ສະມາຊິກ NATO ແລະ ຜູ້ນຳໂລກ ຫາລືດ່ວນ ຫລັງໂປໂລຍເຜີຍລູກສອນໄຟຣັດເຊຍຕົກໃນປະເທດ ເຮັດໃຫ້ປະຊາຊົນເສຍຊີວິດ 2 ຄົນ

ປະເທດສະມາຊິກອົງການສົນທິສັນຍາອັດລັງຕິກເໜືອ ຫລື NATO ຮ່ວມກັບບັນດາຜູ້ນຳໂລກ ໄດ້ຮ່ວມປະຊຸມກັນໃນວັນທີ 16 ພະຈິກ ຫລັງຈາກມີລາຍງານວ່າ: ລູກສອນໄຟຂອງຣັດເຊຍຕົກໃນໂປໂລຍ ເຊິ່ງເປັນໜຶ່ງໃນປະເທດສະມາຊິກ NATO ສົ່ງຜົນໃຫ້ມີປະຊາຊົນເສຍຊີວິດ 2 ຄົນ ແລະ ເຮັດໃຫ້ເກີດຄວາມກັງວົນວ່າ: ສົງຄາມທີ່ເກີດຂຶ້ນໃນອູແກຣນຈະຂະຫຍາຍວົງຄວາມຂັດແຍ່ງໄປສູ່ປະເທດອື່ນໆ.
ກະຊວງການຕ່າງປະເທດຂອງໂປໂລຍເປີດເຜີຍວ່າ: ລູກສອນໄຟຕົກລົງມາໃນເຂດແດນປະເທດໃນວັນທີ 15 ພະຈິກ ເວລາ 15:40 ໂມງ ຕາມເວລາທ້ອງຖິ່ນ ຢູ່ບ້ານ Przewodow ເຊິ່ງຢູ່ຫ່າງຈາກຊາຍແດນອູແກຣນປະມານ 6 ກິໂລແມັດ ໂດຍຜູ້ຢູ່ອາໄສໃນບ້ານຄົນໜຶ່ງລະບຸວ່າ: ຜູ້ເສຍຊີວິດເປັນຜູ້ຊາຍ 2 ຄົນ.
ເຖິງຢ່າງໃດກໍຕາມ, ຣັດເຊຍໄດ້ປະຕິເສດວ່າ: ບໍ່ແມ່ນຝີມືຂອງຕົນ ໂດຍກະຊວງປ້ອງກັນຄວາມສະຫງົບຂອງຣັດເຊຍລະບຸວ່າ: ເຫດການທີ່ເກີດຂຶ້ນເປັນ “ການເຈດຕະນາຍຸຍົງ ໂດຍຕັ້ງເປົ້າໃສ່ການຍົກລະດັບສະຖານະການ” ພ້ອມຢືນຢັນວ່າ: ຣັດເຊຍບໍ່ໄດ້ເປີດການໂຈມຕີໃກ້ຊາຍແດນອູແກຣນ-ໂປໂລຍ.
ພາຍຫລັງເກີດເຫດ, ອາເມລິກາ ແລະ ປະເທດພັນທະມິດຕາເວັນຕົກໄດ້ອອກມາກ່າວວ່າ: ພວກທ່ານກຳລັງເລັ່ງສືບສວນຫາສາເຫດທີ່ເກີດຂຶ້ນ ແຕ່ຍັງບໍ່ສາມາດຢືນຢັນໄດ້ວ່າລູກສອນໄຟຂອງຣັດເຊຍຕົກໃນໝູ່ບ້ານດັ່ງກ່າວແທ້.
ທັງນີ້, ສະມາຊິກ NATO ໃຫ້ຄຳໝັ້ນວ່າຈະປົກປ້ອງຈາກກຸ່ມພັນທະມິດທາງທະຫານພາຍໃຕ້ມາດຕາ 5 (Article 5) ເຊິ່ງບັນຍັດວ່າ: ການໂຈມຕີສະມາຊິກປະເທດໃດປະເທດໜຶ່ງ ເທົ່າກັບເປັນການໂຈມຕີສະມາຊິກທຸກປະເທດ ດ້ວຍເຫດນີ້ການທີ່ລູກສອນໄຟຂອງຣັດເຊຍຕົກໃນໂປໂລຍຈຶ່ງເຮັດໃຫ້ສະຖານະການຄວາມຂັດແຍ່ງລະຫວ່າງຣັດເຊຍ ແລະ ອູແກຣນໜ້າກັງວົນຫລາຍກວ່າເກົ່າ.
ນັກການທູດເອີຣົບ 2 ທ່ານກ່າວວ່າ: ໂປໂລຍຮຽກຮ້ອງໃຫ້ມີການຈັດປະຊຸມ NATO ພາຍໃຕ້ມາດຕາ 4 (Article 4) ເພື່ອຂໍຄຳປຶກສາລະຫວ່າງພັນທະມິດ. ນອກຈາກນີ້ ໂປໂລຍຍັງກຽມຄວາມພ້ອມຂອງໜ່ວຍທະຫານບາງໜ່ວຍແລ້ວ.
ໃນກອງປະຊຸມຜູ້ນຳກຸ່ມ G20 ຢູ່ອິນໂດເນເຊຍໃນວັນທີ 16 ພະຈິກນີ້ ເຈົ້າໜ້າທີ່ທຳນຽບຂາວກ່າວວ່າ: ປະທານາທິບໍດີ ໂຈ ໄບເດນ ຂອງອາເມລິກາ ໄດ້ຮຽກປະຊຸມຜູ້ນຳກ່ຽວກັບເຫດການທີ່ເກີດຂຶ້ນເປັນກໍລະນີສຸກເສີນ ລວມທັງການເສຍຊີວິດຂອງປະຊາຊົນຜູ້ບໍລິສຸດທາງຕາເວັນອອກຂອງໂປໂລຍ.
ເຖິງຢ່າງໃດກໍດີ, ເຈົ້າໜ້າທີ່ຂອງໂປໂລຍພະຍາຍາມຫລີກລ່ຽງບໍ່ໃຫ້ສະຖານະການລຸກລາມ ໂດຍນາຍົກລັດຖະມົນຕີ ມາເຕອຸ ໂມຣາເວຍສກີ ຂອງໂປໂລຍ ຮຽກຮ້ອງໃຫ້ປະຊາຊົນຢູ່ໃນຄວາມສະຫງົບ ແລະ ກ່າວວ່າ: ນີ້ເປັນການກະທຳທີ່ເກີດຂຶ້ນພຽງຄັ້ງດຽວ ເພາະຍັງບໍ່ມີສັນຍານທີ່ບົ່ງບອກວ່າຈະມີການຍິງລູກສອນໄຟໂຈມຕີພື້ນທີ່ນີ້ອີກ. ຂະນະທີ່ປະທານາທິບໍດີ ອັນແຊ ດູດາ ກ່າວວ່າ: ປັດຈຸບັນຍັງບໍ່ມີຫລັກຖານທີ່ຊັດເຈນວ່າໃຜເປັນຄົນຍິງລູກສອນໄຟ. ພ້ອມລະບຸວ່າ: ລັດຖະບານກຳລັງດຳເນີນການຢ່າງສະຫງົບ ແລະ ຮອບຄອບ.
ອ້າງອີງ:

