ເຊິ່ງທົ່ວໂລກມີຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ແລ້ວຫລາຍກວ່າ 6,6 ລ້ານຄົນ, ໃນນີ້ ສປຈີນ ທີ່ມີປະຊາກອນຫລາຍກວ່າໝູ່ໃນໂລກ ແລະ ການລະບາດພະຍາດຊະນິດນີ້ຮ້າຍແຮງກ່ອນໝູ່ໃນໂລກ. ມາຮອດວັນທີ 15 ພະຈິກ 2022, ທົ່ວປະເທດມີຜູ້ເສຍຊີວິດທັງໝົດ 5.226 ຄົນ. ຂະນະທີ່ຜູ້ຕິດເຊື້ອລວມ 275.420 ຄົນ ຢູ່ອັນດັບທີ 105 ທີ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫລາຍທີ່ສຸດໃນໂລກ. ລັດຖະບານຈີນ ຢືນຢັນໃຊ້ນະໂຍບາຍ Dynamic Zero Covid ໃນການປ້ອງກັນ ແລະ ຄວບຄຸມການແພ່ລະບາດພະຍາດໂຄວິດ-19 ເພື່ອຮັບປະກັນຄວາມປອດໄພດ້ານສຸຂະພາບຂອງປະຊາຊົນ ແລະ ເພື່ອຫລຸດຜ່ອນຜົນກະທົບທາງເສດຖະກິດ-ສັງຄົມຂອງປະເທດ ເນື່ອງຈາກເປັນປະເທດທີ່ມີປະຊາ ກອນເຖິງ 1,4 ລ້ານຄົນ ແລະ ຍັງຜະເຊີນບັນຫາການພັດທະນາທີ່ບໍ່ສົມດຸນກັນຢູ່ທ້ອງຖິ່ນຕ່າງໆລວມເຖິງຍັງຂາດເຂີນບຸກຄະລາກອນການແພດ ແລະ ການຈັດສັນອຸປະກອນການແພດຢູ່ຫລາຍທ້ອງຖິ່ນ. ຂະນະດຽວກັນ, ຈີນ ເປັນປະເທດທີ່ມີຜູ້ອາຍຸ 60 ປີຂຶ້ນໄປຫລາຍກວ່າ 267 ລ້ານຄົນຖ້າບໍ່ໃຊ້ມາດຕະການປ້ອງກັນພະຍາດທີ່ເຂັ້ມງວດ ແລະ ເດັດຂາດ, ພະຍາດໂຄວິດ-19 ສາຍພັນໂອໄມຄຣອນທີ່ແພ່ລະບາດຢ່າງວ່ອງໄວໃນປັດຈຸບັນ ຄົງຍາກທີ່ຈະຄາດເດົາໄດ້ວ່າພາຍໃນປະເທດຈະມີຜູ້ຕິດເຊື້ອ ແລະ ເສຍຊີວິດຈາກພະ ຍາດດັ່ງກ່າວໂດຍສະເພາະຜູ້ມີອາຍຸສູງ ແລະ ເດັກນ້ອຍ ເພີ່ມຂຶ້ນອີກຫລາຍເທົ່າໃດ.
ບັນດາມາດຕະການປ້ອງກັນ ແລະ ຄວບຄຸມການແພ່ລະບາດພະຍາດໂຄວິດ-19 ທີ່ເຂັ້ມງວດ ແລະເດັດ ຂາດເຮັດໃຫ້ເກີດຄວາມເສຍຫາຍທາງເສດຖະກິດ-ສັງຄົມຢ່າງຫລີກບໍ່ໄດ້ໃນໄລຍະສັ້ນ, ແຕ່ໂດຍລວມແລ້ວຈາກສະພາບຄວາມເປັນຈິງ ແລະ ຜົນສໍາເລັດທີ່ເປັນຮູບປະທໍາຢ່າງຈະແຈ້ງໄລຍະຜ່ານມາສະແດງໃຫ້ເຫັນວ່າ: ນະໂຍບາຍ Dynamic Zero Covid ຂອງຈີນ ເປັນນະໂຍບາຍດີ ແລະ ມີປະສິດທິພາບສູງທັງສາ ມາດເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຕາມປົກກະຕິໃນພື້ນທີ່ສ່ວນໃຫຍ່ຂອງປະເທດດໍາເນີນໄປດ້ວຍດີ ແລະ ມີທ່າອ່ຽງນັບມື້ດີຂຶ້ນຢ່າງຕໍ່ເນື່ອງ, ສະແດງອອກໄຕມາດທໍາອິດຂອງປີ 2022 ລວມຍອດຜະ ລິດຕະພັນພາຍໃນ ຫລື GDP ເພີ່ມຂຶ້ນ 4,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໃນທ່າມກາງສະພາບອັດຕາເງິນເຟີ້ທົ່ວໂລກ ລາຄາສິນຄ້າພາຍໃນຍັງຄົງຕົວ. ຂະນະທີ່ມູນຄ່າການຄ້າສິນຄ້າຂອງຈີນໃນໄລຍະເວລາດັ່ງກ່າວເພີ່ມຂຶ້ນ 10,7% ແລະ ບໍລິສັດໃຫຍ່ຂອງຈີນມີກໍາໄລເພີ່ມຂຶ້ນ 8,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ດ້ວຍເຫດຜົນເຫລົ່ານີ້, ຄົງບໍ່ຍາກທີ່ຈະສະຫລຸບໄດ້ວ່າ: ນະໂຍບາຍ Dynamic Zero Covid ຂອງລັດ ຖະບານຈີນຖືເປັນນະໂຍບາຍຊ່ວຍຊຸກຍູ້ສົ່ງເສີມ ແລະ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຂອງຈີນຕາມປົກກະຕິ ແລະ ເປັນນະໂຍບາຍທີ່ຮັບປະກັນດ້ານສຸຂະພາບທີ່ເຂັ້ມແຂງສຳລັບປະຊາຊົນຈີນທີ່ມີ 1,4 ລ້ານຄົນ. ດັ່ງນັ້ນ ລັດຖະບານຈີນ ຢືນຢັນຈະໃຊ້ນະໂຍບາຍດັ່ງກ່າວນີ້ຕໍ່ໄປ ແຕ່ອາດຈະປັບປ່ຽນບາງມາດຕະການເພື່ອໃຫ້ເຂົ້າກັບສະພາບການ ແລະ ເງື່ອນໄຂຄວາມເປັນຈິງຂອງແຕ່ລະທ້ອງຖິ່ນໃນທົ່ວປະເທດ ແຕ່ຕ້ອງຮັບປະກັນປະສິດທິພາບສູງສຸດ.

