ສປຊ ເຕືອນຈະເກີດບັນຫາອຶດຫິວຄັ້ງໃຫຍ່ ຢູ່ເຢເມນຖ້າອາຣັບບີ ຊາອຸດິດ ຍັງປິດລ້ອມ

ເຈົ້າໜ້າທີ່ລະດັບສູງໜ່ວຍງານບັນເທົາທຸກສະຫະປະຊາຊາດຖະແຫລງວ່າ: ເຢເມນກຳລັງປະສົບບັນຫາອຶດຫິວ ແລະ ຈະກາຍເປັນວິກິດຄັ້ງຮຸນແຮງລະດັບໂລກໃນຮອບຫລາຍສິບປີ ສົ່ງຜົນກະທົບຕໍ່ຫລາຍລ້ານຊີວິດ, ຖ້າກອງກຳລັງນຳໂດຍອາຣັບບີ ຊາອຸດິດຍັງສະກັດກັ້ນການເຂົ້າພື້ນທີ່ ແລະ ບໍ່ອະນຸຍາດໃຫ້ຈັດສົ່ງເຄື່ອງຂອງບັນເທົາທຸກຢູ່ເຢເມນ.
ທ່ານ ມາຣກ ໂລຄອກ ເຈົ້າໜ້າທີ່ລະດັບສູງກິດຈະການມະນຸດສະທຳສະຫະປະຊາຊາດ ເຕືອນວ່າ: ການຂາດເຂີນອາຫານຢູ່ເຢເມນຈະກາຍເປັນບັນຫາອຶດຫິວຄັ້ງໃຫຍ່ທີ່ສຸດໃນໂລກຮອບຫລາຍທົດສະວັດ, ປະຊາຊົນຕົກເປັນເຫຍື່ອຫລາຍລ້ານຄົນ. ເຈົ້າໜ້າທີ່ ສປຊ ກ່າວກັບສື່ມວນຊົນພາຍຫລັງກອງປະຊຸມແບບປິດຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ວ່າດ້ວຍວິກິດຢູ່ເຢເມນ ເຊິ່ງກອງກຳລັງພັນທະມິດຂອງອາຣັບບີ ຊາອຸດິດນິກາຍສຸນີໃຊ້ປະຕິບັດການທະຫານເຂົ້າກວາດລ້າງກຸ່ມກະບົດຊາວຮຸຊີນິກາຍຊີອະຢູ່ເຢເມນມາແຕ່ເດືອນມີນາ 2015. ກອງກຳລັງອາຣັບບີ ຊາອຸດິດປິດກັ້ນການເຂົ້າເຢເມນທັງທາງເຮືອ ແລະ ທາງອາກາດ ເຮັດໃຫ້ບໍ່ສາມາດຈັດສົ່ງການຊ່ວຍເຫລືອ, ຂະນະທີ່ມີປະຊາຊົນ 7 ລ້ານຄົນສ່ຽງອຶດຫິວຮຸນແຮງ.

