ລາວ ແລະ ສາກົນຫາລືຫລາຍບັນຫາກຽມຈັດກອງປະຊຸມໂຕະມົນປະຈຳປີ

ວັນທີ 9 ພະຈິກນີ້, ໄດ້ມີກອງປະຊຸມປະທານ ແລະ ປະທານຮ່ວມຂອງຂະແໜງການ ແລະ ພາກສ່ວນກ່ຽວຂ້ອງຢູ່ກະຊວງແຜນການ ແລະ ການລົງທຶນ, ໂດຍການເປັນທານຮ່ວມລະຫວ່າງທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານນາງ ຄາຣີນາ ອິມໂມເນັນ ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ, ທັງເປັນຜູ້ປະສານງານໃຫຍ່ຂອງບັນດາອົງການທີ່ຢູ່ໃນລະບົບສະຫະປະຊາຊາດປະຈຳລາວ, ມີຜູ້ຕາງໜ້າຈາກອົງການສາກົນ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.
ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ຈຸດປະສົງຕົ້ນຕໍຂອງກອງປະຊຸມແມ່ນເພື່ອປຶກສາຫາລືກ່ຽວກັບຄວາມຄືບໜ້າຂອງການກະກຽມກອງປະຊຸມໂຕະມົນປະຈຳປີ 2017 ແລະ ຄົ້ນຄວ້າກຳນົດແຜນໃນຕໍ່ໜ້າຮ່ວມກັບບັນດາປະທານ ແລະ ປະທານຮ່ວມຂອງໜ່ວຍງານຂະແຫນງການ, ເຊິ່ງປະກອບມີ: ຂະແໜງສາທາລະນະສຸກ, ສຶກສາທິການ, ການປົກຄອງ, ພຶ້ນຖານໂຄງລ່າງ, ການເກັບກູ້ລະເບີດບໍ່ທັນແຕກທີ່ຍັງຕົກຄ້າງ, ການຄວບຄຸມຢາເສບຕິດ, ກະສິກຳ ແລະ ການພັດທະນາຊົນນະບົດ, ເສດຖະກິດມະຫາພາກ ແລະ ການຄ້າພາກເອກະຊົນ, ບັນດາໜ່ວຍງານຂະແໜງການດັ່ງກ່າວນີ້, ເປັນໜ່ວຍງານຫລັກຂອງຂະບວນການໂຕະມົນໃນການປະສານງານກັບແຕ່ລະຂະແໜງການພັດທະນາຢູ່ລາວ.
ທ່ານຮອງລັດຖະມົນຕີ ກ່າວວ່າ: ອີກສອງອາທິດທີ່ຈະມາເຖິງນີ້ຄື: ວັນທີ 22-23 ພະຈິກນີ້, ຈະໄດ້ມີການຈັດກອງປະຊຸມໂຕະມົນປະຈຳປີຢູ່ແຂວງຈຳປາສັກ, ສະນັ້ນການປຶກສາຫາລືກັນໃນກອງປະຊຸມນີ້ຈະເປັນການປະກອບຄຳເຫັນເພີ່ມເຕີມໃສ່ແຕ່ລະຫົວຂໍ້ເພື່ອກະກຽມໃສ່ກອງປະຊຸມໂຕະມົນປະຈຳປີດັ່ງກ່າວ.
ທ່ານນາງ ຄາຣີນາ ອິມໂມເນັນ ກ່າວວ່າ: ກ່ອນໜ້ານີ້, ພວກເຮົາໄດ້ມີໂອກາດປຶກສາຫາລືກັນໃນສາມຫົວຂໍ້ທີ່ຕິດພັນກັບຂະບວນການໂຕະມົນ, ເຊິ່ງລວມມີກອງປະຊຸມປຶກສາຫາລືກ່ຽວກັບການພັດທະນາສີມືແຮງງານ ແລະ ການພັດທະນາຊັບພະຍາກອນມະນຸດທີ່ໄດ້ເຫັນດີຮ່ວມກັນວ່າການຮ່ວມມືກັນຢ່າງແໜ້ນແຟ້ນລະຫວ່າງລັດຖະບານ ແລະ ຄູ່ຮ່ວມພັດທະນາໃນການກຳນົດ ແລະ ພັດທະນາຂະແໜງບູລິມະສິດທາງດ້ານການພັດທະນາເສດຖະກິດແມ່ນມີຄວາມສຳຄັນ.
ກອງປະຊຸມປຶກສາຫາລືໃນຫົວຂໍ້ການລົງທຶນທີ່ມີຄຸນນະພາບເພື່ອການພັດທະນາ, ເຊິ່ງໄດ້ຊີ້ບອກເຖິງຄວາມຈຳເປັນໃນການສົ່ງເສີມການລົງທຶນທີ່ມີຄຸນນະພາບສູງ, ໂດຍສ້າງສິ່ງແວດລ້ອມທາງດ້ານລະບຽບການໃຫ້ມີຄວາມສະດວກ ແລະ ມີປະສິດທິພາບຂຶ້ນຕື່ມ, ກອງປະຊຸມກ່ຽວກັບການຮ່ວມມືແບບໃຕ້-ໃຕ້ ແລະ ການຮ່ວມມືແບບສາມຫລຽ່ມ, ເຊິ່ງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືກັບປະເທດຕ່າງໆທີ່ກຳລັງພັດທະນາດ້ວຍກັນໂດຍອີງໃສ່ຄວາມຕ້ອງການທີ່ຈຳເປັນຂອງປະເທດຊາດ.

