ນ້ຳມັນຄືໜຶ່ງທີ່ເປັນຕົ້ນເຫດເຮັດໃຫ້ລາຄາສິນຄ້າຂຶ້ນສູງ
ໂດຍ: ທິດກໍ່າ ສະພາບການຈັບຈ່າຍຊື້ວັດຖຸສິ່ງຂອງ, ອາຫານການກິນ ນັບແຕ່ເຄື່ອງອຸປະໂພກ-ບໍລິໂພກໃນທ້ອງຕະຫລາດ ແລະ ບັນດາຕຶກ, ຫ້າງຮ້ານໃນປັດຈຸບັນ ລາຄາມັນພຸ່ງສູງຂຶ້ນຢ່າງເຫັນກັບຕາ. ອັນສາເຫດໜຶ່ງກໍຍ້ອນວ່າ ລາຄານ້ຳມັນຂຶ້ນຕິກໆ. ຈາກບັນຫາວິກິດນ້ຳມັນແພງທີ່ປະຊາຊົນລາວພວມຜະເຊີນ ໄດ້ກາຍເປັນກະແສສັງຄົມທີ່ວິພາກວິຈານຕ່າງໆນາໆ ທັງໃນທາງບວກ ແລະ ທາງລົບ. ຫາກພວກເຮົາພ້ອມກັນມາຕັ້ງບັນຫາເຖິງສາເຫດ ມັນກໍເປັນພວງພະນັງນຳກັນໄປທົ່ວໂລກ ຍ້ອນບັນຫານ້ຳມັນຂາດເຂີນ. ສຳລັບປະເທດລາວຂອງພວກເຮົາທີ່ມີເສດຖະກິດບອບບາງມາຫລາຍປີກໍຍິ່ງມີຜົນກະທົບຢ່າງໜັກໜ່ວງຢ່າງປະຕິເສດບໍ່ໄດ້….










