ເປີດບຸນນະມັດສະການ ຜາສາດຫີນ  ວັດພູຈຳປາສັກ ມໍລະດົກໂລກ ປະຈຳປີ 2023

ເປີດບຸນນະມັດສະການ ຜາສາດຫີນ ວັດພູຈຳປາສັກ ມໍລະດົກໂລກ ປະຈຳປີ 2023

ໃນຕອນຄໍ່າວັນທິ 3 ກຸມພາ 2023 ຜ່ານມາ, ໄດ້ມີພິທີເປີດຢ່າງເປັນທາງການ ບຸນນະມັດສະການ ຜາສາດຫີນວັດພູຈຳປາສັກ ມໍລະດົກໂລກ ປະຈຳປີ 2023 ໂດຍການເຂົ້າຮ່ວມຂອງພະອາຈານໃຫຍ່ ມະຫາ ບຸນມາ ສີມມາພົມ ປະທານສູນກາງອົງການ ພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ,…

ຖວທ ຫາລືຮ່ວມກັນແກ້ໄຂບັນຫາສຽງເນື່ອງນັນຈາກຮ້ານບັນເທີງ-ຮ້ານກິນດື່ມ ແລະ ຮ້ານອາຫານ ທີ່ເປີດກາຍໂມງ

ຖວທ ຫາລືຮ່ວມກັນແກ້ໄຂບັນຫາສຽງເນື່ອງນັນຈາກຮ້ານບັນເທີງ-ຮ້ານກິນດື່ມ ແລະ ຮ້ານອາຫານ ທີ່ເປີດກາຍໂມງ

ວັນທີ 2 ກຸມພາ 2023 ນີ້, ກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບພະແນກຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ (ຖວທ ນວ) ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຄຸ້ມຄອງທຸລະກິດທ່ອງທ່ຽວ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມທີ່ເກີດຂຶ້ນ ຢູ່ນະຄອນຫລວງວຽງຈັນ (ນວ). ໂດຍການເປັນປະທານຮ່ວມຂອງ…

ປີ 2023 ລາວຕັ້ງເປົ້າໝາຍດຶງດູດນັກທ່ອງທ່ຽວໃຫ້ໄດ້ 1,4 ລ້ານເທື່ອຄົນ ແລະ ສ້າງລາຍຮັບໃຫ້ໄດ້ 340 ລ້ານໂດລາສະຫະລັດ

ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນກອງປະຊຸມສະຫລຸບວຽກງານ ຖວທ ທົ່ວປະເທດ ປະຈຳປີ 2022 ແລະ ວາງທິດທາງແຜນການປີ 2023, ໃນວັນທີ 23 ມັງກອນ 2023…

ປີ 2022 ແຂວງອັດຕະປື ສ້າງລາຍຮັບໄດ້ຈາກການທ່ອງທ່ຽວ ບັນລຸ 35 ຕື້ກວ່າກີບ

ປີ 2022 ແຂວງອັດຕະປື ສ້າງລາຍຮັບໄດ້ຈາກການທ່ອງທ່ຽວ ບັນລຸ 35 ຕື້ກວ່າກີບ

ແຫລ່ງຂ່າວແຂວງອັດຕະປື ລາຍງານວ່າ: ໃນປີ 2022 ຜ່ານມາ ມີນັກທ່ອງທ່ຽວເຂົ້າມາທ່ຽວພາຍໃນແຂວງ ທັງໝົດ 98.348 ເທື່ອຄົນ, ລື່ນແຜນທີ່ສະພາຮັບຮອງ 9% (ມະຕິສະພາ 90.000 ເທື່ອຄົນ) ແລະ ສາມາດກະຈາຍລາຍຮັບໄດ້ ທັງໝົດ 35,527 ຕື້ກີບ, ລື່ນແຜນທີ່ສະພາຮັບຮອງ…

ຖວທ ເນັ້ນສົ່ງເສີມການທ່ອງທ່ຽວພາຍໃນ ໂດຍປີ 2022 ມີນັກທ່ອງທ່ຽວເຂົ້າມາທ່ຽວລາວເກືອບ 1,7 ລ້ານຄົນ

ຖວທ ເນັ້ນສົ່ງເສີມການທ່ອງທ່ຽວພາຍໃນ ໂດຍປີ 2022 ມີນັກທ່ອງທ່ຽວເຂົ້າມາທ່ຽວລາວເກືອບ 1,7 ລ້ານຄົນ

ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ລາຍງານຕໍ່ກອງປະຊຸມສະຫລຸບວຽກງານ ຖວທ ທົ່ວປະເທດປີ 2022 ແລະ ວາງທິດທາງແຜນການປີ 2023 ໃນວັນທີ 23 ມັງກອນ 2023 ທີ່ຫໍວັດທະນະທຳແຫ່ງຊາດ…

ບາງປັດໄຈທີ່ຕ້ອງປັບປຸງ ແລະ ຍົກມາດຖານການທ່ອງທ່ຽວລາວ ໃຫ້ສົມກັບປະເທດທີ່ເປັນຕາທ່ອງທ່ຽວປີ 2023

ບາງປັດໄຈທີ່ຕ້ອງປັບປຸງ ແລະ ຍົກມາດຖານການທ່ອງທ່ຽວລາວ ໃຫ້ສົມກັບປະເທດທີ່ເປັນຕາທ່ອງທ່ຽວປີ 2023

ການທ່ອງທ່ຽວລາວກຳລັງກັບມາຄຶກຄື້ນອີກຄັ້ງພາຍຫຼັງຖືກຜົນກະທົບຢ່າງໜັກຈາກ ການລະບາດພະຍາດ ໂຄວິດມາ 2 ປີກວ່າ ແຕ່ຂອດທີ່ຍັງຄົງຄ້າງກໍແມ່ນຄຸນນະພາບການບໍລິການທີ່ຈະຕ້ອງເພີ່ມການປັບປຸງ. ໃນໄລຍະການລະບາດຂອງພະຍາດໂຄວິດ 19 ວຽກງານການທ່ອງທ່ຽວແມ່ນຂະແໜງການໜຶ່ງທີ່ໄດ້ຮັບຜົນກະທົບໜັກກວ່າໝູ່ ເຊິ່ງຈຳນວນນັກທ່ອງທ່ຽວຫລຸດລົງຫລາຍກວ່າ 80% ແຕ່ຢ່າງໃດກໍຕາມພໍເມື່ອການລະບາດຂອງພະຍາດໂຄວິດໄດ້ຜ່ອນຄາຍລົງ ແລະ ສປປ ລາວ ໄດ້ເປີດປະເທດເຕັມຮູບແບບ ບວກກັບການສ້າງໂຄງລ່າງພື້ນຖານ ໂດຍສະເພາະ ທາງລົດໄຟລາວ-ຈີນ ນັ້ນສາມາດ…

ແຂວງຈຳປາສັກ ເປີດນໍາໃຊ້ຫ້ອງນໍ້າສາທາລະນະ, ສະອາດມາດຕະຖານອາຊຽນ ຢູ່ສະຖານທີ່ທ່ອງທ່ຽວວັດພູສະເຫລົ້າ ເພື່ອສົ່ງເສີມການທ່ອງທ່ຽວ

ແຂວງຈຳປາສັກ ເປີດນໍາໃຊ້ຫ້ອງນໍ້າສາທາລະນະ, ສະອາດມາດຕະຖານອາຊຽນ ຢູ່ສະຖານທີ່ທ່ອງທ່ຽວວັດພູສະເຫລົ້າ ເພື່ອສົ່ງເສີມການທ່ອງທ່ຽວ

ພິທີມອບ-ຮັບ ແລະ ເປີດນໍາໃຊ້ຫ້ອງນໍ້າສາທາລະນະ, ສະອາດມາດຕະຖານອາຊຽນ ຢູ່ສະຖານທີ່ທ່ອງທ່ຽວວັດພູສະເຫລົ້າ ເມືອງໂພນທອງ ແຂວງຈໍາປາສັກ, ໄດ້ມີຂຶ້ນວັນທີ 5 ມັງກອນ 2023 ໂດຍການມອບຮັບລະຫວ່າງ ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ)…

