ການທ່ອງທ່ຽວທຸກຮູບແບບ ຕ້ອງຕິດພັນກັບການອະນຸລັກສິ່ງທີ່ມີຢູ່, ສົ່ງເສີມໃຫ້ມີສິ່ງໃໝ່ທີ່ດີເກີດຂຶ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ
ໂດຍ: ຜາຕຸງ ຜ່ານມາກໍຄືປັດຈຸບັນ ການທ່ອງທ່ຽວຢູ່ລາວເຮົາແມ່ນຖືການທ່ອງທ່ຽວທຳມະຊາດ ປະຫວັດສາດ ແລະ ວັດທະນະທຳ ແບບປະຊາຊົນມີສ່ວນຮ່ວມ ເຮັດໃຫ້ນັກທ່ອງທ່ຽວຈາກທົ່ວໂລກສົນໃຈ ແລະ ເຂົ້າມາສຳຜັດກັບຕົວຈິງຂອງແຫຼ່ງທ່ອງທ່ຽວຢູ່ປະເທດເຮົາເປັນຈຳນວນຫຼາຍ, ສາມາດສ້າງລາຍຮັບທາງດ້ານເສດຖະກິດໄດ້ເປັນກອບເປັນກຳລວມທັງພາກລັດ ແລະ ປະຊາຊົນ. ປັດຈຸນີ້ ລັດຖະບານແມ່ນສົ່ງເສີມໃຫ້ກິດຈະກຳການທ່ອງທ່ຽວທາງທຳມະຊາດ ໂດຍສະເພາະແມ່ນກິດຈະກຳການທ່ອງທ່ຽວ ພູເຂົາ ກາຍເປັນການທ່ອງທ່ຽວຮູບແບບໃໝ່ຂອງລາວເພື່ອດຶງດູດເອົານັກທ່ອງທ່ຽວຕ່າງປະເທດໃຫ້ເຂົ້າມາທ່ຽວລາວຫຼາຍຂຶ້ນ, ເນື່ອງຈາກປະເທດລາວພວກເຮົາຍັງມີພູເຂົາທຳມະຊາດທີ່ອຸດົມສົມບູນ…










