ອັນຕະລາຍຈາກການດື່ມນ້ຳໜ້ອຍເກີນໄປ
ດື່ມນ້ຳໜ້ອຍ ແລະ ການບໍ່ມັກດື່ມນ້ຳ ນອກຈາກຈະບໍ່ດີຕໍ່ສຸຂະພາບແລ້ວ ການດື່ມນ້ຳໜ້ອຍຍັງສົ່ງຜົນຮ້າຍຫລາຍຢ່າງຕໍ່ລະບົບ ພາຍໃນຮ່າງກາຍຂອງເຮົາ. ຮ່າງກາຍຂອງຄົນເຮົາປະກອບດ້ວຍນ້ຳ70%, ເລືອດເຮົາປະກອບດ້ວຍນ້ຳ90%, ກະດູກເຮົາກໍປະກອບດ້ວຍນ້ຳ22%, ຮ່າງກາຍເຮົາເສຍນ້ຳມື້ລະ 2 ລິດ ຖ້າເຮົາຮັບນ້ຳເຂົ້າໄປບໍ່ພຽງພໍກໍຖືວ່າຂາດນ້ຳ, ອະໄວຍະວະພາຍໃນຈະຜິດປົກກະຕິ, ເລືອດຈະຂຸ້ນ, ຍາກທີ່ຫົວໃຈຈະຟອກເລືອດໄປຫລໍ່ລ້ຽງພາກສ່ວນຕ່າງໆຂອງຮ່າງກາຍ, ຫົວໃຈຈະຕີບກ່ອນ, ຄວາມຈື່ຈຳຈະເສື່ອມ ຫລື…
