ເລັ່ງສົ່ງເສີມການທ່ອງທ່ຽວເພື່ອຄວາມຍືນຍົງຮັ່ງມີຂອງປະເທດ
ໂດຍ: ທິດກໍ່າ ດັ່ງທີ່ເຫັນນຳກັນມາແລ້ວວ່າ: ພາຍຫລັງພັກ ແລະ ລັດຖະບານເຮົາໄດ້ເປີດປະເທດມາແຕ່ກາງເດືອນພຶດສະພາ 2022 ເປັນຕົ້ນມາ ເຫັນວ່າຂະແໜງການທ່ອງທ່ຽວກໍເລີ່ມມີບັນຍາກາດໃໝ່ ແລະ ຄຶກຄັກ. ບັນດານັກທ່ອງທ່ຽວທີ່ໄດ້ເຂົ້າມາທ່ຽວລາວສ່ວນຫລາຍກໍແມ່ນພີ່ນ້ອງຊາວໄທທີ່ເປັນເພື່ອນບ້ານໃກ້ຄຽງທີ່ມີຊາຍແດນຕິດຈອດກັນແຕ່ເໜືອສຸດໃຕ້. ນອກຈາກມີນັກທ່ອງທ່ຽວຈາກປະເທດໄທແລ້ວ ກໍມີຫລາຍໆປະເທດຈາກອາຊີ-ເອີຣົບໄດ້ເລີ່ມທະຍອຍເຂົ້າມານັບມື້ຫລາຍຂຶ້ນ. ຄາດວ່ານັບຈາກນີ້ໄປ ຖ້າບໍ່ມີໂຣຄາພະຍາດ, ໂຣກລະບາດ, ໄພທຳມະຊາດ ຕະຫລອດເສິກສົງຄາມບໍ່ມາບຸກລຸກຮາວີ ປະເທດຂາດຂອງພວກເຮົາກໍຈະມີການພັດທະນາຢ່າງວ່ອງໄວກ້າວກະໂດດຂັ້ນ…










