ໄປຮ່າໂນ້ຍ ຢ່າລືມໄປທ່ຽວຖະໜົນຄົນຍ່າງໜອງເຕົ່າ
ພາຍຫລັງໂຄວິດ-19 ຄ່ອຍເບົາບາງລົງ, ຫລາຍນະຄອນ ແລະ ຫລາຍແຂວງທົ່ວປະເທດຫວຽດນາມໄດ້ ເປີດການທ່ອງທ່ຽວບົນພື້ນຖານປະຕິບັດຕາມມາດຕະການປ້ອງກັນການລະບາດພະຍາດດັ່ງກ່າວໂດຍຢູ່ນະ ຄອນຫລວງຮ່າໂນ້ຍທັງເວັນທັງຄືນຈະພົບເຫັນບັນຍາກາດການທ່ອງທ່ຽວ ການຊື້ຂາຍ ຄຶກຄັກ ເປັນທີ່ສຸດໂດຍສະເພາະຢູ່ເຂດໜອງເຕົ່າ ຫລື ໜອງຮ່ວານກຽມ. ນະຄອນຫລວງຮ່າໂນ້ຍ ດິນແດນແຫ່ງອະລິຍະທຳນັບພັນປີ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ນັກທ່ອງທ່ຽວເປັນຈຳນວນຫລາຍຕັ້ງຄວາມຫວັງມາທ່ຽວ ເນື່ອງຈາກມີເຂດທ່ອງທ່ຽວທີ່ມີຊື່ສຽງຫລາຍແຫ່ງບໍ່ວ່າ ຈະເປັນສະໜາມຫລວງ ບາດິ່ງ ທີ່ແຕ່ລະເຊົ້າເຖິງວ່າຝົນຈະຕົກ ແດດຈະອອກ…