ທ່ຽວແຫລ່ງໄຫຫີນມໍລະດົກໂລກ ແຫລ່ງຄຸນຄ່າທີ່ແທ້ຈິງຂອງມໍລະດົກ

ທ່ຽວແຫລ່ງໄຫຫີນມໍລະດົກໂລກ ແຫລ່ງຄຸນຄ່າທີ່ແທ້ຈິງຂອງມໍລະດົກ

 ເມື່ອເອີ່ຍເຖິງເມືອງຊຽງຂວາງແລ້ວ, ທຸກທ່ານຍ່ອມຮູ້ດີວ່າເປັນດິນແດນທີ່ຕິດພັນກັບໄຫຫີນ ຫລື ທົ່ງໄຫຫີນ ແລະ ທີ່ພູມໃຈເປັນທີ່ສຸດຄື ຊື່ສຽງໄດ້ໂດ່ງດັງໄປທົ່ວໂລກ. ແນວໃດກໍດີ, ໄຫຫີນ ຍັງຄົງເປັນເລຶ່ອງປິດສະໜາບໍ່ວ່າຈະເປັນການຍັງບໍ່ທັນຮູ້ວ່າຜະລິດຂຶ້ນໄລຍະໃດ, ໃຜຜະລິດ ແລະ ຜະລິດເພື່ອຫຍັງ, ແຕ່ປະຊາ ຊົນລາວຈຳນວນບໍ່ໜ້ອຍຍັງຄົງເຊື່ອວ່າ: ໄຫຫີນ ຜະລິດຂຶ້ນໃນຍຸກຂຸນເຈືອງ, ຜະລິດຂຶ້ນເພື່ອມ່າເຂົ້າເຮັດເຫລົ້າ ໄວ້ລ້ຽງໄພ່ພົນ ໃນໂອກາດສະຫລອງໄຊຊະນະຈາກພວກລາວແມນ….

ສາລະວັນ ກຽມພ້ອມພັດທະນາການທ່ອງທ່ຽວໃຫ້ມີຄວາມຍືນຍົງ ເພື່ອດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວແຂວງຫລາຍຂຶ້ນ

ສາລະວັນ ກຽມພ້ອມພັດທະນາການທ່ອງທ່ຽວໃຫ້ມີຄວາມຍືນຍົງ ເພື່ອດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວແຂວງຫລາຍຂຶ້ນ

ວັນທີ 23 ພະຈິກ 2022 ຜ່ານມາ, ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງສາລະວັນ ຮ່ວມກັບກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ໄດ້ຈັດກອງປະຊຸມສໍາມະນາເພື່ອປຶກສາຫາລື, ແລກປ່ຽນທັດສະນະ, ວິທີການໆພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງແຂວງ ແນໃສ່ປັບປຸງສິ່ງອໍານວຍຄວາມສະດວກ…

ເມືອງເຟືອງ ແຂວງວຽງຈັນ ກຽມຈັດງານບຸນເທສະການ ສາມໝື່ນຕູບເຟືອງ ເພື່ອສົ່ງເສີມຮີດຄອງປະເພນີ ແລະ ການທ່ອງທ່ຽວທໍາມະຊາດ ໃນວັນທີ 4-15 ທັນວາ 2022

ເມືອງເຟືອງ ແຂວງວຽງຈັນ ກຽມຈັດງານບຸນເທສະການ ສາມໝື່ນຕູບເຟືອງ ເພື່ອສົ່ງເສີມຮີດຄອງປະເພນີ ແລະ ການທ່ອງທ່ຽວທໍາມະຊາດ ໃນວັນທີ 4-15 ທັນວາ 2022

ເພື່ອເປັນການອະນຸລັກຮັກສາ ແລະ ສົ່ງເສີມຮີດຄອງປະເພນີອັນດີງາມ ຕະຫລອດຮອດຕຳນານ ຫລື ເລື່ອງເລົ່າລືຊາຂອງຄົນຮຸ່ນກ່ອນກ່ຽວກັບປະຫວັດຄວາມເປັນມາຂອງເມືອງເຟືອງ (ຜາທໍ່ໜໍ່ຄຳ) ໃຫ້ຢູ່ຄຽງຄູ່ກັບຊາວເມືອງເຟືອງໄປຕະຫລອດການ ແລະ ເພື່ອເປັນການຈັດກິດຈະກໍາສົ່ງເສີມການທ່ອງທ່ຽວທໍາມະຊາດ ຕິດພັນກັບການທ່ອງທ່ຽວວັດທະນາທໍາ ຢູ່ພາຍໃນເມືອງເຟືອງໃຫ້ມີຂະບວນຟົດຟື້ນ, ທາງເປັນການໂຄສະນາກິດການທ່ອງທ່ຽວທີ່ຫລາກຫລາຍໃຫ້ນັກທ່ຽວທ່ອງທັງພາຍໃນ ແລະ ຕ່າງປະເທດໃຫ້ມາທ່ອງທ່ຽວເມືອງເຟືອງໃຫ້ນັບມື້ຫລາຍຂຶ້ນ. ດັ່ງນັ້ນ, ຫົວໜ້າຫ້ອງວ່າການເມືອງເຟືອງຈຶ່ງໄດ້ກໍານົດເອົາການຈັດງານບຸນເທສະການ ສາມໝື່ນຕູບເຟືອງ ຂຶ້ນໃນວັນທີ 4-15…