ການກຳຈັດອາການຈິດຕົກຫລັງແຕ່ງດອງ
ການປະທະກັນເປັນເລື່ອງທີ່ຫລີກເວັ້ນບໍ່ໄດ້ຢູ່ແລ້ວສຳລັບຊີວິດຄູ່, ແຕ່ກໍມີຫລາຍວິທີຄືກັນທີ່ຈະສາມາດປ້ອງກັນອາການຈິດຕົກຫລັງແຕ່ງດອງທີ່ຈະເກີດຂຶ້ນຕາມມາໄດ້ ເຊິ່ງປະກອບມີ : ຢ່າລືມຄວາມເປັນໂຕເອງ : ແມ່ຍິງຫລາຍຄົນສາລະພາບວ່ານາງປ່ຽນເປັນຄົນລະຄົນຫລັງແຕ່ງດອງ ເຊິ່ງຄຳແນະນຳກໍຄື : ພະຍາຍາມຕື່ມເຕັມຊີວິດ ແລະ ຄວາມສຸກຂອງໂຕເອງຄືເກົ່າ ເຊັ່ນວ່າ : ອ່ານໜັງສື, ຝຶກໂຢຄະ, ນັດສັງສັນກັບໝູ່ ຈະຊ່ວຍຫລຸດຜ່ອນຄວາມສັບສົນ ແລະ…

